ຣັຖບານລາວຈັດຕັ້ັ້ງ ຮ່ວມມື ກັບ ຈີນ,ວຽດນາມ

0:00 / 0:00

ກອງປະຊຸມຣັຖບານລາວ ເມື່ອເດືອນທັນວາ ທີ່ຜ່ານມາ ໄດ້ຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ການຮ່ວມມື ລາວ,ຈີນ; ລາວ,ວຽດນາມ. ກ່ຽວກັບການຮ່ວມມື ກັບຝ່າຍຈີນ ຄະນະຣັຖບານ ໄດ້ຕົກລົງໃຫ້ກະຊວງກົມກອງ ທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ການນຳໃຊ້ ທຶນຊ່ວຍເຫຼືອລ້າ ຂອງຈີນມູນຄ່າ 4 ຕື້ຢວນຫຼືປະມານ 628 ລ້ານໂດລາສະຫະຣັດ ຊຶ່ງເປັນເງິນຊ່ວຍເຫຼືອ ເພື່ອພັທນາຊົນນະບົດ ລຶບລ້າງຄວາມທຸກຍາກ, ຈັດສັນທີ່ຢູ່ອາສັຍ ແລະບ່ອນທຳມາຫາກິນ ຖາວອນໃຫ້ແກ່ປະຊາຊົນ. ດັ່ງເຈົ້າໜ້າທີ່ ດ້ານການຮ່ວມມື ລາວ,ຈີນ ກະຊວງແຜນການ ແລະ ການລົງທຶນ ຜູ້ຂໍສງວນ ຊື່ແລະສຽງ ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອວັນທີ 10 ມົກຣາ ວ່າ:

"ເພາະວ່າໂຕເລຂນີ້ ແມ່ນໂຕເລກທີ່ຍັງບໍ່ສາມາດເປີດເຜີຍໄດ້ ເລີຍວ່າເປັນຄວາມລັບໄວ້ກ່ອນ ຍັງຈະມີການວາງແຜນ ຈັດຕັ້ງປະຕິບັດ ໂຄງການ ໃຫ້້ເງິນຊ່ວຍເຫຼືອນັ້ນຢູ່."

ສ່ວນການຮ່ວມມື ກັບວຽດນາມ ຣັຖບານລາວ ໄດ້ຕົກລົງແກ້ໄຂບັນດາ ຂໍ້ຫຍຸ້ງຍາກ ດັ່ງນີ້:

1-ໃຫ້ກະຊວງສຶກສາທິການແລະກິລາ ຫາລື ວິທີປັບປຸງ ຄຸນນະພາບຂອງນັກສຶກສາລາວ ທີ່ຮຽນຢູ່ວຽດນາມ ໃຫ້ດີຂຶ້ນ.

2-ໃຫ້ກະຊວງອຸດສາຫະກັມແລະການຄ້າ, ພາກສ່ວນກ່ຽວຂ້ອງ ແລະທ້ອງຖິ່ນ ຂອງລາວ ປຶກສາຫາລື ກັບຝ່າຍວຽດນາມ ອຳນວຍຄວາມ ສະດວກ ໃນການຂົນສົ່ງສິນຄ້າ ຜ່ານຊາຍແດນ ທັງສອງປະເທດ.

3-ໃຫ້ກະຊວງແຮງງານແລະສວັດດີການສັງຄົມ ແລະພາກສ່ວນກ່ຽວຂ້ອງ ຄຸ້ມຄອງແຮງງານ ແລະອອກບັດແຮງງານ ໃຫ້ແກ່ຊາວວຽດນາມ ໃນລາວ ໃຫ້ຖືກຕ້ອງຕາມຣະບຽບກົດໝາຍ ແລະໃຫ້ກວດຄືນ ບາງບໍຣິສັດລົງທຶນ ຂອງວຽດນາມ ທີ່ປະຕິບັດ ໂຄງການຢູ່ລາວ ແບບບໍ່ຖືກ ຕ້ອງຕາມກົດໝາຍ.