ຄ້າປະເວນີແກ້ບໍ່ໄດ້ ແຖມຍັງເພີ້ມຂື້ນ

ການແກ້ໄຂ ບັນຫາ ເຣື່ອງ ການຄ້າ ປະເວນີ ແລະ ຫລຸດຜ່ອນ ການກາຍເປັນ ໂສເພນີ ຂອງ ແມ່ຍິງລາວ ຢູ່ພາຍໃນ ປະເທດລາວ ຍັງເຮັດໄດ້ ໜ້ອຍທີ່ສຸດ

0:00 / 0:00

ບັນຫາ ການຄ້າ ປະເວນີ ຫລື ໂສເພນີ ຢູ່ ນະຄອນຫລວງ ວຽງຈັນ ເກີດຂຶ້ນຫລາຍ ຕາມສະຖານທີ່ ບັນເທິງ ແລະ ຮ້ານອາຫານ ຕ່າງໆ ຊຶ່ງເປັນ ປາກົດການ ຫຍໍ້ທໍ້ ໃນສັງຄົມ ທີ່ທາງການລາວ ວ່າມີຫລາຍພາກສ່ວນ ໄດ້ພຍາຍາມ ແກ້ໄຂ ແຕ່ເຫັນວ່າ ທີ່ຜ່ານມາ ຍັງເຮັດໄດ້ ໜ້ອຍທີ່ສຸດ. ຕາມຣາຍງານ ຂ່າວຈາກ ທ້ອງຖີ່ນ ໃນວັນທີ 12 ກຸມພາ ນີ້. ກອງບັນຊາການ ປກສ ນະຄອນຫລວງ ວຽງຈັນ ໄດ້ແຈ້ງວ່າ ເມື່ອຕົ້ນເດືອນ ກຸມພາ ເຈົ້າໜ້າທີ່ ຜແນກຕ້ານ ການຄ້າມະນຸດ ນະຄອນຫລວງ ໄດ້ອອກແກ້ໄຂ ບັນຫາ ຄ້າປະເວນີ ທີ່ຮ້ານອາຫານ ແຫ່ງນຶ່ງ ໃນເຂດ ບ້ານດອນກອຍ ເມືອງ ສີສັຕຕະນາກ ແລະ ໄດ້ກັກສາວ ບໍຣິການ 3 ຄົນ ອາຍຸ 18 ຫາ 23 ປີ ທີ່ມາຈາກ ແຂວງວຽງຈັນ.

ນີ້ເປັນພຽງ ກໍຣະນີໜຶ່ງ ຊຶ່ງເຈົ້າໜ້າທີ່ ໄດ້ແກ້ໄຂ ບັນຫາ ການຄ້າ ປະເວນີ ທີ່ເຫັນວ່າມີ ເພີ່ມຂຶ້ນເລື້ອຍໆ ຊຶ່ງມີທັງ ຄົນລາວ ແລະ ແມ່ຍິງ ຊາວວຽດນາມ. ເຈົ້າໜ້າທີ່ ເວົ້າວ່າ ບັນຫານີ້ ມີສາເຫດ ມາຈາກ ບັນຫາ ເສຖກິດຕົກຕໍ່າ, ບັນຫາ ຫວ່າງງານ, ການເຄື່ອນຍ້າຍ ແຮງງານ ແລະອື່ນໆ. ໃນຂະນະດຽວກັນ ການແກ້ໄຂບັນຫາ ດັ່ງກ່າວ ກໍປະຕິບັດ ບໍ່ໄດ້ ຫຼືໜ້ອຍທີ່ສຸດ. ຍ້ອນເຄື່ອງມື ແລະ ກົນໄກ ດ້ານຣະບຽບ ກົດໝາຍ ຍັງບໍ່ທັນ ຄົບຖ້ວນ.

ຕາມບົດຣາຍງານ ຂອງ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເຫັນວ່າ ການເຄື່ອນຍ້າຍ ແຮງງານ ຢູ່ພາຍໃນ ປະເທດ ມີແມ່ຍິງ ປະມານ 54 ເປີເຊັນ. ໃນນັ້ນ 90 ເປີເຊັນ ແມ່ນເຮັດວຽກ ຢູ່ສະຖານ ບັນເທິງ, ຮ້ານອາຫານ ແລະ ສະຖານ ບໍຣິການ ຕ່າງໆ. ສ່ວນທີ່ເຫລືອ ແມ່ນຢູ່ຕາມ ໂຮງຈັກ ໂຮງງານ.

ເຖິງຢ່າງໃດ ກໍຕາມ ຢູ່ປະເທດລາວ ຍັງບໍ່ມີ ຂໍ້ມູນກ່ຽວກັບ ການທາຣຸນ ຜູ້ຍິງ ແຕ່ຢູ່ ໃນປະເທດ ໃກ້ຄຽງ ມີຄົນງານລາວ ຈໍານວນບໍ່ໜ້ອຍ ທີ່ຕົກເປັນເຫຍື່ອ ຂອງ ການຄ້າມະນຸດ.