ບ້ານນາແວ່ນຍັງຢູ່ໃນ ປ່າສງວນ

ໄຊຍາ
2019.01.15
ເຈົ້າໜ້າທີ່ທາງການ ອອກກວດກາລາດຕະເວນ ໃນເຂດພື້ນທີ່ປ່າສງວນ
ຮູບພາບອຸປຖັມໂດຍ: WWF

ທາງການລາວກຳລັງຕຽມຍົກຍ້າຍປະຊາຊົນບ້ານນາແວ່ນ ເມືອງພຽງ ແຂວງໄຊະບູລີ ອອກຈາກປ່າສງວນແຫ່ງຊາດນໍ້າປຸຍ ໃຫ້ແລ້ວໃນປີນີ້ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ປີ 2015 ທີ່ຫ້າມປະຊາຊົນ ອາສັຍຢູ່ໃນເຂດປ່າສງວນ ແຫ່ງຊາດຢ່າງເດັດຂາດ. ຕາມຄຳເວົ້າຂອງເຈົ້າໜ້າທີ່ປ່າສງວນນໍ້າປຸຍ ທ່ານນຶ່ງ ໄດ້ໃຫ້ຣາຍລະອຽດກ່ຽວກັບ ເຣື້ອງນີ້ຕໍ່ວິທຍຸເອເຊັຍເສຣີ ໃນມື້ວານນີ້ວ່າ:

"ມັນກຳນົດເດ້ ກຳນົດຫວງຫ້າມເດັດຂາດ ມັນແຕກຕ່າງຈາກປ່າສງວນປະເທດອື່ນ ຂອງລາວເຮົາເນາະ ຂອງປະເທດອື່ນມັນເດັດຂາດ ໝົດເນາະ ເຮົາມັນມີກຳນົດ ອີງໃສ່ກົດໝາຍ ມັນເວົ້າເຣື່ອງຫວງຫ້າມເດັດຂາດ ແລ້ວກໍເຂດຄຸ້ມຄອງນໍາໃຊ້ ແລ້ວກໍເຂດເຊື່ອມຕໍ່ມັນມີ ຫລາຍຣະດັບ ບັນຫາວ່າຂັ້ນແຂວງມີງົບປະມານ ກໍໂຍກຍ້າຍປະຊາຊົນ ຂະເຈົ້າອອກສະ."

ເຈົ້າໜ້າທີ່ທ່ານນີ້ອະທິບາຍຕື່ມວ່າ ຊາວບ້ານນາແວ່ນ ມີທັງໝົດ 705 ຄອບຄົວ ຈະໂຍກຍ້າຍອອກຈາກເຂດປ່າສງວນ ໄປຢູ່ນອກເຂດ ປ່າສງວນ ທີ່ບໍ່ໄກຈາກບ້ານເດີມພໍເທົ່າໃດ. ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງສຳຣວດຊອກຫາທີ່ດິນບ່ອນຢູ່ ແລະ ບ່ອນທຳມາຫາກິນ ໃໝ່ຢູ່, ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູລີ ຊີ້ແຈງກັບພວກເຮົາວ່າ:

ເພິ່ນໄປສຳຣວດຢູ່ເຂດນາແວ່ນ ກໍຍັງບໍ່ທັນແລ້ວຊັ້ນນະເນາະ ກໍມີແຕ່ນາແວ່ນຂອງ WWF ກໍລົງແຕ່ນາແວ່ນຈຸດດຽວ ຂອງເມືອງນີ້ລົງຫຼາຍ ຈຸດ ເມືອງທີ່ວ່າເຂົາແລ້ວກໍຢູ່ໂພນສະອາດເນາະ ແລ້ວກໍ່ມີເຂດນາຊີງນີ້ກໍ່ມີຫລາຍບ້ານຢູ່ເນາະ.

ທັງນີ້ການໂຍກຍ້າຍ ປະຊາຊົນຍັງເປັນແຜນການ ເນື່ອງຈາກຣັຖບານຍັງບໍ່ທັນມີງົບປະມານ ພ້ອມນີ້ ຕາມທາງການລາວ ກຳນົດເງື່ອນໄຂ ການມອບສິດນຳໃຊ້ ທີ່ດິນໃຫ້ປະຊາຊົນ ໃນເຂດນີ້ ຜູ້ມີສິດໃນທີ່ດິນ ຈະຕ້ອງພັທນາທີ່ິດິນ ໃຫ້ເກີດຜົລປະໂຫຍດ ຫ້າມປະວ່າງ ເປັນຣະຍະ ເວລາ 3 ປີ ບໍ່ດັ່ງນັ້ນຈະມອບທີ່ດິນ ໃຫ້ຜູ້ອື່ນຫາກຄອບຄົວໃດ ພັທນາໄດ້ຕາມເງື່ອນໄຂກຳນົດ ກໍມີສິດຖືຄອງໃບຕາດິນ.

ແຂວງໄຊຍະບູລີເຣີ້ມໂຄງການຈັດສັນທີ່ດິນກະສິກັມ ແລະທີ່ຢູ່ອາສັຍໃຫ້ປະຊາຊົນທັງໝົດ 32 ບ້ານ ໃນ 3 ເມືອງ ຄື ເມືອງປາກລາຍ, ເມືອງພຽງ ແລະເມືອງທົ່ງມີໄຊ ທີ່ອາສັຍຢູ່ອ້ອມແອ້ມເຂດປ່າສງວນແຫ່ງຊາດນໍ້າປຸຍ ມາແຕ່ປີ 2015 ເພື່ອກຳນົດເຂດ ທີ່ິດິນກະສິກັມ ແລະ ເຂດປ່າສງວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.