ຊາວລາວຮຽກຮ້ອງໃຫ້ຮັບ ເອົາຄຣູ ອາສາສມັກ

ຈໍາປາທອງ
2020.10.22
F-volunteer-T ຄຣູອາສາສມັກຖ່າຍຮູບ ຮ່ວມກັບນັກຮຽນ ຊັ້ນປະຖົມ ແຂວງຫຼວງພຣະບາງ
ນັກຂ່າວພົລເມືອງ

ປະຊາຊົນລາວຫລາຍຄົນ ຢາກໃຫ້ກະຊວງສຶກສາທິການ ແລະກິລາ ຫລື ຣັຖບາລ ຮັບເອົາຄຣູອາສາສມັກ ຢູ່ຕາມແຂວງຕ່າງໆໃນທົ່ວປະ ເທດ ເຂົ້າເປັນຣັຖກອນຄຣູ ຫລາຍຂຶ້ນ ເພື່ອເຮັດໃຫ້ ຄຸນນະພາບ ຂອງ ການຮຽນການສອນ ເດັກນ້ອຍນັກຮຽນ ໃນລາວດີຂຶ້ນ ແລະທັງຍັງ ຈະຊ່ອຍແກ້ໄຂບັນຫາຄຣູ ບໍ່ພຽງພໍ ຕາມໂຮງຮຽນ ຢູ່ແຂວງຕ່າງໆ, ດັ່ງຊາວລາວຄົນນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ຕຸລານີ້ວ່າ:

“ຄັນຖ້າໄດ້ຂຶ້ນກະ ມັນກະດີ ເຈົ້າ ກະອິຕົນເພິ່ນຢູ່ ແຕ່ເຮົາກະບໍ່ຮູ້ສິເຮັດຄືກັນເນາະ ບາງໂຮງຮຽນ ແລ້ວກະຫ່າງໄກສອກຫລີກ ກະຍັງຂາດ ແຄນຄຣູ ຍັງບໍ່ພໍຫັ້ນນະ ຍັງຄາບັນຫາໂຕນີ້.”

ແລະ ປະຊາຊົນລາວນາງນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການ ມີໂຄຕາ ຮັບເອົາຄຣູອາສາ ສມັກ ເຂົ້າເປັນຣັຖກອນ ຫລາຍຂຶ້ນ ເພື່ອເປັນການຕອບແທນ ຄວາມເສັຽສຣະ ທີ່ໄດ້ເປັນຄຣູອາສາສມັກ ມາເປັນເວລາຫລາຍປີ, ບໍ່ດັ່ງນັ້ນ ຄຣູອາສາສມັກຫລາຍຄົນ ຈະນ້ອຍໃຈ ແລະລາອອກໄປເຮັດວຽກດອື່ນ ອັນຈະເຮັດໃຫ້ໂຮງຮຽນ ຫລາຍແຫ່ງຂາດເຂີນຄຣູ ເພິ່ມຂຶ້ນ, ດັ່ງ ທີ່ນາງກ່າວວ່າ:

“ຖ້າມີຣັຖກອນຫລາຍເພີ່ມຂຶ້ນເນາະ ກະສິເຮັດໃຫ້ຜູ້ທີ່ວ່າ ໄປສອນຫລາຍປີຫັ້ນນະຫລຸດພົ້ນອອກ ແລ້ວສິເຮັດໃຫ້ພໍມີກໍາລັງໃຈ ທີ່ຈະສອນຕໍ່ ໄປຫັ້ນນະ ຄືປັດຈຸບັນນີ້ຫັ້ນນະ ທຶນກະໜ້ອຍ ຜູູ້ສອນກະຫລາຍ ຜູ້ມາກ່ອນກະບໍ່ໄດ້ ແລ້ວຜູ້ທີ່ມາທີຫລັງ ຫັ້ນນະ ບໍ່ມີກໍາລັງໃຈສອນເລີຍ ໂຕນີ້ນະ ກະຕານ້ອຍໃຈ ຢູ່ໄປກະບໍ່ຮູ້ມື້ໃດສິໄດ້ຫັ້ນນະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການສຶກສາ ໃນລາວທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ຕຸລານີ້ວ່າ ການທີ່ຣັຖບາລມີໂຄຕາຮັບຄຣູອາສາສມັກ ເຂົ້າເປັນຣັຖກອນໜ້ອຍນັ້ນ ມີຜົລເສັຍຕໍ່ສະພາບ ການສຶກສາໃນລາວ ຍ້ອນມັນເຮັດໃຫ້ຫຼາຍ ໂຮງຮຽນຂາດຄຣູ ໃນບາງວິຊາສະເພາະ ທີ່ຕ້ອງໄດ້ເອົາຄຣູ ວິຊາອື່ນ ມາສອນແທນ ຊຶ່ງເຮັດໃຫ້ເດັກນ້ອຍນັກຮຽນບໍ່ໄດ້ຮັບ ຄວາມຮູ້ຄົບ ຖ້ວນ ດັ່ງທີ່ທ່ານກ່າວວ່າ:

