ອີກຫ້າປີ ສປປລ ຈະພົ້ນທຸກ

ຈໍາປາທອງ
2015.06.01
F-Thongloun ຮອງ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ ກ່າວໃນຫົວຂໍ້: “40 ປີ ສປປລາວ ແລະ ເສັ້ນທາງ ສູ່ອະນາຄົດຂອງລາວ” ຢູ່ ບາງກອກ ປະເທສໄທ ໃນວັນທີ 28 ພຶສພາ 2015
RFA

ຮອງ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ, ໄດ້ກ່າວ ໃນ ຫົວຂໍ້ “40 ປີ ສປປລາວ ແລະ ເສັ້ນທາງ ສູ່ ອະນາຄົດ ຂອງ ລາວ” ຢູ່ ບາງກອກ ປະເທສ ໄທ ໃນ ວັນທີ 28 ພຶສພາ 2015 ວ່າ, ສປປລາວ, ມີ ເປົ້າໝາຍ ທີ່ ຈະ ເຮັດໃຫ້ ປະຊາຊົນ ລາວ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ໃຫ້ໄດ້ ພາຍໃນ ປີ 2020, ແລະ ເລິ່ມ ພັທນາ ໄປສູ່ ປະເທສ ທີ່ ມີ ຣາຍໄດ້ ປານກາງ ເພື່ອ ກ້າວໄປ ສູ່ ຣາຍໄດ້ ສູງ. ຕາມ ເປົ້າໝາຍ ຂອງ ສະຫະ ປະຊາຊາດ, ໂດຍຈະ ໃຫ້ ມີ ຣາຍໄດ້ 8,໐໐໐ ໂດລາ ສະຫະຣັຖ ຕໍ່ຄົນ ຕໍ່ປີ ໃນ ປີ 2032. ຕາມ ຣາຍງານ ຂອງ ມະຕິຊົນ ອອນລາຍ.

ຣາຍງານ ເວົ້າວ່າ ຫຼັງຈາກ ລາວ ຕໍ່ສູ້ ປົດປ່ອຍ ຈາກ ຕ່າງຊາດ, ແລະ ປ່ຽນແປງ ອຳນາດ ການ ປົກຄອງ ເມື່ອ ວັນທີ 2 ທັນວາ 1975, ໃນຊ່ວງ 3 ປີ ທຳອິດ ເປັນຊ່ວງ ທີ່ ຍາກ ລຳບາກ ທີ່ສຸດ, ໃນການ ປົວແປງ ບາດແຜ ສົງຄາມ, ນອກຈາກ ຟື້ນຟູ ເສຖກິດ ແລ້ວ ທີ່ ສຳຄັນ ຄື ພາວະ ຈິດໃຈ ຂອງ ປະຊາຊົນ ທີ່ ຍັງ ສັບສົນ ວ່າ ປະເທສ ຈະໄປ ໃນ ທິດທາງ ໃດ.

ແລະ ຕໍ່ມາ ໃນປີ 1986 ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ວາງ ແນວທາງ ທີ່ ໃຫ້ ຊື່ວ່າ: “ຈິນຕະນາການ ໃໝ່” ໂດຍ ຮັບຮູ້ ຄວາມ ເປັນຈິງ ຂອງ ປະເທສ ປ່ອຍໃຫ້ ມີ ເສຖກິດ ຫລາຍ ພາກສ່ວນ ແລະ ເປີດກວ້າງ ທາງ ດ້ານ ເສຖກິດ ສູ່ໂລກ ພາຍນອກ, ຊຶ່ງ ກ່ອນໜ້າ ນັ້ນ ບັງຄັບ ໃຫ້ ປະຊາຊົນ ເຮັດນາ ລວມໝູ່, ໃຫ້ ຈັດຕັ້ງ ສະຫະກອນ ກະເສດ, ສະຫະກອນ ຊື້-ຂາຍ ໃນ ທົ່ວ ປະເທສ.

ແຕ່ປີ 1991 ມາ ສປປລາວ ມີ ຣັຖທັມນູນ ສະບັບ ທຳອິດ ຊຶ່ງ ໃນນັ້ນ, ບົ່ງໄວ້ ເຖິງການ ຮັບປະກັນ ສິດ ເສຣີພາບ ແລະ ປະຊາ ທິປະຕັຍ ຂອງ ພົລເມືອງ ລາວ ທຸກຄົນ ແຕ່ ໃນ ພາກ ຕົວຈິງ ຫລາຍຄົນ ເວົ້າວ່າ ປະຕິບັດ ບໍ່ໄດ້ ພໍ ເທົ່າໃດ, ແລະວ່າ ຈະ ພັທນາ ເສຖກິດ ຕາມ ຣະບົບ ຕລາດ ການຄ້າ ຮວມທັງ ເປີດກວເາງ ການ ລົງທຶນ ຂອງ ຕ່າງ ປະເທສ ຂນະທີ່ ປັດຈຸບັນ ສປປລາວ ປະເຊີນ ກັບ ຄວາມ ຫຍຸ້ງຍາກ ທາງ ດ້ານ ເສຖກິດ ການເງິນ, ເປັນຕົ້ນ ຕິດໜີ້ ຕ່າງ ປະເທສ ເປັນ ຈຳນວນ ມະຫາສານ ເປັນການ ຍາກ ທີ່ ຈະໃຊ້ ແທນຄືນ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.