ລາວຕ້ອງຈິງຈັງການປະຕິບັດ ສິດທິ ມະນຸດ

0:00 / 0:00

ອົງການ ນາໆຊາດ International Service ເພື່ອ ສິດທິມະນຸດ ຜູ້ຊ່ຽວຊານ ດ້ານ ສິດທິມະນຸດ ທີ່ ມີສູນກາງ ຢູ່ ນະຄອນ Geneva ແລະ ນະຄອນ New York ທີ່ ອົບຮົມ ໃຫ້ຂໍ້ມູລ ແລະ ຄໍາແນະນໍາ ສໍາລັບ ຜູ້ປົກປ້ອງ ສິດທິມະນຸດ ນັ້ນ ໄດ້ຕຣຽມ ເອກກະສານ ກ່ຽວກັບ ສະພາບ ສິດທິມະນຸດ ໃນ ສປປລາວ ຊຶ່ງ ຜູ້ປົກປ້ອງ ສິດທິ ມະນຸດ ປະສົງ ໃຫ້ຕົນ ເປັນທີ່ຮູ້ຈັກ ໃນນາມ ‘ຜູ້ເຮັດວຽກ ເພື່ອຊຸມຊົນ’ ແລະ ກໍຢ້ານ ການຈັບກຸມ ຕ່າງໆຫາກ ພວກເຂົາເຈົ້າ ພົວພັນ ກັບ ອົງການ ສິດທິ ມະນຸດ ຣະດັບ ພາກພື້ນ ຫລື ຣະດັບ ໂລກ.

ສປປລາວ ມີກໍານົດ ໃຫ້ ທົບທວນ ເບິ່ງການ ປະຕິບັດ ສິດທິ ມະນຸດ ຂອງຕົນ ໃນເດືອນ ມົກຣາ 2015 ຕາມຄໍາ ແນະນໍາ ຂອງຄະນະ ທົບທວນ ສາກົລ Universal Periodic Review.

ບາງ ຄໍາແນະນໍາ ທີ່ ທາງຄະນະ ໃຫ້ລາວ ປັບປຸງ ການ ປະຕິບັດ ສິດທິມະນຸດ ໃນລາວ ນັ້ນ ກໍຮວມທັງ ເຣື່ອງທີ່ວ່າ ລາວ ຄວນຕັ້ງ ຄະນະ ກັມການ ເອກຣາສ ຂຶ້ນ ຢ່າງຮີບ ດ່ວນ ເພື່ອດໍາເນີນ ການສືບສວນ ສອບສວນ ເຣື່ອງການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢ່າງຖີ່ຖ້ວນ ໂປ່ງໃສ ແລະ ບໍ່ເຂົ້າຂ້າງ ອອກຂາ ເພື່ອທີ່ ຈະຮູ້ເຖິງ ຊະຕາກັມ ແລະ ທີ່ຢູ່ຂອງ ທ່ານ ແລະ ນໍາເອົາພວກ ທີ່ ຮັບຜິດຊອບ ນັ້ນມາ ດໍາເນີນ ຄະດີ.

ພ້ອມດຽວກັນ ລາວ ກໍຄວນ ພັທນາ ແລະ ປະຕິບັດ ກົດໝາຍ ແລະ ນະໂຍບາຍ ສະເພາະ ເພື່ອຮັບຮູ້ ແລະ ປົກປ້ອງ ຜູ້ປົກປ້ອງ ສິດທິມະນຸດ, ອໍານວຍ ຄວາມສະດວກ ໃຫ້ ຈັດຕັ້ງ ອົງການທີ່ ບໍ່ຂຶ້ນກັບ ຣັຖບານ ໄດ້, ແລະ ປະຕິບັດ ຄໍາປະກາດ ສາກົລວ່າ ດ້ວຍຜູ້ ປົກປ້ອງ ສິດທິ ມະນຸດ ຢ່າງ ເຕັມສ່ວນ ໃນຣະດັບ ປະເທດ ຮວມເຖິງ ການໃຫ້ ສັຕຍາບັນ ຂໍ້ຕົກລົງ ສາກົລ ເພື່ອປົກປ້ອງ ທຸກຄົນ ຈາກ ການບັງຄັບ ສູນຫາຍ ທີ່ລາວ ໄດ້ລົງນາມ ເມື່ອປີ 2008 ນັ້ນ ຮວມ ຢູ່ດ້ວຍ.