ສປປ ລາວ ຮັບໜ້າທີ່ ປະທານວຽນ ອາຊ້ຽນ ຄັ້ງທີ 44

0:00 / 0:00

ໃນວັນທີ 7 ກັນຍາ ທີ່ຜ່ານມາ ທ່ານ ໂຈໂກ ວິໂດໂດ້ ປະທານາທິບໍດີ ອິນໂດເນເຊັຽ ໄດ້ສົ່ງມອບຄ້ອນປະທານວຽນອາຊ້ຽນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກ ຣັຖມົນຕຣີ ລາວ ເພື່ອເປັນເຈົ້າພາບຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນຄັ້ງທີ 44 ໃນປີ 2024​.

ການມອບຄ້ອນດັ່ງກ່າວ ໄດ້ມີຂຶ້ນຢູ່ໃນກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນຄັ້ງທີ 43 ທີ່ປະເທດອິນໂດເນເຊັຽ ເປັນເຈົ້າພາບ ໃນປີ 2023.

ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນພິທີປິດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ຄັ້ງທີ 43 ຕອນນຶ່ງວ່າ:

“ປະເທດລາວ ຮູ້ສຶກເປັນກຽດ ທີ່ຈະເປັນປະທານອາຊ້ຽນ ໃນປີ 2024. ພວກເຮົາຈະສືບຕໍ່ດໍາເນີນງານ ຄືກັບປະເທດອິນໂດເນເຊັຽ ທີ່ເປັນປະທານອາຊ້ຽນ ໃນປີ 2023 ນີ້​ ແລະ ຈະອີງໃສ່ຜົລສໍາເຣັດຂອງອາຊ້ຽນ ໃນໄລຍະທີ່ຜ່ານໆມາ.”

ໃນການເປັນປະທານວຽນອາຊ້ຽນ ປີ 2024, ຫຼາຍພາກສ່ວນ ໃນຂແນງການຕ່າງໆ ຈະມີການກຽມວຽກງານ ເພື່ອຮັບໃຊ້ກອງປະຊຸມຕ່າງໆ ທີ່ຈະຈັດຂຶ້ນຢູ່ປະເທດລາວ. ອະດີດເຈົ້າໜ້າທີ່ລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ກັນຍາ ວ່າ:

“ກະຕຣຽມທາງດ້ານງົບປະມານ, ທາງດ້ານສະຖານທີ່, ທາງດ້ານບ່ອນພັກເຂົາອິຫຍັງຕ່າງໆ. ເພິ່ນກະປະຊຸມກັນລຽນຕິດ. ເພິ່ນຊີຕຽມໝົດຫັ້ນແຫຼະ ວ່າຊິເຮັດແນວໃດໆ ການວາງສິນຄ້າ, ການຕລາດ, ການຄ້າ-ທ່ອງທ່ຽວ ອິສັງ ຊິເຮັດແນວໃດ. ທາງພາກຣັຖບານ ທາງດ້ານງົບປະມານ ກະຈໍາເປັນນ່າ.”

ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ບັນຫາທາງດ້ານເສຖກິຈ ແລະ ເງິນເຟີ້ ທີ່ປະເທດລາວ ກໍາລັງປະສົບຢູ່ນີ້ ຈະເປັນສິ່ງທີ່ທ້າທາຍ ຕໍ່ການເປັນປະທານ ວຽນອາຊ້ຽນ ໃນປີ 2024 ແຕ່ເຊື່ອແນ່ວ່າ ຣັຖບານລາວ ຈະສາມາດ ບັນລຸການເປັນເຈົ້າພາບດັ່ງກ່າວໄດ້ ດ້ວຍດີ ແລະ ກໍເຊື່ອວ່າ ຈະສົ່ງຜົລດີ ຕໍ່ການແກ້ໄຂບັນຫາຕ່າງໆ ໂດຍສະເພາະບັນຫາເງິນເຟີ້.​

ມັນເປັນສິ່ງທີ່ທ້າທາຍ ສໍາລັບປະເທດລາວ ໃນການເປັນປະທານວຽນອາຊ້ຽນ ໃນປີ 2024 ຍ້ອນວ່າ ປະເທດລາວ ປະສົບກັບບັນຫາທາງດ້ານເສຖກິຈ ແລະ ເງີນເຟີ້.

