ລາວ ຕຽມເລືອກຕັ້ງສະມາຊິກ ສະພາ ຊຸດທີ 9

ຈໍາປາທອງ
2020.11.06
F-Election-Laos ປະຊາຊົນລາວໄປປ່ອນບັດ ໃນວັນເລືອກຕັ້ງທົ່ວໄປຢູ່ ສປປລາວ ຄັ້ງປີ 2016
ນັກຂ່າວພົລເມືອງ

ທາງການລາວ ຕຽມການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ຄາດວ່າຈະຈັດຂຶ້ນ ໃນເດືອນກຸມພາ ປີໜ້ານີ້. ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຣະດັບຊາດ ໂດຍ ແມ່ນ ຍານາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເປັນປະທານ ແລະ ອະນຸກໍາມະການ ຂອງເລຂານຸການ ຂອງຄະນະກໍາມະການ ເລືອກຕັ້ງ 5 ອະນຸກໍາມະການ, ອີງຕາມຄໍາຖແລງຂອງ ທ່ານ ສົມພູ ດວງສະຫວັນ ກໍາມະການ ຄະນະປະຈໍາສະພາແຫ່ງຊາດ ໃນມື້ວັນທີ 30 ຕຸລາ ຜ່ານມາ.

ເວົ້າເຖິງການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຢູ່ ລາວ ດຣ. ບຸນທອນ ຈັນທະວົງ-ວີເຊີ ປະທານອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 6 ພຶສຈິກາ ນີ້ວ່າ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຈະບໍ່ມີຫຍັງແຕກຕ່າງ ກັບຄັ້ງທີ່ຜ່ານມາ ຈະແມ່ນພັກດຽວ ເລືອກເອົາແຕ່ຄົນຂອງຕົນ ລົງສມັກຮັບເລືອກຕັ້ງ, ບໍ່ແມ່ນຜູ້ ຕາງໜ້າຂອງປະຊາຊົນແທ້:

“ຂ້າພະເຈົ້າເຫັນວ່າ ທາງການ ສປປລາວ ປະກາດຈະມີການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ມັນກະສິບໍ່ມີຫຍັງແຕກຕ່າງ ກັບທີ່ ຜ່ານມາ. ທາງການ ສປປລາວ ໂດຍສະເພາະແມ່ນ ພັກປະຊາຊົນປະຕິວັດລາວ ເພິ່ນກໍຈະມີການ ເລືອກເຟັ້ນເອົາແຕ່ບຸກຄົນ ຢູ່ໃນພັກຂອງເພິ່ນເອງນີ້ ມາຢາຍຢູ່ໃນແຕ່ລະບ່ອນ ເພື່ອໃຫ້ປະຊາຊົນ ໄປປ່ອນບັດເອົາ ມັນບໍ່ແມ່ນທີ່ວ່າ ປະຊາຊົນລາວ ເປັນຜູ້ເລືອກຜູ້ຕາງໜັ້າ ຂອງ ປະຊາຊົນແທ້ ທີ່ວ່າເຂົ້າໄປເປັນຜູ້ສມັກ ເປັນຜູ້ແທນສະພາແຫ່ງຊາດ ເນາະ ເພາະວ່າຣະບອບ ການປົກຄອງຢູ່ໃນ ສປປລາວ ນີ້ ເປັນຣະບອບການປົກຄອງ ຜະເດັດການແບບພັກດຽວ ແລະບໍ່ທັນມີການປ່ອຍໂອກາດໃຫ້ມີ ຫລາຍພັກ ການເມືອງ ຫລືວ່າ ມີພັກອື່ນໆທີ່ສາມາດ ເລືອກເອົາຜູ້ແທນ ຂອງໂຕເອງ ເຂົ້າໄປສມັກໃນການເລືອກຕັ້ງ ເປັນຜູ້ແທນສະພາ ຢູ່ໃນລາວ.”

