ແນວທາງການພັທນາເສຖກິຈ ແບບແຕ່ເທິງຮອດລຸ່ມ ຂອງຣັຖບານລາວ ມີຄວາມໝາຍວ່າ ພັທນາໂຄງການຂນາດໃຫຍ່ ກ່ອນຈະພັທນາ ໂຄງການຂນາດນ້ອຍ, ຊຶ່ງແນວທາງດັ່ງກ່າວ ບໍ່ໄດ້ເຮັດໃຫ້ ປະຊາຊົນລາວ ຫລຸດພົ້ນ ຈາກຄວາມທຸກຍາກ ແລະ ມີສິດເສຣີພາບ ໂດຍສະເພາະ ປະຊາຊົນ ຢູ່ເຂດຫ່າງໄກ ແທນທີ່ ຣັຖບານລາວ ຈະລົງທຶນ ແລະ ພັທນາ ໂຄງຮ່າງພື້ນຖານ ໃຫ້ພ້ອມເສັຽກ່ອນ, ຕາມຄໍາເວົ້າ ຂອງທ່ານ ຟີລິບ ອາລສເຕິນ (Philip Alston), ຜູ້ຣາຍງານພິເສດ ຂອງອົງການສະຫະປະຊາຊາດ ຕໍ່ວິທຍຸເອເຊັຽເສຣີ ທີ່ບາງກອກ ປະເທດໄທ ໃນມື້ວັນທີ 29 ມິນາ 2019 ນີ້:
“ເກືອບບໍ່ມີ ງົບປະມານ ເພື່ອການຮັກສາ ສຸຂພາບ, ການສຶກສາ ແລະ ການຄຸ້ມຄອງ ທາງດ້ານສັງຄົມ, ແລະ ປະຊາຊົນ ບໍ່ສາມາດເຂົ້າເຖິງ ໂຮງຮຽນທີ່ດີ ມີຄວາມເປັນຢູ່ ດ້ານສຸຂພາບ ທີ່ຫລຸດມາຕຖານ ການສຶກສາ ບໍ່ດີ ແລະ ຣັຖບານ ກໍບໍ່ສົນໃຈ ທີ່ຈະລົງທຶນ ໃນດ້ານຊັພຍາກອນມະນຸດ ຊຶ່ງເປັນສິ່ງທີ່ຈໍາເປັນຫລາຍ ໃນການພັທນານັ້ນເລີຍ.”
ໂຄງການໂຄງຮ່າງພື້ນຖານ ຂນາດໃຫຍ່ ທີ່ຣັຖບານລາວ ມຸ້ງເນັ້ນໃສ່ນັ້ນ ທ່ານ ອາລສເຕິນ ເວົ້າວ່າ ມີຮວມທັງໂຄງການ ສ້າງທາງດ່ວນ ໂຄງການທາງຣົດໄຟຄວາມໄວສູງ ໂຄງການເຂື່ອນໄຟຟ້າ ແລະ ອີກຫຼາຍໆໂຄງການ, ຊຶ່ງເປັນການລົງທຶນ ຂອງຕ່າງປະເທດ ທັງໝົດ. ໂຄງການເຫລົ່ານັ້ນ ສ້າງອາຊີບ ໃຫ້ປະຊາຊົນລາວ ໄດ້ໜ້ອຍຫລາຍ ແລະ ກົງກັນຂ້າມ ເປັນການສ້າງໜີ້ສິນ ໃຫ້ແກ່ປະເທດຊາດ ແລະ ເປັນຜົລປໂຍດ ຢ່າງມະຫາສານ ໃຫ້ຜູ້ນໍາ ມີຄວາມລໍ້າລວຍ ຮັ່ງມີ.
