ຄວາມສັມພັນຂອງ ລາວ-ເກົາຫຼີເໜືອ

0:00 / 0:00

ສປປ ລາວ ຈັບສົ່ງ ເດັກນ້ອຍ ລີ້ພັຍ ຊາວ ເກົາຫຼີເໜືອ 9 ຄົນ ກັບຄືນ ປະເທດ ກໍຍ້ອນວ່າ ລາວ ແລະ ເກົາຫຼີເໜືອ ມີຄວາມສັມພັນ ຢ່າງໃກ້ຊິດ ເພາະທັງສອງ ປະເທດ ປົກຄອງ ດ້ວຍ ຣະບອບ ຄອມມິວນິສ ຄືກັນ.

ວາຣະສານ Korea Times ໃນ ເກົາຫລີໃຕ້ ຣາຍງານວ່າ ການທີ່ ທາງການລາວ ຈັບສົ່ງເດັກນ້ອຍ ລີ້ພັຍ ເກົາຫລີເໜືອ 9 ຄົນ ກັບຄືນ ປະເທດ ຂອງພວກເຂົານັ້ນ ສະແດງ ໃຫ້ເຫັນວ່າ ສປປລາວ ມີຄວາມສຳພັນ ໃກ້ຊິດ ກັບ ເກົາຫລີເໜືອ ເພາະທັງສອງ ປະເທດ ເປັນ ຄອມມຸຍນິສ ຄືກັນ. ຣັຖບານ ສປປລາວ ເລິ້ມ ມີຄວາມສຳພັນ ທາງການທູດ ກັບ ເກົາຫລີເໜືອ ໃນປີ 1974 ເປັນຕົ້ນມາ; ຄວາມສຳພັນນັ້ນ ໃກ້ຊິດຂື້ນ ເລື້ອຍໆ ແລະ ມີຂ່າວວ່າ ທາງການລາວ ຮັບຊື້ ອາວຸດ ຈາກ ເກົາຫລີເໜືອ.

ລາວ ແລະ ເກົາຫລີເໜືອ ລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ການຮ່ວມມື ດ້ານ ກົດໝາຍ ແລະ ບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການຮັກສາ ຄວາມໝັ້ນຄົງ ດ້ານສັງຄົມ ຣະຫວ່າງກັນ ເມື່ອປີ 2008 ແລະ ຂໍ້ຕົກລົງ ເຫລົ່ານັ້ນ ກໍແຮງເຮັດໃຫ້ ຄວາມສຳພັນ ແລະ ການຮ່ວມມືກັນ ໃກ້ຊິດຂື້ນ. ບໍ່ເທົ່ານັ້ນ ວາຣະສານ Korea Times ຣາຍງານ ອີກວ່າ ຄວາມສຳພັນ ຣະຫວ່າງ ລາວ ແລະ ເກົາຫລີເໜືອ ແຮງ ແໜ້ນແຟ້ນຂື້ນ ໃນຣະຍະ 2-3 ປີຜ່ານມາ; ເມື່ອປີກາຍ ປະທານ ປະຊາຊົນ ສູງສຸດ ແລະ ຜູ້ບັນຊາການ ທະຫານສູງສຸດ ຂອງ ເກົາຫລີເໜືອ ກໍມາຢ້ຽມຢາມ ສປປລາວ ແລະ ເມື່ອສັປດາ ຜ່ານມາ ທ່ານ ສຸກັນ ມະຫາລາດ ເຈົ້າຄອງ ນະຄອນຫລວງ ວຽງຈັນ ກໍໄປຢ້ຽມຢາມ ເກົາຫລີເໜືອ.

ວາຣະສານ Korea Times ຂຽນອີກວ່າ ການທີ່ ທາງການລາວ ຈັດສົ່ງ ເດັກນ້ອຍ ເກົາຫລີເໜືອ ກັບຄືນ ປະເທດ ເທື່ອນີ້ ສະແດງ ໃຫ້ເຫັນອີກວ່າ ທາງການລາວ ນັ້ນເຫັນດີ ເຫັນພ້ອມ ກັບ ນະໂຍບາຍ ອັນເຄັ່ງຄັດ ຂອງ ທ່ານ ກິມຈຸງອຸນ ຜູ້ນຳສູງສຸດ ຂອງ ເກົາຫລີເໜືອ ທີ່ ໃຊ້ມາຕການ ເຂັ້ມງວດ ຮຸນແຮງ ປາບປາມ ການຫຼົບໜີ ຂອງຊາວ ເກົາຫລີເໜືອ ເພື່ອບໍ່ໃຫ້ມີ ໃຜກ້າ ທີ່ຈະຫລົບໜີ ອີກຕໍ່ໄປ.