ລະບົບສາຍດ່ວນຫາສະພາ ແກ້ບັນຫາ ບໍ່ຄ່ອຍໄດ້

ມະນີຈັນ
2021.03.29
ລະບົບສາຍດ່ວນຫາສະພາ ແກ້ບັນຫາ ບໍ່ຄ່ອຍໄດ້ ເສັ້ນທາງ ຍາມຝົນຫຼິ້ນຕົມ ຍາມແລ້ງດົມຝຸ່ນ ທີ່ປະຊາຊົນ ຮ້ອງທຸກຫາ ສະພາແຫ່ງຊາດ ຊຸດກ່ອນ
ພາບປະກອບ: ນັກຂ່າວພົລເມືອງ

ຊາວລາວ ຍັງບໍ່ເຊື່ອໝັ້ນ ຕໍ່ການແກ້ໄຂບັນຫາ ປະຊາຊົນຜ່ານຣະບົບບ ສະພາແຫ່ງຊາດ ຍ້ອນໄລຍະຜ່ານມາ ມີຜູ້ສເນີຄໍາຮ້ອງເຣື່ອງ ຕ່າງໆຜ່ານສາຍດ່ວນສະພາ ແຫ່ງຊາດ 156 ແລະໜັງສືຮ້ອງຮຽນ ແຕ່ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທັມ ເຮັດໃຫ້ປະຊາຊົນ ລາວ ຂາດຄວາມເຊື່ອໝັ້ນ ໃນລະບົບສະພາແຫ່ງຊາດ. ດັ່ງຊາວລາວທ່ານນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ທີ່ເຄີຍຮ້ອງຮຽນເຣື່ອງ ປັບປຸງ ເສັ້ນທາງ ແລະຂີ້ຝຸ່ນ ຜ່ານສາຍດ່ວນສະພາແຫ່ງຊາດ ກ່າວຕໍ່ RFA ໃນມື້ວັນທີ 29 ມyນາ ນີ້ວ່າ:

“ເວົ້າມັນເວົ້າງາມ ຣະບົບນີ້ນະໃຫ້ເຂົ້າໃຈ ຄູ່ມື້ນີ້ມັນຮຽກຮ້ອງ ຍັງບໍ່ໄດ້ດອກ ກະເບິ່ງໂທຣະພາບຫັ້ນແຫຼະ ໄປຖ່າຍເອົາແຕ່ທາດຫຼວງບໍ໋ ອານຸສາວະຣີບໍ໋ ບ່ອນມັນງາມເນາະ. ຮູບຖນົນ ຫົນທາງໄປຫັ້ນໄປນີ໋ ມັນສິຖ່າຍຈັ່ງໃດ ປະຊາຊົນບໍ່ມີຢູ່ມີກິນ ມັນສິໄປຖ່າຍ.”

ຊາວລາວຜູ້ນີ້ ເວົ້າຕື່ມວ່າ ເສັ້ນທາງໃນເມືອງວັງວຽງ ເປ່ເພໜັກໜ່ວງ ທັງເປັນຫລຸມທັງເປັນບໍ່ ຍ້ອນຣົດບັນທຸກຂົນຫິນ ຂອງບໍຣິສັດ ກໍ່ສ້າງທາງຣົດໄຟ, ບໍຣິສັດກໍ່ສ້າງທາງດ່ວນ ແລະ ບໍຣິສັດກໍ່ສ້າງໂຄງການ ຕ່າງໆພາຍໃນເມືອງວັງວຽງ ຊຶ່ງເປັນບັນຫາແກ່ຍາວມາ ຫຼາຍປີຮຽກຮ້ອງ ໄປຫາເມືອງ ໄປຫາແຂວງ ຣັຖບານ ແລະສະພາແຫ່ງຊາດຫຼາຍເທື່ອ ກໍບໍ່ໄດ້ຮັບ ການແກ້ໄຂເທື່ອ.

