ເຍົາວະຊົນນໍ້າຂອງຂໍມີຂໍ້ ຄິດເຫັນ

ຈໍາປາທອງ
2016.04.04
F-Youth ກິຈກັມຂອງເຍົາວະຊົນ ເຂດແມ່ນໍ້າຂອງ ທີ່ຮຽກຮ້ອງ ຜູ້ນໍາຂອງປະເທດ ໃຫ້ຄວາມສົນໃຈ ໃນຄໍາຄິດເຫັນ ຂອງ ປະຊາຊົນ
RFA

ເຍົາວະຊົນ 6 ປະເທສ ໃນເຂດລຸ່ມ ແມ່ນໍ້າຂອງ ອັນມີທັງ ລາວ, ຈີນ ຕີເບດ, ພະມ້າ, ໄທ, ກັມພູຊາ ແລະ ວຽດນາມ ເປັນຫ່ວງນໍາ ການພັທນາ ໃນ ແມ່ນໍ້າຂອງ ທີ່ພາກ ປະຊາຊົນ ບໍ່ມີສ່ວນ ຮ່ວມນໍາ, ບໍ່ຮັບຟັງ ຄວາມເຫັນ ຂອງຊຸມຊົນ ໃນພື້ນທີ່ ຮວມທັງ ສຽງ ຮຽກຮ້ອງ ຂອງ ຊາວໜຸ່ມ ແລະ ເຍົາວະຊົນ ກ່ຽວກັບ ໂຄງການຕ່າງໆ ຂອງຣັຖ ທີ່ກໍາລັງ ເຮັດໃຫ້ ແມ່ນໍ້າຂອງ ປ່ຽນແປງ ຢ່າງ ໜ້າວິຕົກ ໃນ ປັຈຈຸບັນ ນີ້.

ຄວາມເປັນຫ່ວງ ທີ່ວ່ານັ້ນ ມີຂຶ້ນຢູ່ ໃນການຖແລງ ຂ່າວ ຂອງ ກອງປະຊຸມ ເຍົາວະຊົນ ແມ່ນໍ້າຂອງ ‘Mekong Youth Assembly’ ທີ່ ແຂວງຊຽງຮາຍ ປະເທສໄທ ໃນ ວັນທີ 31 ມິນາ 2016 ນີ້.

ເຍົາວະຊົນ ຈາກ ສປປລາວ ໄດ້ເວົ້າວ່າ ພວກຕົນ ຕ້ອງການ ໃຫ້ໂຄງການ ພັທນາ ຂອງຣັຖ ທຸກໆ ໂຄງການ ຂໍໃຫ້ມີ ສ່ວນຮ່ວມ ການ ຕັດສິນໃຈ ຂອງ ປະຊາຊົນ ທຸກ ຊົນຊັ້ນ ທີ່ອາສັຍຢູ່ ໃນຊຸມຊົນ ນັ້ນ ເພື່ອການ ພັທນາ ທີ່ ຍືນຍົງ:

"ເຖິງວ່າຈະມີ ຜົລເສັຽ ຫລື ຜົລດີ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ ແຕ່ຢາກໃຫ້ ໂຄງການ ພັທນາ ດັ່ງກ່າວ ເປັນໂຄງການ ພັທນາ ທີ່ ມີຄວາມ ຍືນຍົງ ໂດຍອີງໃສ່ ການມີ ສ່ວນຮ່ວມ ຂອງສັງຄົມ ທຸກຊັ້ນ ໄດ້ມີຄວາມ ເທົ່າທຽມກັນ ໃນການ ຕັດສິນໃຈ ແລະ ການມີ ສ່ວນຮ່ວມ ທຸກໆ ໂຄງການພັທນາ".