ແຕ່ຍັງບໍ່ມີຣາຍງານກ່ຽວກັບວັນເວລາເລືອກຕັ້ງ ແລະຈໍານວນຈໍານວນສະມາຊິກ ສະພານັ້ນເທື່ອ ແຕ່ເຈົ້າໜ້າທີ່ສະພາແຫ່ງຊາດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶສຈິກາ ນີ້ວ່າ ການເລືອກຕັ້ງ ແນ່ນອນຈະມີຂຶ້ນໃນເດືອນກຸມພາ ປີໜ້າ:

”ກະແນ່ນອນແຫລະການເລືອກຕັ້ງແມ່ນເດືອນສອງ ເພິ່ມຂຶ້ນແທ້ ກະຄືຊິເພິ່ມກະເພິ່ມໜ້ອຍດຽວດອກ ແຕ່ບໍ່ຫລາຍ ເພາະວ່າພົລເມືອງເຮົາ ເພິ່ມຂຶ້ນໜ້ອຍດຽວ ອີງຕາມຈໍານວນພົລເມືອງ”

ແລະເຈົ້າໜ້າທີ່ສະພາແຫ່ງຊາດ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ຍັງບໍ່ມີແຈ້ງການ ກ່ຽວກັບວັນເວລາ ເລືອກຕັ້ງ ແລະ ຈໍານວນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ຊຸດທີ 2 ນັ້ນອອກມາເທື່ອ ດັ່ງທີ່ນາງກ່າວວ່າ:

”ໜ້າຈະປະມານນັ້ນ ໂຕນີ້ເພິ່ນບໍ່ໄດ້ແຈ້ງເປັນທາງການເທື່ອ ເດີເຈົ້າ ວ່າມື້ໃດແທ້ຫັ້ນນະ ຄິດວ່າຄັນແມ່ນເພິ່ນມີມະຕິຕົກລົງແລ້ວ ແລ້ວ ເພິ່ນໜ້າຈະຖແລງຂ່າວ”

ເວົ້າເຖິງການເລືອກຕັ້ງທີ່ວ່ານັ້ນ ຊາວບ້ານ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ເວົ້າວ່າ ກໍດີໃຈ ທີ່ຂັ້ນເທິງຈະປະຕິຕາມຣະບຽບກົດໝາຍ ແລະ ຈະເລືອກເອົາຜູ້ທີ່ຖືກໃຈ ເປັນໂຕແທນ:

“ກຽມພ້ອມຫັ້ນແຫລະ ຮູ້ສຶກດີໃຈແຫລະ ໄປຕາມຣະບຽບກົດໝາຍ ຂອງບ້ານເມືອງ ເຂົາກະກະກຽມຫັ້ນແຫລ້ວ ຍັງບໍ່ທັນອັນນັ້ນດອກ ກອງປະຊຸມ ບໍ່ທັນແລ້ວ. ສູນກາງແລ້ວພຸ້ນແຫລະ ຈັ່ງກະກຽມເບື້ອງ ເລືອກຕັ້ງ ມີແຕ່ວ່າປັດຈຸບັນ ເຂົາຕຽມຂໍ້ມູລ.”

ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ປະຈໍາແຂວງຈໍາປາສັກນີ້ກໍປະຕິບັດ ໜ້າທີ່ເປັນກະບອກສຽງໃຫ້ປະຊາຊົນ ຮວມທັງຮັບຟັງຂໍ້ສເນີ ຂອງປະຊາຊົນເປັນຢ່າງດີ ເພື່ອນໍາໄປພິຈາຣະນາ ແລະແກ້ໄຂບັນຫາຕ່າງໆ ແລະວ່າ ສະມາຊິກສະພາ ຈະມີຈໍານວນນັ້ນເພິ່ມຂຶ້ນ.

ໃນຂນະດຽວກັນ ຊາວບ້ານຢູ່ແຂວງຫົວພັນ ທ່ານນຶ່ງກໍເວົ້າວ່າ ຕົນກຽມພ້ອມໄປໃຊ້ສິດ ປ່ອນບັດເລືອກຕັ້ງ ເພາະຖືເປັນການໃຊ້ສິດ ແລະ ໜ້າທີ່ຂອງປະຊາຊົນ ແລະປະຕິບັດຕາມແນວທາງຂອງພັກ ແລະຣັຖ:

“ຄັນວ່າມີກະ ກຽມພ້ອມຢູ່ນັ້ນແຫລະ ມີຄວາມພ້ອມຢູ່ ເພາະວ່າມັນຄົບຮອບແດ່ເນາະ ເຮັດດີແຫຼະ ເຮັດຕາມຣະບຽບການ ໄປຕາມແນວ ທາງຂອງພັກເນາະ.”