ທີ່ນະຄອນຫລວງວຽງຈັນ ຊາວລາວທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນ ແລະ ເຄີຍຮ້ອງຂໍຄວາມເປັນທັມ ຈາກສະພາແຫ່ງຊາດມາແລ້ວ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ບໍ່ຄາດຫວັງຈະ ເພິ່ງພາລະບົບ ສະພາແຫ່ງຊາດ ຫຼືພາກສ່ວນ ຂອງຣັຖບານແລ້ວ ເພາະຮ້ອງຮຽນ ຂໍຄວາມເປັນທັມ ໄປແລ້ວ ແຕ່ກໍບໍ່ໄດ້ຮັບການແກ້ໄຂ. ແລະອັນທີ່ຈະເພິ່ງພາໄດ້ ຄື ສື່ໃນລາວ ແລະ ຕ່າງປະເທດ ທີ່ເຂົ້າໃຈບັນຫາ ແລະ ຕ້ອງການຊ່ອຍເຫລືອ ປະຊາຊົນລາວ ທີ່ຕົກຢູ່ໃນສະພາບ ຖືກກົດຂີ່ ແລະບໍ່ໄດ້ຮັບຄວາມເປັນທັມ. ທ່ານກ່າວຕອນນຶ່ງວ່າ:

“ປະຊາຊົນລາວ ກະຕ້ອງການຄວາມຊ່ອຍເຫຼືອ ຈາກດ້ານໃດດ້ານນຶ່ງຫລືວ່າ ໂຕນຶ່ງທີ່ວ່າສາມາດຊ່ວຍເຫຼືອ ໄດ້ບໍ່ຫຼາຍກະໜ້ອຍ ປະຊາຊົນກະດີໃຈ ພູມໃຈກະເລີຍອາສັຍສຽງຂອງ ຂ່າວນີ້ແຫລະ. ຄັນບໍ່ຊ່ວຍກະ ປະຊາຊົນສິເພິ່ງໃຜໄດ້.”

ນອກຈາກນີ້ ມີຊາວບ້ານຫຼາຍ 10 ຄອບຄົວ ສູນເສັຽດິນໄຮ່ ແລະ ເຮືອນໃຫ້ໂຄງການ ແລະ ຈະໄດ້ຮັບເງິນຊົດເຊີຍ ປະມານ 80 ລ້ານ ກີບຕໍ່ເຮັກຕາ ຊຶ່ງເປັນຣາຄາຕໍ່າຫຼາຍຕາມ ຄໍາເຫັນຂອງຊາວບ້ານ. ບັນຫາດັ່ງກ່າວນີ້ ເຄີຍຮ້ອງຂໍຄວາມເປັນທັມ ນໍາສະພາ ປະຊາຊົນ ຂັ້ນແຂວງໄປແລ້ວ ແຕ່ບໍ່ໄດ້ຮັບ ການແກ້ໄຂ ແລະ ໄດ້ຮ້ອງຂໍຜ່ານສາຍດ່ວນ 156 ສະພາ ແຫ່ງຊາດ ເມື່ອປີ 2019 ສມັຍ ຍານາງ ປານີ ຢາທໍ່ຕູ້ ເປັນປະທານສະພາ ແຫ່ງຊາດ ແຕ່ກໍມິດງຽບ ເທົ່າຮອດມື້ນີ້. ດັ່ງນັ້ນ ຈຶ່ງເຫັນວ່າການຮ້ອງຂໍ ຂອງ ປະຊາຊົນຜ່ານສະພາ ແຫ່ງຊາດ ຈຶ່ງບໍ່ມີຄວາມສໍາຄັນ ເມື່ອທຽບໃສ່ກັບສ່ຽງສ່ວນໃຫຍ່ ທີ່ເປັນເຈົ້າໜ້າທີ່ທ້ອງຖິ່ນ ກັບບໍຣິສັດຜູ້ລົງທຶນ.

ຊາວລາວຜູ້ນຶ່ງຢູ່ແຂວງບໍລິຄໍາໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 ແຂວງບໍລິຄໍາໄຊ- ບຶງການ ກ່າວຕໍ່ RFA ໃນມື້ວັນທີ 29 ມິນາ ນີ້ວ່າ:

“ດຽວນີ້ສະພາສູນກາງ ຫັ້ນເພິ່ນກະຕ້ອງໄດ້ອາສັຍ ການຮ້ອງຮຽນຈາກສະພາທ້ອງຖິ່ນເນາະ ສະເພາະຢູ່ພີ້ ລາວພັດແບບນຶ່ງຫັ້ນນ່າ ຄັນຮ້ອງໄປກະ ຄັນວ່າມັນສຽງສ່ວນຫຼາຍແລ້ວ ເຫັນດີຕາມນັ້ນ ແລ້ວກະຖືວ່າແລ້ວຫັ້ນນ່າ.”

