ທູຕອະເມຣິກັນ ຄົນໃໝ່ປະຈໍາລາວ

0:00 / 0:00

ສປປລາວ ຈະມີ ເອກອັຄຣາຊທູດ ຈາກ ສະຫະຣັຖ ອະເມຣິກາ ຄົນໃໝ່ ຊື່ ວ່າ ທ່ານ Dan Clune. ເປັນທີ່ຄາດ ກັນວ່າ ຖ້າຫາກ ທ່ານ ຜ່ານການ ໄວ້ວາງໃຈ ຫລື ການສອບຖາມ ປາກຄຳ ຈາກ ທາງຄະນະ ກັມມະການ ຂອງ ສະພາ ສະຫະຣັຖ, ທ່ານ Dan Clune ມີກຳໜົດ ໄປປະຈຳ ຕຳແໜ່ງ ຢູ່ ນະຄອນຫລວງ ວຽງຈັນ ໃນໄວໆນີ້ ແທນ ຍານາງ Karen Stewart ທູດ ສະຫະຣັຖ ປະຈຳ ລາວ ແຕ່ປີ 2010 ເປັນຕົ້ນມາ.

ທ່ານ Dan Clune ເກີດເມື່ອປີ 1949, ໄດ້ຮັບ ການສຶກສາ ຣະດັບ ປຣິນຍາຕຣີ ຈາກ ມະຫາວິທຍາລັຍ Boston College ແລະ ວິຊາ ດ້ານກົດໝາຍ ຈາກ ມະຫາວິທຍາລັຍ ຣັຖ California ທີ່ Berkley ໃນປີ 1974 ແລະ ກໍມີ ປະສົພການ ທາງການ ທູຕ ຫລາຍໆຢ່າງ.

ນັບແຕ່ປີ 2010 ເປັນຕົ້ນມາ ທ່ານ Dan Clune ເປັນນັກ ການທູຕ ຜູ້ສຳຄັນ ຄົນໜື່ງ ແລະ ກໍເປັນຮອງ ຜູ້ຊ່ວຍ ຣັຖມົນຕຣີ ການຕ່າງ ປະເທດ ດ້ານກິຈການ ສະພາບ ແວດລ້ອມ ແລະ ເທັກໂນໂລຈີ ແລະ ກ່ອນໜ້ານັ້ນ ທ່ານກໍໄດ້ຮັບ ຕຳແໜ່ງ ທາງດ້ານ ການຄ້າ ໄປປະຈຳ ຫລາຍປະເທດ ໃນທົ່ວໂລກ ຊື່ງ ໃນນັ້ນ ຮວມທັງ ໃນເຂຕ ຕາເວັນອອກ ກາງ ຢູໂຣປ ແລະ ໃນເຂຕ ເອເຊັຍ ປາຊີຟິກ.