ລາວ-ໄທ ຮ່ວມມື ດ້ານ ວິຊາການ ຕຣຽມພ້ອມ ຮັບມື ການເປີດ ປະຊາຄົມ ເສຖກິດ ອາຊຽນ ຫລື AEC ໃນປີ 2015.
ຂ່າວຜູ້ຈັດການອອນລາຍ ຣາຍງານວ່າ ທີ່ຫ້ອງປະຊຸມ ສໍານັກງານ ການສຶກສາ ນອກແລະໃນຣະບົບ ແຂວງໜອງຄາຍ ທ່ານປຣະເສີດ ບຸນເຮືອງ ເລຂາທິການ ຄສນ ແລະ ດຣ ກ້າສະເຫຼີມສຸກ ອະທິບໍດີ ກົມການສຶກສາ ນອກໂຮງຮຽນ ສປປລາວ ຮ່ວມກັນເປັນ ປະທານ ເປີດການຝຶກ ອົບຮົມຄຣູ ແລະ ຜູ້ຮັບຜິດຊອບສູນການຮຽນຊຸມຊົນ ຕາມໂຄງການຮ່ວມມືທາງວິຊາການໄທ-ລາວ ການຮຽນຮູ້ ຕລອດ ຊີວິດ ຜ່ານສູນ ການຮຽນຊຸມຊົນ.
ສໍານັກງານ ຄສນ ຂອງໄທ ແລະ ກົມການສຶກສາ ນອກໂຮງຮຽນ ຂອງລາວ ເຫັນພ້ອມນໍາ ກັນວ່າ ຄະນະທີ່ ຮັບຜິດຊອບ ດ້ານສູນ ການຮຽນ ຊຸມຊົນ ເປັນສິ່ງສໍາຄັນ ໃນການດໍາເນີນງານຄວນໄດ້ຮັບການ ພັທນາຄວາມຮູ້ໃນເຣື່ອງຫລັກການຈັດການສຶກສາ ໃນສູນການຮຽນຊຸມຊົນເພື່ອໃຫ້ສາມາດ ເປັນແຫລ່ງຮຽນຮູ້ ຕລອດຊີວິດ ທີ່ມີປະສິດທິຜົລ ແລະ ນໍາພາຄົນ ໃນສັງຄົມ ກ້າວທັນ ການປ່ຽນແປງ ເພື່ອກ້າວສູ່ ປະຊາຄົມ ອາຊຽນ ເອອີຊີ ໃນ ອະນາຄົດ.
ການຮ່ວມກັນ ຈັດການຝຶກອົບຮົມ ຄັ້ງນີ້ ກໍເພື່ອ ພັທນາຄຣູ ແລະ ຜູ້ຮັບ ຜິດຊອບ ສູນການຮຽນຊຸມຊົນ ໃຫ້ມີຄວາມຮູ້ ຄວາມເຂົ້າໃຈ ໃນເຣື່ອງແນວຄິດ ແລະ ຫລັກການ ສໍາຄັນ ຂອງ ສູນ ຮວມເຖິງເຂົ້າໃຈ ບົດບາດ ຂອງ ສູນການຮຽນຊຸມຊົນ ກັບການກ້າວສູ່ ເອອີຊີ ນໍາດ້ວຍ.
