ລາວ-ໄທ ພົບກັນນອກທາງການ
2015.04.02
ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ຈະພົບປະ ກັບ ເຈົ້າໜ້າທີ່ ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ຂອງໄທ ຣະດັບ ສູງ ຣະຫ່ວາງ ວັນທີ່ 2 ຫາ ທີ 5 ເມສາ ນີ້ ທີ່ ຫລວງ ພຣະບາງ ແບບ ບໍ່ ເປັນ ທາງການ, ແລະ ຄາດວ່າ ຈະມີການ ປືກສາ ຫາລື ກັນ ກ່ຽວກັບ ການ ຮ່ວມມື ດ້ານ ໂຄງຮ່າງ ຄົມມະນາຄົມ ຣະຫ່ວາງ ກັນ ຊຶ່ງ ອາຈຮ່ວມ ທັງ ໂຄງການ ສ້າງ ທາງ ຣົດໄຟ ນໍາດ້ວຍ, ອີງຕາມ ຣາຍງານ ຈາກ ຫຼວງ ພຣະບາງ.
ຣາຍງານ ທີ່ ອີງຕາມ ຣາຍການ ການ ກະຕຣຽມ ການ ຮັບຕ້ອນ ຄນະ ຜູ້ ຕາງໜ້າ ກະຊວງ ຄົມມະນາຄົມ ໄທ ແຈ້ງວ່າ ການ ເດີນທາງ ຂອງ ຄນະ ຝ່າຍໄທ ມາ ນະຄອນ ຫລວງ ພຣະບາງ ແມ່ນເພື່ອ ມາ ປະຕິບັດ ພາລະກິດ ແລະ ພົບປະ ກັບ ເຈົ້າໜ້າທີ່ ຂອງ ຝ່າຍລາວ ແບບ ບໍ່ເປັນ ທາງການ. ສອງຝ່າຍ ຈະພົບປະ ກັນ ໃນຕອນ ບ່າຍ ຂອງ ວັນທີ 4 ເມສາ ທີ່ ຫ້ອງ ປະຊຸມ ໂຮງແຮມ ຫລວງ ພຣະບາງ ວິວ. ຕລອດ ວັນທີ່ 3 ແລະ ວັນທີ່ 4, ສ່ວນຫລາຍ ແລ້ວ ແມ່ນການ ພົບປະ ສັງສັນ ຣະຫ່ວາງ ເຈົ້າໜ້າທີ່ ຄົນ ສໍາຄັນ ຂອງ ສອງຝ່າຍ. ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ເຈົ້າໜ້າທີ່ ຣະດັບ ສູງ ກະຊວງ ໂຍທາ ເພື່ອ ຂໍ ຣາຍຣະອຽດ ແຕ່ເພິ່ນ ບໍ່ ສາມາດ ໃຫ້ ຄໍາເຫັນ ໃດໆ ໝົດ.
ເມື່ອ ເດືອນ ກຸມພາ ຜ່ານມາ ຄນະ ຜູ້ຕາງໜ້າ ຂອງໄທ ໄດ້ ເດີນທາງ ມາ ປຶກສາ ຫາລື ກັບ ຝ່າຍລາວ ເພື່ອ ຢາກຮູ້ ກ່ຽວກັບ ໂຄງການ ຕ່າງໆ ຂອງ ລາວ ເປັນຕົ້ນ ວ່າ:
1- ກ່ຽວກັບ ແຜນການ ສ້າງ ຂົວ ມິຕພາບ ຂ້າມ ນໍ້າຂອງ ແຫ່ງທີ່ 5 ຣະຫ່ວາງ ແຂວງ ບໍຣິຄໍາໄຊ ກັບ ແຂວງ ບຶງການ ວ່າ ສປປ ລາວ ມີແຜນການ ແນວໃດ?.
2. ຣາຍຣະອຽດ ທາງດ້ານ ເທັກນິກ ກ່ຽວກັບ ໂຄງການ ສ້າງ ທາງ ຣົດໄຟ ລາວ-ຈີນ ວ່າຈະ ດໍາເນີນການ ແນວໃດ.
3. ການ ເຈຣະຈາ ການ ຂົນສົ່ງ ສິນຄ້າ ແລະ ຂົນສົ່ງ ຜູ້ ໂດຍສານ ຣະຫ່ວາງ ໄທ ລາວ ແລະ ວຽດນາມ.
4. ເຣື້ອງ ດ່ານ ຊາຍແດນ ລາວ-ໄທ ທີ່ ຖືວ່າ ເປັນຈຸດ ສໍາຄັນ ໃນການ ເຊື່ອມຕໍ່ ການ ຄົມມະນາຄົມ ທາງ ຣົດ ແລະ ທາງ ຣົດໄຟ ຣະຫ່ວາງ ສອງ ປະເທດ.