ການກູ້ລະເບີດຢູ່ຄໍາເກີດ ມີບັນຫາ

ອຸ່ນແກ້ວ ສຸກສະຫວັນ
2019.02.20
ຕົວຢ່າງຂອງລູກລະເບີດ ທີ່ ເກັບມາໄດ້
ຮູປຖ່າຍຈາກ: ນັກຂ່າວ ກອງທັບ ປະຊາຊົນລາວ

ການເກັບກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ ລາວ ນັບແຕ່ປາງສົງຄາມ ຢູ່ແຂວງບໍລິຄຳໄຊ, ຍັງເຫລືອເນື້ອທີ່ ປະມານ 50 ເຮັກຕາ ຫລັງຈາກ ເຈົ້າໜ້າທີ່ລາວ ຮ່ວມກັບຕ່າງປະເທດ, ໄດ້ດຳເນີນການ ເກັບກູ້ມາແຕ່ ປີ 2018.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ເກັບກູ້ໄປແລ້ວປະມານ 50 ເຮັກຕາ, ໃນຈຳນວນເນື້ອທີ່ເປົ້າໝາຍທັງໝົດ 100 ເຮັກຕາ, ແຕ່ການເກັບກູ້ ຍັງມີອຸປສັກ ຍ້ອນວ່າ ເຂດບ້ານທ່າແວ້ງ ເມືອງຄຳເກີດ ເປັນເຂດ ພູສູງ ປ່າຕຶບໜາ, ແລະ ເຈົ້າໜ້າທີ່ຕ້ອງໄດ້ຖາງປ່າ ກ່ອນທີ່ຈະມີ ການເກັບກູ້. ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງສັງຄົມ ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ກຸມພາ ວ່າ:

"ອຸປສັກມັນເປັນປ່າຕຶບໜາ, ແລະ ກໍຢູ່ເຂດພູ, ຈະເອົາອຸປກອນເຂົ້າໄປກວດ, ມັນກໍຍາກເນາະ, ສະນັ້ນແລ້ວ, ຕ້ອງໄດ້ຖາງກ່ອນ, ຄັນວ່າ ຖາງແລ້ວ, ຊິເອົາແຮງງານຄົນໄປຖາງມັນກໍສ່ຽງອີກ, ເພິ່ນຕ້ອງ ໄດ້ກວາດໄປນຳ ຖາງໄປນຳ, ກໍຄຶດຍາກຢູ່, ປັດຈຸບັນ ປະຕິບັດໄດ້ແລ້ວ 50.876 ເຮັກຕາແລ້ວ ທຳລາຍລະເບີດຢູ່ 163 ລູກ."

ຢູ່ໃນເຂດດັ່ງກ່າວ, ປະຊາຊົນຕ້ອງໄດ້ສ່ຽງຊີວິດ ກັບລູກລະເບີດທີ່ບໍ່ທັນແຕກ, ໃນເວລາທີ່ເຂົາເຈົ້າ ໄປເກັບເຄື່ອງປ່າຂອງດົງ, ດັ່ງ ທ່ານ ກ່າວຕື່ມອີກວ່າ:

"ຄືຜ່ານມາການທຳມາຫາກິນ ກໍບໍ່ຍາກ, ມັນກໍສະດວກ ເພາະປະຊາຊົນ ປະຊາກອນ ມັນກໍບໍ່ຫລາຍ, ເລື່ອງເຄື່ອງປ່າຂອງດົງ, ມັນກໍອາດ ຈະສົມບູນເນາະ, ແຕ່ດຽວນີ້ ເລື່ອງການທຳມາຫາກິນ ກໍຍາກລຳບາກ, ແລ ຕ້ອງໄດ້ຂະຫຍາຍພື້ນທີ່ໄປ, ຖ້າເຂົ້າໄປມັນກໍສ່ຽງຕໍ່ລະເບີດ ຕົກຄ້າງ."

ເຈົ້າໜ້າທີ່ທາງການລາວ ໄດ້ເກັບກູ້ລະເບີດຕາມເປົ້າໝາຍ ທີ່ກຳນົດເອົາໄວ້, ແຕ່ ຖ້າບໍ່ສຳເຣັດ ເຂົາເຈົ້າ ກໍຈະຂະຫຍາຍເວລາອອກໄປອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.