ການກວດກາ ສະມາຊິກພັກ-ລັດ ຢູ່ລາວ ມີຄວາມຫຍຸ້ງຍາກ

ຈຳປາທອງ
2024.05.31
ການກວດກາ ສະມາຊິກພັກ-ລັດ ຢູ່ລາວ ມີຄວາມຫຍຸ້ງຍາກ ເປັນພຽງຮູບປະກອບ, ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
Photo Credit ຄວາມສະຫງົບ Lao Security News

ຫ້ອງວ່າການ ສໍານັກງານປະທານປະເທດ ສປປ ລາວ ໃຫ້ທຸກການຈັດຕັ້ງຂອງພັກ ແລະລັດ ຕິດຕາມ-ກວດກາ ການຈັດຕັ້ງທຸກຂັ້ນ ແລະສະມາຊິກພັກ-ລັດທຸກຄົນ ຕ້ອງຢູ່ພາຍໃຕ້ການກວດກາ ເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ.

ເຈົ້າໜ້າທີ່ ຫ້ອງການກວດກາແຫ່ງລັດ ທ່ານໜຶ່ງ ກ່າວເຖິງການຕິດຕາມກວດກາ ສະມາຊິກພັກ-ລັດ ໃນທົ່ວປະເທດ ເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ພຶດສະພານີ້ວ່າ ຖືເປັນເລື້ອງທ້າທາຍ ແລະມີຂໍ້ຫຍຸ້ງຍາກຫລາຍສົມຄວນ ເພາະຢູ່ໃນແຕ່ລະການຈັດຕັ້ງ ມີຄົນເພິ່ນຄົນໂຕ ທີ່ຄອຍຊ່ວຍເຫລືອກັນຢູ່, ຫາກບໍ່ມີອໍານາດເດັດຂາດ ກໍຈະບໍ່ສາ ມາດ ຕິດຕາມກວດກາໄດ້ຢ່າງແນ່ນອນ.

ບໍ່ໆ ບໍ່ເຄີຍຈັກເທື່ອ ພະນັກງານແທ້ໆນີ້ມັນບໍ່ໄດ້ເຮັດຈັກເທື່່ອ ຄັນວ່າໄດ້ເຮັດນີ້ມັນກະສິຫລຸດໜ້ອຍຖອຍລົງ ແຕ່ວ່າມັນບໍ່ໄດ້ເຮັດ ມີ... ມີທຸກຜະແນກການ ຂະເຈົ້າປິດບັງ ເຊື່ອງໄວ້ກະມີ ເຈົ້າໜ້າທີ່ຕມ ມໍ່ນີ້.

ທ່ານກ່າວຕື່ມວ່າ ການຕິດຕາມກວດກາ ສະມາຊິກພັກ-ລັດ ທີ່ວ່ານັ້ນ ຈະບໍ່ຄືກັນກັບການຕິດຕາມກວດກາ ໂຄງການລົງທຶນຂອງລັດ ເພາະທຸກໂຄງການຂອງລັດ ຈະມີລາຍລະອຽດ ເຊັ່ນ ວັນ ເວລາ ໃນການເບີກຈ່າຍງົບປະມານ, ໄລຍະເວລາຈັດຕັ້ງປະຕິບັດ. ຫາກງົບປະມານຮົ່ວໄຫລ ຫລືມີການສໍ້ໂກງ ກໍຈະກວດກາໄດ້ງ່າຍ. ແຕ່ການຕິດຕາມກວດກາສະມາຊິກພັກ-ລັດ ຈະຂ້ອນຂ້າງຫຍູ້ງຍາກ ໂດຍສະເພາະພະນັກງານ ລະດັບສູງ ຂັ້ນເມືອງ ຂັ້ນແຂວງ ທີ່ມີສິດອໍານາດ ອະນຸມັດໂຄງການ, ອະນຸມັດງົບປະມານ, ແລະເຈົ້າໜ້າທີ່ປະຈໍາດ່ານສາກົນ-ດ່ານຊາຍແດນ ມັກຈະບໍ່ຖືກກວດກາ ຍ້ອນເຈົ້າໜ້າທີ່ກວດກາບາງຄົນ ເປັນໝູ່ກັນ ຫລືໃຫ້ເງິນສິນບົນເຈົ້າໜ້າທີ່ກວດກາ.