ແລະນັກສຶກສາລາວຄົນນຶ່ງ ກໍຮູ້ສຶກຕື່ນເຕັ້ນ ທີ່ຈະໄດ້ໃຊ້ສິດບ່ອນບັດເລືອກຕັ້ງ ເປັນຄັ້ງທໍາອິດໃນຊີວິດ ຍ້ອນການເລືອກຕັ້ງຄັ້ງກ່ອນ ອາຍຸຍັງໜ້ອຍຢູ່ ແລະຄາດວ່າ ຈະເລືອກເອົາຜູ້ແທນທີ່ດີ, ມີຄວາມສາມາດ ຊ່ອຍແກ້ໄຂບັນຫາໃຫ້ປະຊາຊົນໄດ້ ແລະຫວັງວ່າຈະມີ ການປ່ຽນແປງ:

” ຕື່ນເຕັ້ນໂອ໋ ຖ້າວ່າມີ ຖືວ່ອາຍຸເຮົາກະເຖິງ ທີ່ວ່າສິໄປປ່ອນບັດເນາະ ເຮົາກະສິຢາກໄປ ການເລືອກຕັ້ງນີ໋ກະດີ ແບບວ່າມັນສິໄດ້ປ່ຽນເນາະ ໄດ້ຮູ້ວ່າຜູ້ໃດເປັນຜູ້ ນໍາພາ ແລະເປັນຄົນແນວໃດ ມັນກະມີຄວາມ ສໍາຄັນ ເຮົາເບິ່ງວ່າເປັນຄົນທີ່ວ່າບໍຣິຫານ ເປັນຜູ້ທີ່ວ່າມີຄວາມຮູ້ຫລາຍ ຖ້າວ່າເລືອກໄດ້ ຜູ້ດີເຮົາກໍດີໃຈ.”  

ໃນຂນະດຽວກັນ ທ່ານ ອິນຊີທອງ ຄະນະນໍາ ແລະໂຄສົກອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ກໍກ່າວ ເຖິງການເລືອກຕັ້ງສະມາຊີກ ສະພາແຫ່ງຊາດ ທີ່ຈະມີຂຶ້ນໃນຕົ້ນປີໜ້າ ນີ້ວ່າ ເປັນການດີ ຖ້າມີຫລາຍພັກການເມືອງ ເຂົ້າແຂ່ງຂັນໃນການ ເລືອກຕັ້ງ ແຕ່ຖ້າມີພັກດຽວແຂ່ງຂັນກັນເອງ ກໍບໍ່ແມ່ນເພື່ອຜົລປໂຍດຂອງປະຊາຊົນ:

“ກ່ຽວກັບການເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ຂອງ ສປປລາວ ນີ້ ຂ້າພະເຈົ້າເຫັນວ່າ ມັນກິເປັນການດີ ຖ້າຫາກວ່າ ມີຫລາຍພັກ ການເມືອງຫັ້ນ ສາມາດເຂົ້າແຂ່ງຂັນ ໃນການເລືອກຕັ້ງນັ້ນ ຖ້າຫາກວ່າມີແຕ່ພັກດຽວ ສື່ໆແຂ່ງກັນຫັ້ນ ຜົລປໂຍດຂອງປະຊາຊົນທີ່ວ່າ ຈະກ້າວໄປສູ່ຄວາມຍຸຕິທັມ ແລະ ປະຊາທິປະຕັຍນັ້ນ ເປັນໄປບໍ່ໄດ້ ເພາະວ່າອໍານາດທຸກຢ່າງຫັ້ນ ມັນຂຶ້ນກັບຄະນະພັກແລະຣັຖ ເທົ່ານັ້ນ ເປັນຜູ້ກໍາບັງຫຽງນັ້ນ. ສະນັ້ນລະຄວາມຍຸຕິທັມ ຂອງປະຊາຊົນນີ້ ຈະບໍ່ໄດ້.”

ສໍາລັບວັນເວລາການເລືອກຕັ້ງ ແລະຈໍານວນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກສະພາ ປະຊາຊົນ ຂັ້ນແຂວງຊຸດທີ 2 ທີ່ວ່າຈະຈັດຂຶ້ນ ໃນຕົ້ນປີໜ້ານີ້ນັ້ນ ແມ່ນທາງການລາວ ຈະໄດ້ປະກາດ ອອກມາຕື່ມ, ອີງຕາມການຣາຍງານ ຂອງໜັງສືພິມປະເທດລາວ ວັນທີ 30 ຕຸລາ ທີ່ຜ່ານມາ.

ສໍາລັບສະພາແຫ່ງຊາດ ຊຸດທີ 8 ມີສະມາຊິກ 149 ຄົນ ຄືເພິ່ນຂຶ້ນຈາກສະພາຊຸດທີ 7 ຈໍານວນ 17 ຄົນ ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ 1 ມີສະມາ ຊິກ 360 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.