ອີງຕາມຄໍາເວົ້າຂອງທ່ານ ຄໍາໃບ ດໍາລັດ, ຮອງປະທານສະພາແຫ່ງຊາດ ຕໍ່ກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ່ 25 ມິນາ 2021, ໃນໄລຍະ 5 ປີ ຜ່ານມາຄືແຕ່ປີ 2016 ຫາ 2020 ສະພາແຫ່ງຊາດ ໄດ້ຮັບການຮ້ອງຮຽນ ຂໍຄວາມເປັນທັມ ຈາກ ປະຊາຊົນລາວ ຜ່ານສາຍດ່ວນ 156 ແລະໜັງສືຮ້ອງຮຽນ ປະມານ 2,300 ກໍຣະນີ ແລະສາມາດແກ້ໄຂໄດ້ 1,917 ກໍຣະນີ. ດັ່ງທ່ານກ່າວວ່າ:

“ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ແກ້ໄຂ ຄໍາຮ້ອງຂໍຄວາມເປັນທັມ ຂອງພົລເມືອງຕາມພາຣະບົດບາດ ຂອງຕົນຊຶ່ງສາມາດແກ້ໄຂດ້ວຍ ຮູບການຕ່າງໆ ຈໍານວນ 1,917 ສະບັບເທົ່າກັບ 82 ສ່ວນຮ້ອຍ ຂອງຄໍາຮ້ອງ ທັງໝົດ.”

ເຣື່ອງປະຊາຊົນລາວ ຮ້ອງຮຽນຂໍຄວາມເປັນທັມ ຕໍ່ສະພາແຫ່ງຊາດ ໃນໄລຍະ 5 ປີຜ່ານມາສ່ວນໃຫຍ່ ຍັງເປັນເຣື່ອງທີ່ດິນ, ຮອງ ລົງມາເປັນເຣື່ອງເສຖກິດ ບັນຫາປາກທ້ອງ ແລະ ການພັທນາໂຄງຮ່າງ ພື້ນຖານ. ທຸກບັນຫາທີ່ປະຊາຊົນລາວ ສົ່ງຄໍາຄິດເຫັນ ເຂົ້າມາຍັງກອງປະຊຸມ ສະພາແຫ່ງຊາດ ຈະຖືກສົ່ງໄປຍັງ ເລຂາທິການສະພາ ແຫ່ງຊາດ ແລ້ວສົ່ງຕໍ່ໄປຍັງ ພາກສ່ວນກ່ຽວຂ້ອງ ແກ້ໄຂຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 08, 2021 07:26 PM

ສາຍດ່ວນມັນກໍເປັນພງຽສາຍດ່ວນເທົ່ານັ້ນມັນຈະບໍ່ແກ້ບັນຫາຫຼືໄຫ້ຄວາມຊ່ວຍເຫຼືອຫັຍງໄດ້ເລີຍມັນເປັນພຽງສາຍທີ່ຮັບຟັງຄວາມຮ້ອງທຸກຂອງປະຊາຊົນໂທເຂົ້າມາຂໍຄວາມຊ່ວຍເຫຼືອຂໍຄວາມຢຸດຕິທໍາແລະອື່ນໆເທົ່ານັ້ນຜູ້ຮັບສາຍກໍໄດ້ແຕ່ຮັບສາຍຟັງເທົ່ານັ້ນເພາະວ່າມັນເປັນສາຍດ່ວນຖ້າເພີ່ນເມື່ອຍຟັງເພີ່ນກໍບໍ່ຮັບສາຍເທົ່ານັ້ນຈົບ,ແລະບອກໄດ້ເລີຍວ່າມັນບໍ່ແມ່ນສາຍທີ່ຈະອອກມາຊ່ວຍເຫຼືອແລະໄຫ້ຄວາມຢຸຕິທໍາຕໍ່ປະຊາຊົນຂອງຕົນ,ເພາະພິຶດຕິກັມຂອງການຊ່ວຍເຫຼືອແລະຄວມຢຸຕິທໍາໄຫ້ຄົນຮ່ວມຊາດດຽວກັນນັ້ນມັນມີໜ້ອຍນິດຂອງອໍານາດນີ້ໄຜໆກໍຮູ້ຢູ່ແກ່ໃຈແລ້ວວ່າມັນບໍ່ມີຄວາມຢຸຕິທໍາຢູ່ໃນຈິດໃຈຂອງໂຕເອັງແລ້ວຍັງສິໄປໄຫ້ຄວາມຍຸຕິທໍາແກ່ຄົນອື່ນນັ້ນມັນເປັນໄປໄດ້ລໍາບາກຫຼາຍຖ້າມີກໍອາດເປັນສິ່ງບັງເອີນທີ່ເຂົາອາຈສໍານຶກເຫັນຄວາມຜິດຂອງຕົນເອັງເທົ່ານັ້ນ.