“ຄຣູນີ໋ກະຍັງມີຫລາຍຢູ່ ແຕ່ບາງວິຊາຫັ້ນນະມັນໜ້ອຍ ຄຣູຄົນນຶ່ງໄດ້ສອນຫລາຍວິຊາwfkkkk ຄຣູຜູ້ນຶ່ງສອນຫລາຍວິຊາກໍສົ່ງຜົລກະທົບ ເຖິງເດັກນ້ອຍແທ້ ຄຣູນີ໋ມັນອິດມັນເມື່ອຍແດ່ ສົ່ງຄວາມຮູ້ອອກໄປມັນ ກໍບໍ່ໝົດດອກ ເໝື່ອຍນີ໋ ເດັກນ້ອຍມັນຮຽນ ມັນກະອ່ອນ.”

ທ່ານກ່າວຕື່ມວ່າປັດຈຸບັນ ພົບວ່າຄຣູອາສາສມັກຢູ່ຫລາຍແຂວງ ຫຼາຍຄົນໄດ້ລາອອກຈາກ ການເປັນຄຣູ ໄປເຮັດວຽກອື່ນ ເພື່ອຫາຣາຍໄດ້. ສາເຫດຫລັກທີ່ພາໃ ຫ້ລາອອກນັ້ນ ກໍແມ່ນນ້ອຍໃຈ ບໍ່ມີໂອກາດໄດ້ເປັນຣັຖກອນຄຣູ ແລະວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງເຫັນຄວາມ ສໍາຄັນຂອງຄຣູອາສາສມັກນີ້ເພິ່ມຕື່ມ.

ໃນຂນະດຽວກັນ ຄຣູອາສາສມັກນາງນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຕົນເປັນຄຣູອາສາສມັກມາໄດ້ 6 ປີ ແລ້ວແຕ່ກໍຍັງມີກໍາລົງໃຈ ແລະຈະສອນເດັກນ້ອຍນັກຮຽນຢູ່ຕໍ່ໄປ ຍ້ອນຍັງຫວັງວ່າ ຈະໄດ້ມີໂອ ກາດໄດ້ເປັນຣັຖກອນຄຣູຢູ່:

“ຍັງມີກໍາລັງໃຈ ໂອ໋ ເພາະວ່າຕັ້ງໃຈໄວ້ຫລາຍແລ້ວ ຕັ້ງໃຈຕໍ່ເພາະວ່າເຮົາ ເສັຽເວລາມາຫລາຍແລ້ວ 6 ປີ ແລ້ວກໍບໍ່ຢາກອອກ ຫັ້ນນ່າ ສູ້ຊົນຕໍ່ໄປລະ ຈິດໃຈນ້ອງແທ້ກໍບໍ່ຢາກອອກ ຫັ້ນແຫລະ ເພາະວ່າຕິດພັນ ກັບອາຊີບນີ້ແລ້ວ.”

ນາງເວົ້າຕື່ມວ່າໃນປີນີ້ ສະເພາະຢູ່ເມືອງຂອງຕົນ ມີໝູ່ທີ່ເປັນຄຣູອາສາສມັກນໍາກັນ ໄດ້ລາອອກໄປແລ້ວຈໍານວນນຶ່ງ ຍ້ອນນ້ອຍໃຈທີ່ບໍ່ໄດ້ ເປັນຣັຖກອນຄຣູຈັກເທື່ອ ແລະວ່າຍັງມີໝູ່ອີກ 23 ຄົນ ກໍພ້ອມທີ່ ຈະລາອອກເກືອບໝົດ ໄປເຮັດວຽກອື່ນ ຖ້າຍັງບໍ່ໄດ້ເປັນຣັຖກອນຄຣູ ຢູ່ຄືເກົ່ານີ້.

