ຈີນແຕ່ງງານກັບຍິງລາວ ເຄັ່ງຄັດ ຕື່ມອີກ

ຈໍາປາທອງ
2019.01.10
ເຂດຄຸ້ມທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ
RFA/SS

ໃນຂນະນີ້ ການອອກເອກກະສານແຕ່ງດອງ ຣະຫວ່າງ ແມ່ຍິງລາວ ແລະຜູ້ຊາຍຈີນ ຢູ່ແຂວງຕ່າງໆໃນທົ່ວ ປະເທສລາວ ເຂັ້ມງວດຂຶ້ນ, ຕ້ອງໄດ້ຜ່ານຫລາຍຂັ້ນຕອນ ບໍ່ຄືກັນກັບແຕ່ກ່ອນ ຍ້ອນວ່າແມ່ຍິງລາວ ຈໍານວນບໍ່ໜ້ອຍ ຕົກເປັນເຫຍື່ອຂອງການ ຄ້າມະນຸດຫຼັງແຕ່ງດອງ ແລ້ວໄປຢູ່ຈີນ, ຜູ້ຊາຍຈີນມັກສວຍໂອກາດ ໃນການຂໍແຕ່ງດອງງ່າຍ ແລ້ວເອົາແມ່ຍິງລາວໄປກັກຂັງ ບັງຄັບຂູ່ເຂັນໃຊ້ແຮງງານໜັກ ແລະ ທັງຂາຍເຂົ້າຊ້ອງໂສເພນີ, ດັ່ງເຈົ້າໜ້າທີ່ຕ້ານການຄ້າມະນຸດ ໃນລາວທ່ານນຶ່ງ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 10 ມົກກະຣາ ນີ້ວ່າ:

"ຕອນນີ້ເຂັ້ມງວດ ເອກກະສານຂັ້ນຕອນມັນກໍຫລາຍ ແລ້ວ ມັນກໍຄົນນໍ ຢູ່ກະຊວງການຕ່າງປະເທສ ຂະເຈົ້າກໍບໍ່ຄ່ອຍອອກໃຫ້ ແລ້ວກໍຢູ່ ທາງສນາມບິນ ຂະເຈົ້າກ່ອນບໍ່ໃຫ້ຂ້າມ ບໍ່ໃຫ້ໄປງ່າຍໆນະ ເພາະວ່າຕອນນີ້ສະຖານະການ ຕອນນີ້ຄືຜູ້ຍິງຖືກຕົວະ ໄປແຕ່ງງານຢູ່ຈີນ."

ທ່ານກ່າວວ່າ ການອອກເອກກະສານແຕ່ງດອງ ກັບຄົນຈີນຕອນນີ້ ແມ່ນຕ້ອງໄດ້ຮັບການຢັ້ງຢືນ ແລະອະນຸມັດຈາກ 5 ພາກສ່ວນ ຂອງ ທາງການລາວ ຄືອໍານາດການປົກຄອງບ້ານ, ເມືອງ, ແຂວງ, ກະຊວງການຕ່າງປະເທສ ແລະສະຖານທູດຈີນ ປະຈໍາ ສປປລາວ, ບໍ່ຄື ກັນກັບແຕ່ກ່ອນ ທີ່ມີແຕ່ຜ່ານການຢັ້ງຢືນ ຈາກນາຍບ້ານເທົ່ານັ້ນກໍແລ້ວ ແລະແມ່ຍິງລາວ ກໍເດີນທາງໄປຈີນ ເພື່ອປະກອບເອກກະສານ ຕໍ່ຢູ່ທາງຝ່າຍຈີນກໍໄດ້.

ແລະທາງການຈີນ ກໍເຂັ້ມງວດຂຶ້ນ ຫາກພົບວ່າແມ່ຍິງລາວ ແລະຊາຍຈີນ ພາກັນມາຈີນ ແລະຢູ່ກັນແບບບໍ່ມີເອກກະສານ ຢ່າງຖືກຕ້ອງຈາກ ສປປລາວ ແມ່ນຍິງລາວຜູ້ນັ້ນ ກໍຈະຖືກໃຫ້ກັບຄືນລາວ ເພື່ອປະກອບ ເອກກະສານ ໃຫ້ຖືກຕ້ອງຕາມຣະບຽບ ກົດໝາຍ. ດັ່ງທີ່ທ່ານກ່າວວ່າ:

"ປະເທສຈີນຄືຂະເຈົ້າເຄັ່ງຄັດແຮງຫັ້ນນະຕອນນີ້ ຖ້າແມ່ນວ່າຂໍໃຫ້ຖືກຕ້ອງຕາມກົດໝາຍ ກໍຂໍຜ່ານບ້ານແລ້ວ ກໍມາເມືອງ ແລ້ວກໍຂຶ້ນມາ ກະຊວງຕ່າງປະເທສ ແລ້ວກໍໄປຂໍວິຊາ ຢູ່ສະຖານທູດ ກໍເຮັດໃບແຕ່ງງານ ອີ່ຫຍັງຄັກແນ່່ ແຕ່ວ່າສ່ວນຫລາຍຂະເຈົ້າ ເຮັດກໍຄືແຕ່ກ່ອນ ໃນນາມທີ່ໄປທ່ອງທ່ຽວ ຫລາຍກວ່າ ບໍ່ໄດ້ເຮັດເປັນແຕ່ງງານນະ."

ໃນຣະຍະ 2 ປີມານີ້ ຣັຖບາລລາວ ລະມັດລະວັງ ແລະເຂັ້ມງວດຫລາຍຂຶ້ນ ໃນການອອກເອກກະສານແຕ່ງດອງ ຣະຫວ່າງແມ່ຍິງລາວ ກັບຄົນຕ່າງປະເທສ, ມີການໂຄສະນາ ເພື່ອບໍ່ໃຫ້ເຫດການ ທີ່ບໍ່ດີເກີດຂຶ້ນ ແລະໃຫ້ຫຼາຍພາກສ່ວນຊ່ອຍກັນຕິດຕາມ ກ່ຽວກັບເຣຶ່ອງ ທີ່ວ່ານັ້ນ.

ແລະເມື່ອບໍ່ດົນມານີ້ ຢູ່ບ້ານດອນຄໍາ ເມືອງຮຸນ ແຂວງອຸດົມໄຊ ກໍມີກໍຣະນີແມ່ຍິງລາວ ແລະຊາຍຈີນ ພາກັນຂໍເອກກະສານແຕ່ງດອງໄດ້ ເກືອບນຶ່ງເດືອນແລ້ວ ກໍຍັງບໍ່ທັນໄດ້ ຍ້ອນເຈົ້າໜ້າທີ່ຕ້ອງໄດ້ກວດກາຄັກແນ່ ເພື່ອບໍ່ໃຫ້ແມ່ຍິງລາວ ໄປຕົກເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.