ແລະວ່າ ເກືອບ 1 ສ່ວນ 4 ຂອງພົລເມືອງລາວ ທົ່ວປະເທດ ຍັງດໍາຣົງຊີວິດ ດ້ວຍຄວາມທຸກຍາກ ບໍ່ມີສິດເສຣີພາບ. ແລະກໍຄາດການວ່າ ມີປະມານ 80 ສ່ວນຮ້ອຍ ຂອງພົລເມືອງລາວ ທົ່ວປະເທດ ຍັງດໍາຣົງຊີວິດ ຖ່າມກາງຄວາມສ່ຽງ ທີ່ມີຄວາມທຸກຍາກ, ມີຣາຍໄດ້ບໍ່ເຖິງ 2 ໂດລາຣ໌ສະຫະຣັຖເຄິ່ງ ຕໍ່ມື້ ຍ້ອນຣັຖບານລາວ ບໍ່ໄດ້ສົ່ງເສີມ ເຣື່ອງການສຶກສາ, ສຸຂພາບ ແລະ ການຄຸ້ມຄອງ ທາງສັງຄົມ ເປັນຕົ້ນ ການເຂົ້າເຖິງ ຂໍ້ມູນຂ່າວສານ ຄວາມເທົ່າທຽມ ຄວາມສເມີພາບ.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ ສະຖາບັນ ຄົ້ນຄວ້າເສຖກິຈ ແຫ່ງຊາດ ຂອງລາວ ກໍກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລາວ ຍັງມີ ຄວາມສ່ຽງຫຼາຍ ທີ່ປະຊາຊົນ ຈະກັບມາທຸກຍາກຕື່ມ ຍ້ອນໂຄງການພັທນາ ຂອງຣັຖບານ ທີ່ກໍາລັງດໍາເນີນຢູ່ນີ້ ບໍ່ໄດ້ສົ່ງເສີມ ໃຫ້ປະຊາຊົນ ມີອາຊີບ ແລະ ມີຣາຍໄດ້ ທີ່ໝັ້ນຄົງ:
“ພື້ນຖານຣາຍຮັບ ຂອງເຮົາ ມັນບອບບາງ ຍັງອ່ອນນ້ອຍ ມັນມີຄວາມສ່ຽງ ທີ່ມັນຈະກັບໄປ ທຸກຕື່ມ ສະນັ້ນ ພາຍໃນ 3-4 ປີ ຕໍ່ໜ້ານີ້ ຣັຖບານ ຈະພະຍາຍາມ ເຮັດແນວໃດ ເຮັດໃຫ້ຖານຣາຍຮັບ ຂອງຊົນນະບົດ ມີຄວາມໝັ້ນຄົງ ສາມາດຫລຸດຜ່ອນ ຄວາມສ່ຽງດີຂຶ້ນ ແລະ ໂຕນີ້ ຣັຖບານ ສິປະກາດ ຫລຸດພົ້ນ ໃນຊ່ວງປີ 2020 ເນາະ ແຕ່ວ່າ ມາປະເມີນແລ້ວ ພວກເຮົາ ຍັງມີຄວາມອ່ອນໄຫວ ຕົວນີ້ຢູ່ ກໍເລີຍວ່າ ປະກາດ ບໍ່ທັນໄດ້ ກໍເລີຍວ່າສິເລື່ອນໄປ ເປັນປີ 2024 ສິໄດ້ປະເມີນຄືນ.”
ເຖິງຢ່າງໃດກໍຕາມ ທ່ານ ຟີລິບ ອາລສເຕິນ (Philip Alston) ກໍເວົ້າອີກວ່າ ເຖິງແມ່ນວ່າ ລາວ ຈະມີຄວາມຄືບໜ້າທີ່ສໍາຄັນ ໃນການຫລຸດຜ່ອນ ຄວາມທຸກຍາກ ຈາກນະໂຍບາຍ ເພື່ອສົ່ງເສີມການ ເຕີບໂຕ ທາງດ້ານເສຖກິຈ ຂອງຣັຖບານ, ແຕ່ກໍຍັງສົ່ງຜົລກະທົບ ທີ່ເປັນການທໍາລາຍ ຮູບແບບ ການດໍາຣົງຊີວິດ ໂດຍສະເພາະ ປະຊາຊົນ ຜູ້ທຸກຍາກ ໃນເຂດຫ່າງໄກ. ແລະ ໃນຄວາມເປັນຈິງນະໂຍບາຍ ສົ່ງເສີມການພັທນາເສຖກິຈ ຂອງຣັຖບານນັ້ນ ຍັງເຮັດໃຫ້ ປະຊາຊົນ ຈໍານວນນຶ່ງ ມີຄວາມທຸກຍາກ ຫຼາຍເພີ່ມຂຶ້ນ ໂດຍເຮັດໃຫ້ ພວກຂະເຈົ້າ ບໍ່ສາມາດ ເຂົ້າເຖິງ ການນໍາໃຊ້ ທີ່ດິນ ນໍາໃຊ້ຮູບແບບ ການດໍາຣົງຊີວິດ ແລະ ການນໍາໃຊ້ ຊັພຍາກອນຕ່າງໆ.
ທ່ານ ຟີລິບ ອາລສເຕິນ ຄົນອອສເຕຣເລັຽ, ຜູ້ຣາຍງານພິເສດ ກ່ຽວກັບ ຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄປຢ້ຽມຢາມລາວ ແຕ່ວັນທີ 18 ຫາ 28 ມິນາ 2019 ນີ້. ທ່ານໄດ້ລົງພື້ນທີ່ ໃນເຂດນະຄອນຫລວງວຽງຈັນ, ແຂວງອັດຕະປື, ຈໍາປາສັກ, ຊຽງຂວາງ ແລະ ແຂວງຫົວພັນ.