ຊາວເກົາຫຼີເໜືອ ທີ່ຖືກສົ່ງກັບ


2013.06.06
F-n-korean ວັນທີ 3 ມິຖຸນາ 2013: ທີ່ກຸງໂຊນ ປະເທດ ເກົາຫຼີໃຕ້ ຊາຍຜູ້ນີ້ ອອກປະທ້ວງ ພຽງຜູ້ດຽວ ທັກທວງໃຫ້ ຊາວໂລກ ຕິດຕາມ ເບິ່ງຄວາມປອດພັຍ ຂອງເດັກນ້ອຍ ລີ້ພັຍ ຊາວເກົາຫຼີເໜືດ 9 ຄົນ ທີ່ຖືກສົ່ງກັບ ຄືນປະເທດ.
AFP PHOTO / JUNG YEON-JE

 

ອົງການ ສິທທິມະນຸສ ຮຽກຮ້ອງ ໃຫ້ ທາງການລາວ ໄປ ຢ້ຽມຢາມ ແລະ ຕິດຕາມ ເບິ່ງ ຄວາມປອດພັຍ ຂອງເດັກນ້ອຍ ເກົາຫລີເໜືອ 9 ຄົນ ທີ່ ທາງການລາວ ສົ່ງກັບຄືນ ເກົາຫລີເໜືອ ເມື່ອສັປດາ ຜ່ານມາ.

ອົງການ ສິດທິມະນຸດ ທີ່ມີຊື່ວ່າ ພັນທະມິດ ເພື່ອ ສິດເສຣີພາບ ເກົາຫລີເໜືອ ຂຽນຈົດໝາຍ ເຖິງ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປລາວ ເມື່ອວັນພຸດ ທີ່ຜ່ານມາ ຮຽກຮ້ອງ ໃຫ້ ເຈົ້າໜ້າທີ່ ທາງການລາວ ໄປຢ້ຽມຢາມ ຕິດຕາມ ເບິ່ງ ຄວາມປອດໄພ ຂອງ ເດັກນ້ອຍ ລີ້ພັຍ ເກົາຫລີເໜືອ 9 ຄົນ ທີ່ ທາງການລາວ ຈັດສົ່ງກັບຄືນ ເກົາຫລີເໜືອ ເມື່ອອາທິດ ທີ່ ຜ່ານມາ.

ໃນຈົດໝາຍ ສະບັບນັ້ນ ມີຂໍ້ຄວາມວ່າ: “ເມື່ອເດືອນທີ່ແລ້ວ ເດັກນ້ອຍ ເກົາຫລີເໜືອ 9 ຄົນ ນັ້ນຢູ່ໃນ ກຳມື ຂອງ ທາງການລາວ ແລະ ທາງການລາວ ກໍຕັດສິນໃຈ ສົ່ງພວກເຂົາ ກັບຄືນ ເກົາຫລີເໜືອ ພວກເຮົາ ຈຶ່ງຢາກ ຂໍຮຽກຮ້ອງ ພຽງແຕ່ວ່າ ໃຫ້ ເຈົ້າໜ້າທີ່ ທາງການລາວ ໄປຢ້ຽມຢາມ ເດັກນ້ອຍ ເຫລົ່ານັ້ນແດ່ ເພື່ອໃຫ້ຮູ້ວ່າ ພວກເຂົາຖືກ ປະຕິບັດຕາມ ຢ່າງຖືກຕ້ອງ ເປັນທັມຫຼືບໍ່ ແລ້ວ ໃຫ້ຣາຍງານ ສະພາບການ ໃຫ້ ທາງການ ເກົາຫລີໃຕ້ ຮູ້ນຳແດ່.”

ນອກຈາກນີ້ ພັນທະມິດ ເພື່ອ ສິດເສຣີພາບ ເກົາຫລີເໜືອ ຍັງຂໍຮ້ອງ ໃຫ້ ທ່ານ ຈູມມະລີ ໄຊຍະສອນ ວ່າ ໃນພາຍໜ້າ ຢ່າສົ່ງ ພວກລີ້ພັຍ ເກົາຫລີເໜືອ ກັບຄືນ ປະເທດອີກ ເພາະພວກເຂົາ ຈະຖືກລົງໂທດ ຢ່າງ ແສນສາຫັດ ຢູ່ ເກົາຫລີເໜືອ.

ນາງ Susanne Scholte ປະທານ ພັນທະມິດ ເພື່ອ ສິດເສຣີພາບ ເກົາຫລີເໜືອ ໃຫ້ສຳພາດ ແກ່ນັກຂ່າວ ຢອນຮັບ ຂອງ ເກົາຫລີໃຕ້ ວ່າ ສປປລາວ ຕ້ອງມີສ່ວນ ຮັບຜິດຊອບ ກ່ຽວກັບ ຊະຕາກັມ ຂອງ ເດັກນ້ອຍ ເກົາຫລີເໜືອ 9 ຄົນ ນັ້ນເພາະ ທາງການ ລາວ ເປັນຜູ້ ຕັດສິນໃຈ ຈັດສົ່ງ ພວກເຂົາເຈົ້າ ກັບຄືນ ປະເທດ ຊຶ່ງຂັດກັບ ຄວາມມຸ້ງໝາຍ ຂອງພວກເຂົາ; ທາງການລາວ ຮູ້ດີວ່າ ພວກເຂົາ ຢາກໄປຕັ້ງ ຖິ່ນຖານ ຢູ່ ເກົາຫລີໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.