ມ.ໄຊທານີເປີດໂຮງຮຽນ

ໄມຊູລີ
2018.09.17
F-School ສະພາບນໍ້າຖ້ວມ ຢູ່ໂຮງຮຽນປະຖົມສົມບູນ ບ້ານນາກຸງ ເມືອງໄຊທານີ
RFA/LX - screen captured from video clip

ໂຮງຮຽນຫຼາຍແຫ່ງ ຕາມເຂດລ້ອງງື່ມ ເມືອງໄຊທານີ ກຳລັງ ກະຕຽມເປີດ ການຮຽນການສອນອີກ ພາຍຫຼັງທີ່ ນ້ຳງື່ມເຣີ້ມບົກແຫ້ງ ລົງແລ້ວ. ປັດຈຸບັນ ຫຼາຍໂຮງຮຽນ ກໍໄດ້ປະກາດໃຫ້ພໍ່ແມ່ ຜູ້ປົກຄອງ ສົ່ງລູກຫຼານໄປຮຽນ ໃນມື້ວັນທີ 17 ກັນຍານີ້, ດັ່ງ ຊາວບ້ານ ບ້ານນາກຸງ ໄດ້ ກ່າວຕໍ່ ເອເຊັຽເສຣີ ວ່າ:

“ກຳລັງເຣີ້ມຊິເປີດ ກຳລັງຊິເປີດມ້ຽນ ອະນາມັຍສະຖານທີ່ ໂຕະຕັ່ງຫັ້ນລະ ເພາະວ່າມັນຖ້ວມເໝິດເດຫວ່າງກີ້ນີ້. ພວກທາງອຳນວຍການ ພວກຄຣູ ຂະເຈົ້າ ກະກຳລັງກຽມ ກະຊິໄດ້ສົ່ງເຂົ້າຫັ້ນແຫຼະ. ໄດ້ເປີດວັນຈັນ ຊິມາກະຊິໄດ້ເປີດສົມບູນແຫຼະ”.

ແຕ່ຊາວບ້ານ ບ້ານໂນນຄໍ້ ທ່ານນຶ່ງ ກ່າວວ່າໂຮງຮຽນ ໃນເຂດທີ່ຕົນອາສັຍຢູ່ ຍັງບໍ່ພ້ອມເທື່ອ:

“ຊ່ວງນີ້ກະຍັງ ກະຖືວ່າກະຍັງບໍ່ທັນໄດ້ໄປໂຮງຮຽນ ປົກກະຕິເທື່ອເນາະ ເພາະວ່ານ້ຳຫາກໍ່ລົງ ກະໄດ້ມ້ຽນມັດອັດຫີ່ເຮືອນແດ່ ທຳຄວາມສະອາດ ເຮືອນແດ່ ລະກະໂຮງຮຽນເພິ່ນກະຍັງບໍ່ແຈ້ງ ເປັນທາງການວ່າຊິເຣີ້ມເປີດມື້ໃດ ຫັ້ນເນາະ. ເພາະວ່າທາງໄປ ທາງມາກະຂ້ອນຂ້າງ ລຳບາກຢູ່ ໃນຂົງເຂດທີ່ວ່າ ຂ້າພະເຈົ້າຢູ່ເນາະ,”

ຢ່າງໃດກໍຕາມ, ຫົວໜ້າ ຫ້ອງການສຶກສາ ເມືອງໄຊທານີ ກໍໄດ້ຢືນຢັນວ່າ ຈະພຍາຍາມ ເປີດໂຮງຮຽນ ໃນວັນຈັນນີ້:

“ມາຮອດປະຈຸບັນນີ້ກະຖືວ່ານ້ຳກະໄດ້ບົກແຫ້ງໄປ. ຫຼາຍແຫ່ງກະຖືວ່າກຳລັງຫ້າງຫາກະກຽມເນາະ, ເຮັດອະນາມັຍເບາະ ຫຼືວ່າຈັດເຮັດ ໃຫ້ອາຄານ ສະຖານທີ່ໃຫ້ມັນສະອາດ ລະກະກະກຽມໃສ່ໃນມື້ວັນຈັນນີ້ ຈະເປີດການຮຽນການສອນ. ອາທິດໜ້າຖືວ່າ ພວກເຮົາຈະຂ້ອນຂ້າງ ໃຫ້ເກືອບປົກກະຕິພຸ້ນແຫຼະ ອາທິດໜ້ານີ້ເນາະ”.

ຫົວໜ້າຫ້ອງການສຶກສາເມືອງ ປະຈຳ ເມືອງໄຊທານີ ກ່າວຕື່ມວ່າ ບັນດາຄຣູ ກໍ ພຍາມສອນໄວ ແລະ ສອນເພີ້ມນອກໂມງຮຽນ ປົກກະຕິ ເພື່ອໃຫ້ນັກຮຽນ ໃນເຂດ ທີ່ໄດ້ຮັບຜົນກະທົບ ຈາກ ພັຍນ້ຳຖ້ວມນັ້ນ ຮຽນ ທັນນັກຮຽນ ເຂດອື່ນໆ.

ນ້ຳຖ້ວມ ເຂດລ້ອງງື່ມ ປີນີ້ສົ່ງຜົນກະທົບ ຕໍ່ 124 ບ້ານ ທົ່ວ ນະຄອນຫຼວງ ວຽງຈັນ ເມືອງໄຊທານີ ແມ່ນໄດ້ຮັບຜົນກະທົບ ໜັກທີ່ສຸດ ໂຮງຮຽນໃຫຍ່ 12 ແຫ່ງ ຖືກນ້ຳຖ້ວມຈົນ ບໍ່ສາມາດເປີດການຮຽນ ການສອນໄດ້, ໂຮງຮຽນອີກ 12 ແຫ່ງ ກາຍເປັນບ່ອນ ພັກຊົ່ວຄາວ ໃຫ້ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໜັກ ແລະ ໂຮງຮຽນ ອີກຫຼາຍແຫ່ງ ຖືກປະກາດ ຍຸຕິການຮຽນ ການສອນ ຍ້ອນນ້ຳຖ້ວມບ້ານ ແລະ ຖນົນຫົນທາງ ເຮັດໃຫ້ຄຣູ ແລະນັກຮຽນ ບໍ່ສາມາດ ໄປໂຮງຮຽນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.