ຊາວລາວໃຊ້ສະຖານທູດລາວ ຮຽກຮ້ອງ ເສຣີພາບ

ສິດນີ
2015.12.03
F-workers ເນື່ອງໃນວັນຊາດ ຊາວລາວໃນໄທ ຍື່ນໜັງສືຮຽກຮ້ອງ ສິດເສຣີພາບໃນລາວ ຢູ່ສະຖານທູດລາວ ປະຈໍາ ບາງກອກ
RFA

ຊາວລາວ ທີ່ ໄປເຮັດວຽກ ຢູ່ ປະເທດ ໄທ ຫຼາຍສິບຄົນ ໄດ້ ເຕົ້າໂຮມກັນ ຢູ່ຕໍ່ຫນ້າ ສະຖານທູດ ລາວ ທີ່ ບາງກອກ ປະເທດ ໄທ ໃນຕອນບ່າຍ ຂອງ ວັນທີ 2 ທັນວາ ເພື່ອຍື່ນ ໜັງສື ຮຽກຮ້ອງ ສິດ ເສຣີພາບ ໃນລາວ ໂດຍຜ່ານ ສະຖານທູດ ລາວ ທີ່ ບາງກອກ. ດັ່ງ ຜູ້ຕາງໜ້າ ຊາວລາວ ທ່ານນຶ່ງ ກ່າວວ່າ:

"ຫົວຂໍ້ທີ 1 ກໍຄື ຢຸດການ ສຳປະທານ ທີ່ດີນ ຣະຍະ ຍາວ 90 ປີ ໃຫ້ ນັກລົງທຶນ ຕ່າງຊາດ. ຂໍ້ 2-ມອບສິດທິ ມະນຸດ ໃຫ້ ປະຊາຊົນ ໃນປະເທດ ໄດ້ ປາກເວົ້າ ສະແດງ ຄວາມ ຄິດເຫັນ ເລືອກຕັ້ງ ນາຍົກ ໄດ້. ຂໍ້ 3-ແມ່ນເຣື້ອງ ການ ຫາຍສາບສູນ ຄືຜູ້ໃດ ສະແດງ ຄວາມຄິດ ຕ່າງຈາກ ພັກ-ຣັດ ກໍ ຫາຍສາບສູນ".

ທ່ານກ່າວ ຕື່ມວ່າ ຮູ້ສຶກດີໃຈ ຢ່າງນ້ອຍ ໃນວັນທີ 2 ທັນວາ ພວກທ່ານ ກໍໄດ້ມາ ສະແດງ ອອກເຖິງ ສິດທິ ຂອງ ພົລເມືອງລາວ ຢູ່ ປະເທດໄທ ໃນຂນະທີ່ ການ ເດີນສວນສນາມ ວັນຊາດ ວັນທີ 2 ທັນວາ ຕົນໄດ້ເບີ່ງ ທາງ ໂທລະທັດ ແລ້ວ ກໍ ບໍ່ຮູ້ສຶກ ພູມໃຈ ເລີຍ ຍ້ອນມີ ທຸງຊາດ ວຽດນາມ ຮ່ວມ ຢູ່ນຳ ທ່ານກ່າວ ເພີ້ມວ່າ:

"ມີຮອດ ທຸງຊາດ ວຽດນາມ ບໍ່ພູມໃຈ ເລີຍ ທັ້ງໆທີ່ ເປັນ ວັນຊາດ ຂອງເຮົາເອງ ແຕ່ມີທຸງ ຊາດ ວຽດນາມ ມາປິວສະບັດ ຢູ່ກາງຕົວ ເມືອງໃຫຍ່  ຖາມວ່າ ປະຊາຊົນ ສ່ວນຫຼາຍ ມັກບໍ ມັນກະ ບໍ່ແມ່ນ ກໍຊ່ຳວ່າ ລາວ ເປັນຣັດນຶ່ງ ຂອງ ວຽດນາມ ໄປແລ້ວ".

ໃນຂນະ ດຽວກັນ ຍິງສາວ ລາວ ຄົນນຶ່ງ ທີ່ມາຮ່ວມ ການຊຸມນຸມ ກໍເວົ້າວ່າ ຢາກໃຫ້ ຣັຖບານ ລາວ ເອົາໃຈໃສ່ ຕໍ່ຊີວີດ ການເປັນຢູ່ ຂອງ ປະຊາຊົນ ເພາະຖ້າຫາກ ຢູ່ລາວ ມີວຽກເຮັດ ພວກນາງ ກໍຈະບໍ່ ໜີໄປ ເຮັດວຽກ ໃນໄທ. ນາງ ກ່າວວ່າ:

"ຢາກໃຫ້ ປັບປຸງ ໃຫ້ຄົນລາວ ໄດ້ເຮັດວຽກ ເຮັດງານ ຢູ່ ປະເທດ ເຮົາເອງ ບໍ່ມາ ຊິເມືອຢູ່ບ້ານ ມາເຮັດຫຍັງ ຢູ່ ປະເທດອື່ນ ເຮັດວຽກ ຢູ່ບ້ານເຮົາ ສະບາຍ ອິສຣະ ເສຣີ ຖ້າມານີ້ ເຮົາຕ້ອງ ມີບັດ ແມ່ນບໍ ຄ່າໃຊ້ຈ່າຍ ແມ່ນບໍ ຕ້ອງມີ".

ກຸ່ມຊຸມນຸມ ທັງຫມົດ ຢາກຝາກ ຄວາມຄິດ ຄວາມເຫັນ ໄປເຖິງ ຣັຖບານ ລາວ ວ່າ:

"ຖາມຫາ ທ່ານ ສົມບັດ ສົມພອນ ວ່າ ຫາຍໄປໃສ ຕຳຣວດ ບອກບໍ່ໄດ້ ເຮັດຫຍັງ ແຕ່ ກ້ອງ ວົງຈອນປິດ ມັນກະມີຢູ່ ນ້ອງຢາກຝາກ ຖາມວ່າ ມື້ໃດ ປະເທດລາວ ຈະໄດ້ ປະຊາ ທິປະຕັຍ ຈັກເທື່ອ ປົກຄອງ ຣະບອບ ຄອມມິວນິສ 40 ປີ ແລ້ວ ແຕ່ ຍັງບໍ່ມີ ປະຊາ ທິປະຕັຍ ປະຊາຊົນ ບໍ່ມີສິດ ມີສຽງ ຫຍັງ ຂ້າພະເຈົ້າ ຢາກຝາກ ໄປທາງ ຂັ້ນ ເທິງ ວ່າ ໃຫ້ເພິ່ນ ລົງກັບມາ ເບິ່ງ ປະຊາຊົນ ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ ລາວ ມັນໄປຢູ່ໃສ ຫມົດ".

ການຊຸມນຸມ ຢູ່ຕໍ່ຫນ້າ ສະຖານທູດ ລາວ ທີ່ ປະເທດໄທ ເທື່ອນີ້ ເປັນໄປ ໂດຍດີ ບໍ່ມີເຫດການ ຄວາມ ວຸ້ນວາຍ ມີແຕ່ຢາກ ຮຽກຮ້ອງ ສິດ ເສຣີພາບ ແລະ ຄວາມເປັນທັມ ຈາກ ຣັຖບານ ຄອມມິວນິສ ລາວ ໃນການ ປົກຄອງ ປະເທດ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.