ມໍຣະດົກ ຫລັງສົງຄາມ

0:00 / 0:00

40 ປີ ຜ່ານໄປ ທີ່ ສະຫະຣັດ ໄດ້ຖີ້ມ ຣະເບີດ ໃສ່ລາວ ໃນສມັຍ ສົງຄາມ ວຽດນາມ ຊຶ່ງສ້າງ ຄວາມເສັຽຫາຍ ໃຫ້ຜືນແຜ່ນດິນ ລາວ ຢ່າງ ມະຫາສານ ແລະ ຈົນຮອດ ທຸກມື້ນີ້ ກໍຍັງມີ ຜູ້ຖືກ ເຄາະຮ້າຍ ຈາກ ຣະເບີດ ທີ່ ຕົກຄ້າງ ຍັງບໍ່ແຕກ ນັ້ນ ມາຢູ່ບໍ່ຂາດ.

ຂ່າວຈາກ ນະຄອນຫລວງ Washington DC ຣາຍງານວ່າ ມີຊາວໜຸ່ມລາວ 2 ຄົນ ຜູ້ນຶ່ງເປັນ ນັກວິຊາການ ເກັບ ກູ້ຣະເບີດ ແລະ ຜູ້ເຄາະຮ້າຍ ຖືກຣະເບີດ ແຕກໃສ່ ໄດ້ເດີນທາງ ມາເຖິງ ສະຫະຣັຖ ເມື່ອວັນທີ 29 ມິນາ 2013 ໃນວັນຄົບຮອບ ວັນສິ້ນສຸດ ການເຂົ້າ ກ່ຽວຂ້ອງ ຂອງ ກອງທະຫານ ສະຫະຣັຖ ໃນສົງຄາມ ວຽດນາມ ແລະ ການຖີ້ມຣະເບີດ ໃສ່ລາວ ທີ່ເປັນປະເທດ ໃກ້ຄຽງ.

ສະຫະຣັຖ ໄດ້ຖີ້ມຣະເບີດ ໃສ່ດິນລາວ ເຖິງ 2 ລ້ານ ຕັນ ໃນລະຍະ 9 ປີ ຈົນຮອດປີ 1973 ຊຶ່ງຫລາຍກວ່າ ໄດ້ຖີ້ມໃສ່ ປະເທດ ເຢັຽຣະມັນ ແລະ ຍີ່ປຸ່ນ ໃນປາງ ສົງຄາມໂລກຄັ້ງທີ 2. ນາງ ມະນີໄຊ ທໍ ອາຍຸ 25 ປີ ຈາກທີມງານ ເພດຍິງ ທີ່ເກັບກູ້ ຣະເບີດ ແລະ ວັດຖຸ ຣະເບີດອື່ນໆ ອອກຈາກໝູ່ບ້ານ ແລະ ໄຮ່ນາ ໃນແຂວງ ຊຽງຂວາງ ຖິ່ນກໍາເນີດ ຂອງນາງເອງ ຊຶ່ງເປັນເຂດ ທີ່ໄດ້ຮັບ ຜົນກະທົບ ຮ້າຍແຮງ ທີ່ສຸດ.

ຜູ້ຮ່ວມ ເດີນທາງ ມາໂຄສນາ ເຣື່ອງຜົລຮ້າຍ ຈາກຣະເບີດ ທີ່ ຕົກຄ້າງ ກໍມີ ທຸມມີ ສີລໍາພັນ ອາຍຸ 26 ປີ ທີ່ສູນເສັຽ ມືເບື້ອງຊ້າຍ ຍ້ອນຣະເບີດ ລູກຫວ່ານ ທີ່ ຕົກຄ້າງ ແຕ່ຕອນ ອາຍຸໄດ້ 8 ປີ ຂະນະທີ່ ຂຸດໜໍ່ໄມ້. ທຸມມີ ມາຈາກຄອບຄົວ ຊາວນາ ທີ່ທຸກຍາກ ໃນແຂວງ ຊຽງຂວາງ ແລະ ດຽວນີ້ ເປັນຜູ້ໃຫ້ ຄໍາປຶກສາ ແກ່ ຜູ້ເຄາະຮ້າຍ ຈາກຣະເບີດ ທີ່ຕົກຄ້າງ ທີ່ຍັງມີຢູ່ ຫລາຍ ສິບຄົນ ໃນແຕ່ລະປີ.