ຣະບອບເກົ່າປ່ຽນແຕ່ຜູ້ນໍາ

ສົມເນ
2015.06.30
F-Gov2 ຫ້ອງວ່າການຣັຖບານ ສປປ ລາວ
L PDR

ໃນ ປັດຈຸບັນ ສະມາຊິກ ພັກ ປະຊາຊົນ ປະຕິວັດ ລາວ ກໍາລັງ ດໍາເນີນ ກອງ ປະຊຸມ ໃນ ທຸກໆ ຣະດັບ, ນັບແຕ່ ຂັ້ນ ສູນກາງ ຮອດ ຣະດັບ ທ້ອງຖິ່ນ ເພື່ອ ສລຸບການ ປະຕິວັດ ວຽກງານ ການນໍາພາ, ແລະ ຄັດເລືຶອກ ເອົາ ເລຂາພັກ ຄົນໃໝ່ ໃນ ຣະດັບ ຕ່າງໆ, ຕຣຽມໃສ່ ກອງ ປະຊຸມ ຫລວງ ພັກ ປະຊາຊົນ ປະຕິວັດ ລາວ, ຊຶ່ງ ຈະມີ ຂື້ນ ໃນປະມານ ໄຕຣມາດ ທໍາອິດ ຂອງ ປີ 2016.

ກ່ຽວກັບ ການຄັດ ເລືອກ ເອົາ ຄນະນໍາ ຊຸດໃໝ່ ໃນ 5 ປີ ຕໍ່ໄປນີ້, ຊາວ ນະຄອນ ຫຼວງວຽງຈັນ ຜູ້ນຶ່ງ ໃຫ້ ຄໍາເຫັນວ່າ, ທຸກໆ 5 ປີ ກໍມີການ ຄັດເລືອກ ເອົາ ຄນະ ຜູ້ນໍາ ຊຸດໃໝ່, ແຕ່ ສໍາລັບ ທ່ານເອງ ທ່ານ ເຫັນວ່າ ບໍ່ມີຄວາມ ສໍາຄັນ ພໍປານໃດ, ເພາະວ່າ ມີແຕ່ ການປ່ຽນ ຄນະ ບໍຣິຫານ ຂຶ້ນ ກໍາອໍານາດ ເທົ່ານັ້ນ ແຕ່ ຣະບອບ ການ ປົກຄອງ ຫລື ການ ປະຕິຮູບ ການ ເຮັດວຽກ ນັ້ນຍັງ ບໍ່ ປ່ຽນແປງ ຫຍັງ. ດັ່ງທ່ານ ໄດ້ກ່າວ:

"ຄັນ ຂິເວົ້າເຣື້ອງ ວ່າ ປ່ຽນແປງ, ຂໍບອກ ສະວ່າ ຄືເກົ່າ ຫັນແຫລະ, ປ່ຽນແປງ ຢູ່ຄົນ ຂຶ້ນມາ ບໍຣິຫານ ຂ້ອຍກ່າ ເຫັນ ແກ່ເຈົ້າ, ເຈົ້າ ກ່າເຫັນ ແກ່ຂ້ອຍ ຄືເກົ່າ ເຈົ້າເຮັດ ຜິດ ຂ້ອຍ ກ່າໂຍະຍານ ຫາ ວິທີ... ອ້າວ ຄັນ ຊິເອົາ ແທ້ໆ ຄັນວ່າ ຕໍ່ຕ້ານ ຄໍຣັບຊັ້ນ ແທ້ໆ ເຮັດອອກ ມາຄັກໆ ແມ້ ກົດໝາຍ. ຜູ້ໃດ ສໍ້ຣາສ ບັງຫລວງ ຄໍຣັບຊັ້ນ ຫນິ ໄລ່ ອອກການ ຍຶດຊັພ, ຄັນ ໜັກຫນ່ວງ ແທ້ໆ ເອົາ ປະຫານ ຊີວິດ ລອງ ເບິ່ງດູ ເອົາຣະບຽບ ເຫລັກ ຄືຈີນ".

ເມື່ອ ຖາມວ່າ, ກະວ່າ ແມ່ນຜູ້ໃດ ຈະໄດ້ເປັນ ນາຍົກ ຣັຖມົນຕຣີ, ແລະ ຄນະ ກົມການເມຶອງ ທ່ານ ກໍຕອບວ່າ ສ່ວນ ສໍາຄັນ ຈະແມ່ນ ບຸກຄົນ ທີ່ຢູ່ໃນ ເຄືອ ຂອງຜູ້ນໍາ ຊຸດເກົ່າ:

"ມັນກ່າ ເຂົ້າໃຈ ຍາກ ໃນ ຣະບົບ ບ້ານເຮົາ ນີ້ນະ ຄັນຜູ້ໃດ ຊິເປັນຫຍັງ ໄປໃສ, ເວົ້າງ່າຍໆ ຄັນຜູ້ໃດ ມັນຢູ່ ໃນກຸ່ມ ໃນກ້ອນ ທີ່ວ່າ ມີສິດ ບໍຣິຫານ ບ້ານເມືອງ ແລ້ວ ກ່າ ຈັບກັນ ມາໃສ່ໂລດ, ເປັນ ຈັ່ງຊີ້ນ່າ, ທີເຈົ້າ ທີຂ້ອຍ ໂລດແຫລະ ຖ້າວ່າ ຊຸດນີ້ນະ, ເວົ້າໄປຕາມ ເສັ້ນແທ້ໆ ນີ້ນະ, ແມ່ນວ່າ ຢູ່ໃນ ເສັ້ນ ຂອງ ພໍ່ຕູ້ໃຫ່ຽ ເຮົາພຸ້ນ ແຫລະ ຢູ່ໃນກຸ່ມ ໂຕນັ້ນ ພຸ້ນແຫລະ, ແຕ່ບໍ່ຮູ້ວ່າ ແມ່ນ ຜູ້ໃດ ຖ້າຜູ້ໃດ ຢູ່ໃນກຸ່ມ ນັ້ນ ຈຶ່ງວ່າ ມິສິດ ຫລາຍ".

ເມື່ອ ຖາມເຖິງ ການ ໂອ້ລົມ ທາງ ການເມືອງ ຫລືວ່າ ບັນຫາ ຂັດຂ້ອງ ໝອງໃຈ ຂອງ ປະຊາຊົນ ກ່ຽວກັບ ທີ່ດິນ ຖືກ ໂຄງການ ຂອງ ຣັຖ ຫລື ຂອງ ເອກກະຊົນ ທີ່ ຣັຖ ອະນຸຍາດ ແລ້ວ, ທ່ານວ່າ ມັນບໍມີ ຜູ້ໃດ ກ້າເວົ້າ ຢ່າງ ເປີດແປນ ດອກ, ຖ້າເວົ້າ ຫລາຍ ຢູ່ໃນ ເວທີ, ກໍຢ້ານ ຖືກຈັບຕົວ ໄປ ເໝືອນດັ່ງ ທີ່ ເຄີຽເປັນ ມາແລ້ວ ກໍຣະນີ ທ່ານ ສົມບັດ ສົມພອນ ທີ່ ຫາຍສາບສູນ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.