ແລະເຈົ້າໜ້າທີ່ ຫ້ອງການກວດກາພັກ-ລັດ ປະຈໍາແຂວງຊຽງຂວາງ ກໍກ່າວເຖິງເລື້ອງດັ່ງກ່າວ ໃນມື້ດຽວກັນນີ້ວ່າ ຖືເປັນຄວາມຮັບຜິດຊອບສູງສຸດ ຂອງອົງ ການກວດກາພັກ-ລັດ ໃນແຕ່ລະແຂວງ, ຫາກມີສະມາຊິກພັກ-ລັດ ເຂົ້າໄປພົວ ພັນແບບບໍ່ຖືກຕ້ອງ ກໍຕ້ອງໄດ້ຕິດຕາມກວດກາຢ່າງເຂັ້ມງວດ ແລະບໍ່ສາມາດຫລີກລ້ຽງໄດ້.

ໂຕນີ້ ຊຸມເຮົາກະເປັນເຈົ້າໜ້າທີ່ສືບສວນ ສອບສວນ ການສໍ້ລາດບັງຫລວງເນາະ ເພາະວ່າມັນກະມີສ່ວນພົວພັນກັບອົງການລັດເດ້ເນາະ ພົນລະເມືອງເນາະ ເຮົາກະຮັບໄດ້ ອົງການຈັດຕັ້ງ.

ແລະເຈົ້າໜ້າທີ່ລັດທ່ານໜຶ່ງ ຢູ່ແຂວງອັດຕະປື ກໍໄດ້ກ່າວ ໂດຍສະເໜີໃຫ້ອົງ ການກວດກາພັກ-ລັດ ຕິດຕາມກວດກາ ສະມາຊິກພັກ-ລັດທຸກຄົນ ຢ່າງເຂັ້ມງວດ ຍ້ອນເຊື່ອວ່າ ມີຈໍານວນບໍ່ໜ້ອຍ ສວຍໃຊ້ໜ້າທີ່ຕໍາແໜ່ງຂອງຕົນ ສໍ້ລາດບັງຫລວງ. ໄລຍະທີ່ຜ່ານມາ ງົບປະມານຂອງລັດຮົ່ວໄຫລຫລາຍຕື້ກີບ ແຕ່ບໍ່ມີການຕິດຕາມກວດກາ.

ພວກທີ່ວ່າຫາກິນແບບນີ້ ທີ່ວ່າມັນສວຍໃຊ້ ເພິ່ນຈະເຂັ້ມຂຸ້ນຕະຫລອດ ຜົນກວດກາ ອອກມາແບບໃດກໍຕ້ອງຮັບສະພາບນັ້ນແຫລະ ຄັນວ່າບໍ່ເຮັດນໍາກັນຈັ່ງຊັ້ນນ່າ ມັນກະມີຄວາມສ່ຽງ ແຕ່ວ່າສິໝົດບໍ່ໝົດດອກ ເງິນລະດັບເປັນຕື້ເນາະ.

ທ່ານເວົ້າວ່າ ເມື່ອປີ 2022-2023 ອົງການກວດກາແຫ່ງລັດ ໄດ້ກວດພົບການເບີກຈ່າຍເງິນ ບໍ່ເປັນໄປຕາມແຜນການຊົດເຊີຍ ແລະແຜນການຟື້ນຟູຄຸນນະ ພາບຊີວິດ ຫລາຍກວ່າ 81 ຕື້ກີບ ໃນແຜນການຊົດເຊີຍໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ຈົນມາເຖິງປັດຈຸ ບັນ ກໍຍັງບໍ່ສາມາດຕິດຕາມກວດສອບໄດ້ວ່າ ຈໍານວນເງິນດັ່ງກ່າວ ໄດ້ຮົ່ວໄຫລໄປໃສ.

ທີ່ນະຄອນຫລວງວຽງຈັນ ພະນັກງານລັດຄົນໜຶ່ງ ກໍເວົ້າເຖິງເລື້ອງການຕິດຕາມກວດກາ ສະມາຊິກພັກ-ລັດໃນທົ່ວປະເທດ ວ່າ ປັດຈຸບັນ ເຫັນວ່າ ທັງເຈົ້າໜ້າທີ່ຜູ້ປະຕິບັດວຽກງານ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຍັງບໍ່ເຂັ້ມງວດ ແລະບໍ່ເອົາ ໃຈໃສ່ເທົ່າທີ່ຄວນ ໃນວຽກງານກວດການີ້, ມີຫລາຍເທື່ອ ທີ່ຜູ້ສໍ້ລາດບັງຫລວງ  ໃຊ້ອໍານາດຂົ່ມຂູ່ເຈົ້າໜ້າທີ່ກວດກາ ເຮັດໃຫ້ກວດກາບໍ່ໄດ້.

