ປະຊາຊົນ ລາວ ສ່ວນຫລາຍ ສົນໃຈ ຂ່າວຄາວ ວຽກບ້ານ ການເມືອງ ແຕ່ບໍ່ກ້າ ສົນທະນາ ເຣື້ອງ ການເມືອງ ໃນ ທີ່ ສາທາຣະນະ.
ຄົນລາວ ທ່ານນຶ່ງ ເວົ້າວ່າ ທຸກມື້ນີ້ ຊາວລາວ ມີຄວາມສົນໃຈ ຕິດຕາມຂ່າວ ການເມືອງ ຜ່ານສື່ມວນຊົນ ຕ່າງໆ ຂອງ ຣັຖບານ ແຕ່ບໍ່ກ້າ ສົນທະນາ ເຣື້ອງການເມືອງ ໃນທີ່ ສາທາຣະນະ ຍ້ອນ ບໍ່ຢາກມີ ບັນຫາ ກັບ ຣັຖບານ. ດັ່ງທ່ານ ເວົ້າວ່າ:
"ກໍເບີ່ງຢູ່ ມັນກໍອິງໃສ່ ບຸກຄົນ ເຂົາມັກ ເບິ່ງຂ່າວ ເຂົາກໍເບີ່ງ ຂ່າວນີ້ ກໍເວົ້່າບໍ່ໄດ້ ບໍ່ແມ່ນເຂົາ ບໍ່ກ້າ ເຂົາບໍ່ຢາກຫຍຸ້ງ ເຂົາບໍ່ ຢາກສົນໃຈ ມັນເຣືື້ອງ ຂອງຣັຖບານ ເຂົາພາໄປ ແນວດີ ເຮົາກໍພໍໃຈ ແລ້ວ ເຮົາ ບໍ່ຈຳເປັນ ຈະໄປ ຂັດຂວງ ເຂົາດອກ".
ທ່ານເວົ້າ ຕໍ່ໄປວ່າ ສະພາບການ ສັງຄົມ ໃນລາວ ບໍ່ຄືກັບ ປະເທດອຶ່ນ ທີ່ ມີເສຣີພາບ ປະຊາຊົນ ສາມາດ ໂອ້ລົມກັນ ເຣື້ອງການເມືອງ ແລະ ປະເດັນ ທີ່ເກີດຂຶ້ນ ກັບສັງຄົມ ແຕ່ໃນລາວ ປະຊາຊົນ ກໍຢາກເວົ້າ ໄດ້ຄືກັບ ປະເທດ ເຫລົ່ານັ້ນ ແຕ່ບໍ່ກ້າ ຈຶ່ງຕ້ອງທຳໃຈ ເພື່ອຄວາມ ປອດພັຍ ຂອງ ຕົນ ແລະ ຄອບຄົວ.
ແຕ່ເຖິງຢ່າງໃດ ກໍຕາມ ນັບຕັ້ງແຕ່ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃນທ້າຍປີ 2012 ແຮງເຮັດໃຫ້ ຊາວລາວ ເກີດຄວາມ ຢ້ານກົວ ຕໍ່ອຳນາດ ການປົກຄອງ ພັກຣັຖ ຫລາຍຂຶ້ນ ເພາະຢ້ານ ບັນຫາ ດັ່ງກ່າວ ເກີດຂຶ້ນ ກັບຕົນເອງ.
ກ່ອນຫນ້ານີ້ ຊາວລາວ ເວົ້າວ່າ ຕົນເຄີຍ ຕິດຕາມຂ່າວ ການເມືອງ ຢູ່ຕຣອດ ເພາະຢາກຮູ້ ການເຄື່ອນໄຫວ ຂອງ ຣັຖບານ ແຕ່ເມຶ່ອ ມີຂ່າວການ ຈັບກຸມ ທ່ານ ສົມບັດ ສົມພອນ ພວກຕົນ ກໍເລີຍບໍ່ກ້າ ທີ່ຈະຕິດຕາມ ຂ່າວ ການເມືອງ ອີກຕໍ່ໄປ ເພາະຢ້ານ ທາງການ ວ່າເປັນ ປະຕິການ.