ເຍົາວະຊົນ ລາວຜູ້ນີ້ ເວົ້າອີກວ່າ ເຖິງແມ່ນ ຕົນເອງ ຈະເປັນພຽງ ເຍົາວະຊົນ ແຕ່ກໍຕ້ອງການ ໃຫ້ທຸກຄົນ ເຫັນຄວາມສໍາຄັນ ຂອງ ພວກຕົນ ແລະ ຕ້ອງການໃຫ້ ເຍົາວະຊົນ ໃນເຂດ ແມ່ນໍ້າຂອງ ຮ່ວມໃຈກັນ ປົກປ້ອງ ແມ່ນໍ້າຂອງ ໃຫ້ ຄົນລຸ້ນ ຕໍ່ໆໄປ.

ພ້ອມກັນນັ້ນ ເຍົາວະຊົນ ຍິງ ຈາກພູພຽງ ຕີເບດ ຕົ້ນກໍາເນີດ ແມ່ນໍ້າຂອງ ຈາກ ພູຈີ້ຟູ ປະເທສຈີນ ກໍເວົ້າວ່າ ສນັບສນູນ ກອງປະຊຸມ ເພື່ອ ປົກປ້ອງ ແມ່ນໍ້າຂອງ ທີ່ກໍາລັງ ປະເຊີນກັບ ບັນຫາ ຫຼາຍດ້ານ:

"ນາງເວົ້າວ່າ ຂ້ອຍມາທີ່ນີ້ ເພື່ອ ສນັບສນູນ ກິຈກັມ ອັນນີ້ ເພື່ອປົກປ້ອງ ແມ່ນໍ້າຂອງ ທີ່ກໍາລັງ ຢູ່ໃນຖ້າມກາງ ຂອງ ການປ່ຽນແປງ ສໍາລັບ ຕີເບດ ກໍ່ກໍາລັງ ປະເຊີນກັບ ບັນຫາ ແມ່ນໍ້າຂອງ ຫຼາຍດ້ານ ຊຸມຊົນ ຕີເບດ ກໍ່ໃຊ້ຫຼາຍ ຍຸທວິທີ ເພື່ອປົກປ້ອງ ແມ່ນໍ້າຂອງ".

ສໍາລັບ ເຍົາວະຊົນ ຈາກ ກັມພູຊາ ກໍ່ໄດ້ເວົ້າ ເຖິງ ກໍຣະນີ ການກໍ່ສ້າງ ເຂື່ອນ ດອນສະໂຮງ ຂອງລາວ ວ່າ ໂຄງການນີ້ ສ້າງ ຜົລກະທົບ ຂ້າມແດນ ຕໍ່ຊຸມຊົນ ກັມພູຊາ ສົ່ງຜົລ ອັນບໍ່ດີ ຕໍ່ວິຖີ ຊີວິດ ຂອງ ປະຊາຊົນ ຕໍ່ຄວາມ ຫຼາກຫຼາຍ ຂອງ ຊີວະພາບ ແລະ ພັນປາ ໂລມາ ອີຣະວະດີ ຫລື ປາຂ່າ ທີ່ໃກ້ຈະ ສູນພັນ.

ກອງປະຊຸມ ເຍົາວະຊົນ ມີຈຸດປະສົງ ເຮັດໃຫ້ ຜູ້ໃຫຍ່ ເຫັນ ຄວາມສໍາຄັນ ແລະ ເຄົາຣົບ ຄວາມຄິດເຫັນ ຂອງ ເດັກນ້ອຍ ເຍົາວະຊົນ ຕໍ່ໂຄງການ ພັທນາ ຂອງຣັຖ ທີ່ສົ່ງຜົລ ກະທົບ ບໍ່ດີ ຕໍ່ຊຸມຊົນ. ນັ້ນກໍ່ເປັນ ສິດທິ ອັນນຶ່ງ ຂອງ ເຍົາວະຊົນ ຊຶ່ງ ທີ່ຜ່ານມາ ແລະ ໃນປັຈຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ໃນການພັທນາ ໂຄງການ ຕ່າງໆ ບໍ່ ເປີດໂອກາດ ໃຫ້ພວກ ເຂົາເຈົ້າ ມີສ່ວນຮ່ວມ ໃນການກໍານົດ ນະໂຍບາຍ ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.