ຄັນວ່າເຮົາຄົ້ນຄວ້າໄປ ບໍ່ສາມາດເຮັດຫຍັງໄດ້ ແລ້ວມັນກະສິຊອມເອົາເລື້ອງເຮົາຢູ່ຫັ້ນ ຖ້າວ່າໝູ່ອະນຸມັດແລ້ວໃຫ້ເຮົານ່າ ເພາະວ່າມາເບິ່ງສະພາບເງື່ອນໄຂຢູ່ໃນກົດໝາຍກຫລາຍອັນ ໄທເຮົາມີຊ່ອງຫວ່າງໃຫ້ບຸກຄົນ ຫລືກຸ່ມຄົນຈໍານວນໜ້ອຍທີ່ຊອກຫາເພື່ອສໍ້ລາດນີ້ນ່າ.

ແລະປະຊາຊົນຜູ້ໜຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ເມື່ອມີການອອກມາດຕະການ ແລະນະໂຍບານໄປແລ້ວ ກໍຄວນຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ, ບໍ່ເຮັດໃຫ້ລະບຽບກົດໝາຍ ມີຊ່ອງຫວ່າງ. ເມື່ອກວດພົບເຫັນຜູ້ສໍ້ລາດບັງຫລວງ ກໍຄວນປະຕິບັດຕາມລະບຽບກົດໝາຍ.

ກົດໝາຍນີ້ມັນກະບໍ່ຢາກສັກສິດປານໃດ ມັນກະຍາກຢູ່ເລື້ອງນີ້ ຜູ້ນັ້ນແຫລະຜູ້ນີ້ແຫລະ ຈໍານວນເງິນເທົ່ານັ້ນເດີ້ເທົ່ານີ້ເດີ້ ເຈົ້າກະຕ້ອງປະຕິບດວິໄນ ຂຶ້ນສານຕັດສິນຢ່າງຄັກແນ່ ອັນນີ້ມັນບໍ່ມ ອັນນີ້ນ່າ.

ໃນໄລຍະກາງສະໃໝ 5 ປີ 2021-2025 ອົງການກວດກາແຫ່ງລັດ ໄດ້ກວດພົບການສໍ້ລາດບັງຫລວງ 7 ຄະດີ. ໃນນັ້ນ ມີພະນັກງານລັດ 34 ຄົນ ແລະ ພະ ນັກງານລັດວິສາຫະກິດ 33 ຄົນ ເຮັດໃຫ້ມີຄວາມເສັຽຫາຍໄປແລ້ວ ທັງໝົດ 508.40 ຕື້ກີບ, 64 ລ້ານປາຍບາດ ແລະ 100,000 ປາຍໂດລາສະຫະຣັຖ.

ບັນຫາການສໍ້ລາດບັງຫລວງຢູ່ລາວ ຕາມທີ່ອົງການກວດສອບແຫ່ງລັດ ພົບເຫັນ ແມ່ນມີຢູ່ເກືອບທຸກຂະແໜງການ, ເມື່ອໄດ້ງົບປະມານໄປແລ້ວ ບໍ່ເຮັດບັນຊີເບີກຈ່າຍຕາມແຜນ. ບາງໂຄງການລົງທຶນ ກໍເພີ່ມງົບປະມານ ທີ່ບໍ່ຈໍາເປັນ. ບາງໂຄງການ ທີ່ບໍ່ມີການປະເມີນດ້ານເສດຖະກິດ-ເຕັກນິກ ກໍເບີກຈ່າຍງົບປະມານໃຫ້ດໍາເນີນການ.

ອົງການເພື່ອຄວາມໂປ່ງໃສສາກົນ ຫລື Transparency International  ໄດ້ເປີດເຜິຍ ຜົນການສໍາຫລວດ ດັດຊະນີການຮັບຮູ້ ເລື່ອງການສໍ້ລາດຍັງຫລວງ ຫລື Corruption Perceptions Index ປະຈໍາປີ  2023 ທັງໝົດ 180 ປະ ເທດທົ່ວໂລກ. ຜົນການສໍາຫລວດພົບວ່າ ປະເທດລາວ ແມ່ນຢູ່ໃນອັນດັບທີ 136 ຊຶ່ງສະທ້ອນໃຫ້ເຫັນເຖິງ ບັນຫາການສໍ້ລາດບັງຫລວງ ຢູ່ລາວ ຍັງມີຢ່າງຫລວງຫລາຍ ແລະບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.