ຊາວລາວ ທ່ານນຶ່ງ ໄດ້ກ່າວວ່າ:

“ຖ້າເພິ່ນຕັ້ງໃຈເຮັດ ປະເທດກະຊິໄດ້ ເງິນເຟີຫຼາຍແລ້ວ ເງິນກີບລາວເນາະ ເພິ່ນເຮັດຫຼາຍແທ້ກະຊິໄດ້ຢູ່ ອາຫານການກິນ ກໍເປັນເຄິ່ງ ຈາກ 5,000 ກໍເປັນ 10,000 ຈາກ 10,000 ກໍເປັນ 20,000.”​

ບັນຫາເງິນເຟີ້ ເປັນບັນຫາທີ່ທ້າທາຍ ຫຼາຍທີ່ສຸດ ສໍາປະເທດລາວ ໃນຂະນະທີ່ ລາວກໍາລັງກະກຽມເປັນປະທານວຽນອາຊ້ຽນ.

ຊາວລາວອີກຄົນນຶ່ງ ໄດ້ກ່າວວ່າ:

“ຕັ້ງແຕ່ຕົ້ນປີ ປັດຈຸບັນນີ້ ມັນກະສູງຂຶ້ນເດ້ ມັນຕ່າງກັນ ຕົ້ນປີ ກະ 400 ປາຍ 500 ປາຍ ດຽວນີ້ 600 ປາຍ ເຣດທະນາຄານກະຄືເຫັນເນາະ ແຕ່ເຣດຂ້າງນອກນີ້ ກີບເອົາບາດນີ້ ແມ່ນ 645 ເບາະ ບາທເອົາກີບ ປະມານ 620, 610 ປະມານນີ້ແຫຼະ.​”

ນອກຈາກນີ້ ບັນຫາເຣື່ອງສິດທິມະນຸສ ແລະ ບັນຫາການນັບຖືສາສນາ ກໍຍັງບໍ່ທັນມີການແກ້ໄຂ. ອໍານາດການປົກຄອງ ບາງທ້ອງຖິ່ນ, ບາງບ້ານ ໄດ້ຂັບໄລ່ຊາວຄຣິສຕຽນລາວ ອອກຈາກບ້ານ. ຫລ້າສຸດ ເຈົ້າໜ້າທີ່ຂັ້ນບ້ານ ແລະ ຂັ້ນເມືອງ ໄດ້ຂັບໄລ່ຊາວຄຣິສຕຽນ ຄອບຄົວນຶ່ງ ຢູ່ບ້ານຕາປົງ ເມືອງສະໝ້ວຍ ແຂວງສະຣະວັນ ອອກຈາກບ້ານ ໃນວັນທີ 3 ກັນຍາ ທີ່ຜ່ານມາ ແລະ ບັນຫາດັ່ງກ່າວ ຍັງບໍ່ມີການແກ້ໄຂ.

ຊາວຄຣິສຕຽນລາວ ທ່ານນຶ່ງ ໄດ້ກ່າວວ່າ:

“ຍັງ! ຍັງບໍ່ທັນ ໄດ້ແກ້ໄຂ ຍັງຢູ່ຄ້າຍຕໍາຣວດ ເຂົາບໍໄດ້ແກ້ໄຂ ມີແຕ່ເຂົາມາເວົ້າໃຫ້ຊື່ໆ. ທັມມະດາ ເຂົາແກ້ໄຂແນວນັ້ນເລີຍ. ຍືດຍາວ ເຂົາບໍໄດ້ຂໍໂທດ.​”

ປະເທດລາວ ໄດ້ຮັບກຽດເປັນປະທານ ຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນຄັ້ງທີ 1 ໃນປີ 2004​ ແລະ ໃນຄັ້ງທີ 2 ໃນປີ 2016. ທີ່ປະເທດລາວ ໄດ້ເປັນປະທານຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ, ທ່ານ ບາຣັກ ໂອບາມ້າ ປະທານາທິບໍດີ ສະຫະຣັຖອາເມຣິກາ ໃນສໄມນັ້ນ ໄດ້ເດີນທາງມາມາຮ່ວມ ແລະ ໄດ້ເດີນທາງ ໄປຢ້ຽມຢາມແຂວງຫລວງພຣະບາງ ເມືອງມໍຣະດົກໂລກ ອີກດ້ວຍ.