ຕາດິນນຶ່ງລ້ານໃບໃນປີ 2015

0:00 / 0:00

ມີຄວາມ ເປັນໄປໄດ້ ທີ່ວ່າ ທາງການ ລາວ ຈະອອກ ໃບຕາດິນ ໃຫ້ໄດ້ 1 ລ້ານ ສະບັບ ພາຍ ໃນປີ 2015 ຊຶ່ງ ກໍເປັນ ເປົ້າໝາຍ ທີ່ ວາງອອກ ໃນແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ 5 ປີ ຄັງທີ 7 2011 2015 ແລະ ມະຕິ ກອງປະຊຸມ ຄັ້ງທີ 9 ຂອງ ພັກ. ຕາມຄໍາເວົ້າ ຂອງ ທ່ານ ໜູລິນ ສິນບັນດິດ ຣັຖມົນຕຣີ ກະ ຊວງ ຊັພຍາກອນ ແລະ ສິ່ງ ແວດລ້ອມ ຕໍ່ ສື່ມວນຊົນ ທ້ອງຖິ່ນ ຢູ່ ກອງປະຊຸມ ຣະຫວ່າງ ຄະນະ ຣັຖບານ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ບັນດາ ເຈົ້າແຂວງ ທີ່ຈົບລົງ ເມື່ອວັນສຸກ ຜ່ານມາ. ທ່ານ ໜູລິນ ກ່າວວ່າ ທາງ ກະຊວງ ໄດ້ໃຫ້ ທາງ ແຂວງ ຕິດຕາມ ການ ປະຕິບັດ ຕາມເປົ້າ ໝາຍ ນັ້ນ ຊຶ່ງຍັງ ເຫລືອ ອີກ 270 ພັນ ສະບັບ ໃຫ້ ແລ້ວ ໃນ ປີ 2015.

ການອອກ ໃບຕາດິນ ເມື່ອກ່ອນ ຢູ່ໃນ ຄວາມຮັບ ຜິດຊອບ ຂອງ ອົງການ ທີ່ດິນ ແຫ່ງຊາດ ແຕ່ໄດ້ ປ່ຽນມາ ເປັນໜ້າທີ່ ຂອງ ກະຊວງ ຊັພຍາກອນ ແລະ ສິ່ງ ແວດລ້ອມ. ການປ່ຽນ ນັ້ນ ກໍໝາຍ ຄວາມວ່າ ທາງກະຊວງ ຈໍາເປັນຕ້ອງ ຕັ້ງທີມງານ ໃໝ່ຂຶ້ນ ຊຶ່ງ ກໍໃຊ້ ເວລາ ເຮັດໃຫ້ ຂັ້ນຕອນ ການອອກ ໃບຕາດິນ ຊ້າລົງ. ແຕ່ດຽວນີ້ ທຸກສິ່ງ ທຸກຢ່າງ ກັບສູ່ ສະພາບ ປົກກະຕິ ແລ້ວ ແລະທ່ານ ຄິດວ່າ ຈະບັນລຸ ເປົ້າໝາຍ.

ຢ່າງໃດ ກໍຕາມ ແຜນການ ອອກ ໃບຕາດິນ ຕໍ່ໄປໃນ ປີ 2014 ນີ້ ທ່ານ ສີພັນດອນ ສີຫາວົງ ຫົວໜ້າ ກົມ ຄຸ້ມຄອງ ທີ່ດິນ ເວົ້າວ່າ ຣັຖບານ ໄດ້ໃຫ້ ງົບປະ ມານ 2 ພັນ ລ້ານກີບ ສໍາລັບ ວຽກງານ ອອກ ໃບຕາດິນ ໃນສົກປີ ນີ້ ຊຶ່ງ ບໍ່ພຽງພໍ ໃນ ການອອກ ອີກ 120 ພັນ ສະບັບ ໃນປີນີ້, ຕ້ອງການ ອີກ ຢ່າງໜ້ອຍ 50 ພັນ ລ້ານ ກີບສໍາລັບ ປີນີ້ ແລະ ປີໜ້າ ເພື່ອທີ່ ຈະອອກ ໃຫ້ໄດ້ ທັງໝົດ 1 ລ້ານ ສະບັບ.