ເວົ້າເຖິງເຣື່ອງການເພິ່ມໂຄຕາຄຣູ ເຈົ້າໜ້າທີ່ຂແນງສຶກສາທິການ ແລະກິລາ ທ່ານນຶ່ງຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ຕຸລາ ນີ້ວ່າ ເປັນເຣື່ອງຍາກ ທີ່ຈະໃຫ້ມີການເພິ່ມໂຄຕາຣັຖກອນຄຣູ ໃນແຕ່ລະເມືອງ ຍ້ອນມີຂໍ້ຈໍາກັດຫຼາຍຢ່າງ, ເຖິງແມ່ນຫຼາຍເມືອງຈະ ພຍາຍາມສເນີຂໍໃຫ້ເພິ່ມໂຄຕາຂຶ້ນຕື່ມກໍຕາມ:

“ເຮົາກະມີຂໍ້ຈໍາກັດຢູ່ ເພາະວ່າອີງໃສ່ຂໍ້ມູລການປະກອບ ຂອງນັກຮຽນສະພາບປັດຈຸບັນ ມັນຍັງມີການຫຼຸດລົງ ເນາະກະສິເປັນເຣື່ອງຍາກ ຂໍເພີ່ມຢູ່ອັນນີ້ໂຄຕ້ານໍ໋ ຄຣູຂອງພວກເຮົາ ກະບໍານານກັນຫຼາຍ ສິມາເບິ່ງແນວແຜນຄວາມຕ້ອງການຄຣູ ຂອງພວກເຮົາ ກະຍັງຕ້ອງການ ຫລາຍຢູ່ເນາະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄຣູ ກະຊວງສືກສາທິການ ແລະກິລາ ຊີ້ແຈງຕໍ່ສື່ມວນຊົນລາວວ່າ ປັດຈຸບັນທົ່ວ ປະເທດ ມີຄຣູອາສາສມັກ 9,809 ຄົນ ຊຶ່ງໃນຈໍານວນນັ້ນທາງກະຊວງ ຈະເລັ່ງແກ້ໄຂໃຫ້ 3,374 ຄົນ ເຂົ້າເປັນຣັຖກອນ, ສ່ວນທີ່ເຫຼືອ ຈະສົ່ງໄປຍົກຣະດັບ ໄປຝຶກອົບຮົມ ແລະອອກໄປເຮັດວຽກອື່ນ ດັ່ງທີ່ທ່ານໄດ້ກ່າວຕໍ່ໜັງສືພິມ ລາວພັທນາ ໃນມື້ວັນທີ 16 ຕຸລານີ້ວ່າ:

“ບັນຊີທີນຶ່ງ ເນາະມີຈໍານວນ 3,374 ຄົນ ມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ຮັບ ຂະເຈົ້າບັນຈຸເຂົ້າເປັນຣັຖກອນຄຣູ. ບັນຊີທີ 2 ແມ່ນຈໍານວນ 2,312 ຄົນຈະໄດ້ຈັດສົ່ງ ຈະຍົກຣະດັບຝຶກອົບຮົມໃຫ້ຂະເຈົ້າ. ບັນຊີທີ 3 ແມ່ນຈໍານວນ 4,123 ຄົນຈໍານວນນີ້ຈະໄດ້ປຸກຣະດົມໃຫ້ຂະເຈົ້າ ຫັ້ນໄປຮັບການຝຶກອົບຮົມ ເພື່ອໄປປະກອບວິຊາຊີບອື່ນໆ.”

ທ່ານກ່າວຕື່ມວ່າ ແຂວງທີ່ມີຄຣູອາສາສມັ ກຫລາຍທີ່ສຸດ ແມ່ນແຂວງສວັນນະເຂດ 2,298 ຄົນ, ຮອງລົງມາກໍແມ່ນແຂວງຫລວງ ພຣະບາງ 1,154 ຄົນ ແລະແຂວງໄຊຍະບູລີ 920 ຄົນ. ຄຣູອາສາສມັກ ທີ່ໄດ້ສອນມາແລ້ວ ແຕ່ 6 ປີຫາ 8 ປີ ມີ 663 ຄົນ, ແຕ່ 3 ປີຫາ 5 ປີມີ 7,344 ຄົນ ແລະຕໍ່າກວ່າ 2 ປີມີ 1,802 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.