ເສຣີພາບການອອກຂ່າວ ຢູ່ລາວ ຕົກຕໍ່າ

ໄມຊູລີ
2019.04.22
F-VT ນະຄອນຫຼວງວຽງຈັນ
RFA/SN

ອົງການນັກຂ່າວບໍ່ມີພົມແດນ Reporters Without Borders ອອກຣາຍງານປະຈໍາປີ 2019 ກ່ຽວກັບດັຊນີ ເສຣີພາບ ດ້ານການຂ່າວ ໂດຍຈັດ ສປປລາວ ຢູ່ໃນອັນດັບທີ 171 ໃນຈໍານວນ 180 ປະເທດໃນໂລກ ຄື ຂີ້ຮ້າຍກວ່າປີກາຍ 1 ອັນດັບ. ການຕົກອັນດັບລົງ 1 ຂັ້ນນັ້ນ ຣາຍງານຣະບຸວ່າ ກ່ອນອື່ນໝົດ ເປັນຍ້ອນທາງການ ສປປລາວ ສະກັດກັ້ນ ບໍ່ໃຫ້ນັກຂ່າວ ເຂົ້າໄປເອົາຂ່າວ ເຣື່ອງເຂື່ອນໄຟຟ້າ ເຊປ່ຽນ-ເຊນໍ້ານ້ອຍ ແຕກເມື່ອເດືອນ ກໍຣະກະດາ ປີ 2018 ທີ່ ສົ່ງຜົລກະທົບໃສ່ ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທັງຊັບສິນ ແລະ ຊີວິດຂອງຜູ້ຄົນ ຈໍານວນບໍ່ໜ້ອຍ.

ABC Laos News ຣາຍງານກ່ຽວກັບເສຣີພາບ ໃນການອອກຂ່າວ ຢູ່ລາວ ວ່າອົງການຂ່າວບໍ່ມີພົມແດນ ເຫັນວ່າການສຶ່ສານຢູ່ລາວ ບໍ່ເປິດ ກວ້າງເລີຍ ໃນຣະຍະຫລາຍປີຜ່ານມາ ອັນເນື່ອງມາຈາກ ຣັຖບານ ເປັນຜູ້ຄວບຄຸມ ສື່ທັງໝົດ ໂດຍສົມບຸນ ຊາວລາວ ຈຶ່ງຫັນມາໃຊ້ ສື່ສັງຄົມ ອອນລາຍ ຫລາຍຂຶ້ນ ເພື່ອຫາຂ່າວຈາກຫລາຍຊ່ອງທາງ ແຕ່ຣັຖບານກໍໄດ້ອອກ ກົດຣະບຽບ ໃນການຄວບຄຸມ ການໃຊ້ສື່ສັງຄົມ ອອນລາຍ ໂດຍການອອກກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນ ອາຊຍາກັມ ທາງຄອມພິວເຕີ ຕັ້ງແຕ່ປີ 2015 ເປັນຕົ້ນມາ.

ໂດຍການອອກເປັນກົດໝາຍ ຊຶ່ງຜູ້ໃດທີ່ວິຈານຣັຖບານ ຈະມີຄວາມຜິດທາງອາຍາ. ແລະໃນບັນດາ ສື່ຕ່າງປະເທດມີພຽງ ສໍານັກຂ່າວຊິນຫົວ ຂອງຈີນ ແລະ ສໍານັກຂ່າວສານວຽດນາມ ເທົ່ານັ້ນ ທີ່ສາມາດມີ ຫ້ອງການຕົວແທນ ຢູ່ນະຄອນຫຼວງວຽງຈັນ ໄດ້.

ນອກຈາກ ສປປລາວ ແລ້ວ ກໍຍັງມີອີກ 2 ປະເທດ ທີ່ເປັນເພື່ອນມິດ ກັບ ສປປລາວ ທີ່ຂີ້ຮ້າຍກວ່າປີກາຍ ນຶ່ງອັນດັບຄືກັນ ໃນຈໍານວນ ທັງໝົດ 180 ປະເທດ ຊຶ່ງອົງການນັກຂ່າວ ບໍ່ມີພົມແດນ ທີ່ ມີສູນກາງຢູ່ກຸງ Paris ປະເທດຝຣັ່ງເສດ ຈັດໃຫ້ຈີນ ຢູ່ອັນດັບທີ 177 ແລະ ວຽດນາມ ຢູ່ໃນ ອັນດັບທີ 176 ຍ້ອນການຜູກຂາດ ອໍານາດ ຂອງປະທານປະເທດຈີນ ສີຈິນຜິງ ແລະ ປະທານ ປະເທດວຽດນາມ Nguyen Phu Trong. ຢູ່ວຽດນາມ ມີນັກຂ່າວ ມືອາຊີບ ແລະ ບໍ່ແມ່ນມືອາຊີບ ຖືກກັກຂັງປະມານ 30 ຄົນ ແລະຢູ່ຈີນ ມີຫລາຍກວ່ານັ້ນ ເກືອບເຖິງ 2 ເທົ່າ.

ນອກຈາກ 3 ປະເທດ ທີ່ມີການປົກຄອງແບບ ຣະບົບພັກດຽວນັ້ນແລ້ວ ອົງການນັກຂ່າວ ບໍ່ມີພົມແດນ RSF ກໍຍັງຣະບຸ ອີກປະເທດນຶ່ງ ທີ່ເປັນ ເປັນປະເທດ ອ້າຍນ້ອງກັນ ຄື ເກົາຫລີເໜືອ ທີ່ສາມາດບືນຂຶ້ນໄດ້ນຶ່ງຂັ້ນ ມາຢູ່ອັນດັບທີ 179 ຍ້ອນໄດ້ ສະແດງໂຕອອກເຖິງການ ເປີດກວ້າງ ທີ່ເປັນຜົລຈາກ ກອງປະຊຸມສຸດຍອດ ທີ່ເຮັດໃຫ້ຜູ້ ນໍາສູງສຸດ ເກົາຫລີເໜືອ Kim Jong-Un ແລະ ປະທານາທິບໍດີ Donald Trump ແຫ່ງສະຫະຣັຖ ອະເມຣິກາ ໄດ້ພົບພໍ້ເຈຣະຈາກັນ ທີ່ປະເທດສິງກະໂປ ແລະ ວຽດນາມ ເມື່ອບໍ່ດົນມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.