ທາງການ ແລະ ປະຊາຊົນ ລາວ ຮູ້ສຶກ ດີໃຈ ເມື່ອ ຮູ້ຂ່າວວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຈະ ຢ້ຽມຢາມ ປະເທດ ລາວ ໃນເດືອນ ພຶສຈິກາ ປີ ຫນ້າ ເພື່ອຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ທີ່ ສປປລາວ ຈະເປັນ ເຈົ້າພາບ.
ຖືວ່າເປັນ ຜູ້ນຳ ຂອງ ສະຫະຣັຖ ຄົນ ທຳອິດ ທີ່ ຈະເດີນທາງ ຢ້ຽມຢາມ ປະເທດ ລາວ ຢ່າງ ເປັນ ທາງການ. ເຈົ້າຫນ້າທີ່ ແຂວງ ຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ເປັນ ເຣື້ອງ ທີ່ດີຫຼາຍ ເພາະ ຣັຖບານ ລາວ ຈະໄດ້ ແລກປ່ຽນ ບົດຮຽນ ພ້ອມ ຫວັງວ່າ ສະຫະຣັຖ ຈະໃຫ້ການ ຊ່ວຍເຫລືອ ລາວ ຕື່ມອີກ:
"ສະຫຣັຖ ອະເມຣິກາ ເປັນ ປະເທດ ທີ່ ໃຫຽ່ ແລະ ມີການ ພັທນາ ແລ້ວ ຖ້າມານີ້ ເປັນການດີ ທີ່ສຸດ, ກໍຢາກໃຫ້ ເພິ່ນ ຊ່ວຍເຣື້ອງ ການເກັບກູ້ ຣະເບິດ ຢູ່ ລາວ ແລ້ວ ອີກອັນນຶ່ງ ກະ ເປັນການດີ ຖ້າວ່າເພິ່ນ ຮັບ ຊ່ວຍເຣື້ອງ ທຶນຮອນ ການພັທນາ ຕື່ມອີກ ຄື ທີ່ຜ່ານມາແລ້ວນັ້ນ".
ສ່ວນ ປະຊາຊົນ ລາວ ເວົ້າວ່າ ເປັນເຣື່ອງ ຫນ້າສົນໃຈ ຫຼາຍ ທີ່ ປະທານາທິບໍດີ ບາຣັກ ໂອບາມາ ຈະ ເດີນທາງ ມາລາວ ເພາະບໍ່ເຄີຍ ມີຜູ້ນຳ ສະຫະຣັຖ ທ່ານໃດ ມາ ຢ້ຽມຢາມ ປະເທດ ລາວ ມາກ່ອນ:
"ກະບໍ່ເຄີຍ ໄດ້ຍິນຂ່າວ ວ່າ ເພິ່ນຈະມາ ຫັ້ນນະ ແຕ່ວ່າ ໄດ້ຍິນ ຂ່າວວ່າ ຈະມາ ກໍດີໃຈ, ແລ້ວ ກໍຫນ້າສົນໃຈ ຫຼາຍເນາະ ທີ່ ທ່ານ ໂອບາມາ ຈະມາ ປະເທດ ລາວ".
ອົງການ ຂ່າວ ເອເອຟພີ ຣາຍງານ ມື້ວານນີ້ ວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະ ເດີນທາງ ໄປຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ, ທີ່ ລາວ ຈະເປັນ ເຈົ້າພາບ ໃນ ປີຫນ້າ.
ກ່ອນຫນ້ານີ້ ກໍເຄີຍມີ ເຈົ້າຫນ້າທີ່ ຣະດັບສູງ ຂອງ ສະຫະຣັຖ ອະເມຣິກາ ຢ້ຽມຢາມ ສປປ ລາວ ຄື, ມາດາມ Hillary Clinton ສມັຍ ທີ່ ມາດາມ ຮັບ ຕຳແຫນ່ງ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ເມື່ອ ປີ 2012.
