ສະພາແຂວງຕຣຽມເປີດປະຊຸມ

ຈໍາປາທອງ
2016.04.27
F-LP ນໍ້າຄານ ຫລວງພຣະບາງ ຍາມແລງ
Marcel

ປັດຈຸບັນ ໃນແຕ່ລະ ແຂວງ ຂອງ ສປປລາວ ກຳລັງ ຕຣຽມເປີດ ກອງປະຊຸມ ສະພາ ປະຊາຊົນ ຂັ້ນແຂວງ ເທື່ອທຳອິດ ຂອງຕົນ ເພື່ອ ບໍ່ໃຫ້ກາຍ ນຶ່ງເດືອນ ພາຍຫລັງ ກອງປະຊຸມ ສະພາ ແຫ່ງຊາດ ຊຶ່ງ ໄດ້ປິດລົງ ໃນ ວັນທີ 23 ເມສາ 2016 ນີ້. ສະເພາະ ຢູ່ ແຂວງ ຫຼວງນ້ຳທາ ກອງປະຊຸມ ອາຈເປີດຂຶ້ນ ໃນຣະຫວ່າງ ກາງເດືອນ ພຶສພາ. ດັ່ງ ເຈົ້າໜ້າທີ່ ແຂວງນີ້ ເວົ້າຕໍ່ RFA ໃນ ວັນທີ 26 ເມສາ ນີ້ວ່າ:

"ດຽວນີ້ ພວມກະກຽມ ກອງປະຊຸມ ສະພາ ປະຊາຊົນ ຂັ້ນແຂວງ ແລ້ວ ມີຄນະ ຮັບຜິດຊອບ ການເລືອກຕັ້ງ ຂັ້ນແຂວງນີ້ ເປັນເຈົ້າພາບ ໃນການ ກະກຽມ ກອງປະຊຸມນີ້ ຄາດໝາຍ ໃນຣະຫວ່າງ ກາງເດືອນ ໜ້າ ແຕ່ວັນທີ ຣະອຽດ ຫັ້ນບໍ່ທັນ ກຳນົດ ເທື່ອ ກອງປະຊຸມ ດຳເນີນ ຣະຫວ່າງ 2 ເຖິງ 3 ມື້".

ທ່ານ ເວົ້າຕື່ມວ່າ ຜູ້ທີ່ຈະ ເຂົ້າຮ່ວມ ກອງປະຊຸມ ເທື່ອນີ້ ນອກຈາກ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ 12 ຄົນ ແລ້ວ ກໍຈະມີ ສະມາຊິກ ສະພາ ແຫ່ງຊາດ 5 ຄົນ ແລະ ຈາກ ພາກສ່ວນ ທີ່ກ່ຽວຂ້ອງ ຕ່າງໆ ກໍຈະໄດ້ ຖືກເຊີນ ເຂົ້າຮ່ວມ. ສ່ວນເນື້ອໃນ ກອງປະຊຸມ ນັ້ນຍັງ ບໍ່ຮູ້ເທື່ອ.

ສຳລັບ ຢູ່ ແຂວງຫົວພັນ ແມ່ນມີກຳນົດ ຈັດ ກອງປະຊຸມ ນີ້ຂຶ້ນໃນ ອາທິດໜ້າ ຈະໃຊ້ເວລາ ປະຊຸມ ປະມານ 2-3 ມື້. ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ເວົ້າ ໃນວັນທີ 26 ເມສາ ນີ້ວ່າ:

"ຄືສິແມ່ນ ໝ້ອງອາທິດໜ້າ ນີ້ແຫລະ ຂະເຈົ້າຍັງ ປະຊຸມຢູ່ ຄົ້ນຄວ້າຢູ່ ແຂວງໃຜ ແຂວງມັນ ແຂວງໃດພ້ອມ ກະເຮັດ ໄດ້ກ່ອນ ກຳນົດ 30 ວັນ ຫລັງຈາກ ກອງປະຊຸມ ປະຖົມມະລືກ ແລ້ວ".

ສ່ວນ ແຂວງ ຫຼວງພະບາງ ອາຈຈັດ ກອງປະຊຸມ ນີ້ຂຶ້ນ ໃນຣະຫວ່າງ ວັນທີ 20 ຫາ 23 ພຶສພາ 2016. ແຕ່ ເຈົ້າໜ້າທີ່ ແຂວງນີ້ ຍັງ ບໍ່ສາມາດ ໃຫ້ ຣາຍລະອຽດ ໄດ້ວ່າ ຈະແມ່ນ ມື້ໃດແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.