ປະຊາຊົນລາວ ໃຊ້ສື່ສັງຄົມ ອ໋ອນລາຍ໌ ກວດສອບ ຣັຖບານ ຫຼາຍຂຶ້ນ

ອຸ່ນແກ້ວ
2022.05.05
ປະຊາຊົນລາວ ໃຊ້ສື່ສັງຄົມ ອ໋ອນລາຍ໌ ກວດສອບ ຣັຖບານ ຫຼາຍຂຶ້ນ ຣົຖແກ່ໄມ້ (ຮູບຂວາມື) ແລະ ບ່ອນເກັບໄມ້ (ຮູບຊ້າຍມື) ຢູ່ ແຂວງ ອັດຕະປື, ປີ 2021.
ນັກຂ່າວ ພົລເມືອງ

ໃນ​ຕົ້ນປີ 2022 ຜູ້ໃຊ້ສື່ສັງຄົມອອນລາຍນ໌ໃນປະເທດລາວເພີ່ມຂຶ້ນ ສູງເຖິງ 51 ເປີເຊັນຂອງຈຳນວນພົເມືອງລາວທັງໝົດ, ປີ 2021 ມີ 49 ເປີເຊັນ ແລະ ປີ 2020 ມີ 43 ເປີເຊັນ ອີຕາມຂໍ້ມູນຈາກເວບໄຊທ໌ www.statista.com.  

ພົເມືອລາວໃນປັດຈຸບັນ ມີ​ 7 ລ້ານ​​ປາຍຄົນ ເຊິ່ງຈຳນວນປະຊາຊົນຜູ້ທີ່ເຂົ້າເຖິງສື່ສັງຄົມອອນລາຍນ໌ປະມານ 3,570,000 ຄົນ ຖ້າຄິດໄລ່ຕາມເປີເຊັນໃນສະຖິຕິ.

ປະ​ຊາຊົນຈຳນວນ​​ນຶ່ງຈະໃຊ້ສື່ສັງຄົມອອນລາຍນ໌ ເພື່ອການບັນເທິງ ແລະ ຈຳນວນນຶ່ງກໍໃຊ້ສື່ສັງຄົມອອກນລາຍນ໌ເພື່ອສະທ້ອນບັນຫາສັງຄົມ ແລະ ເພື່ອກວດສອບເຈົ້າໜ້າທີ່ຣັ​.

ໂຕ​ຢ່າງ: ທີ່ຜ່ານມາ, ມີການຕັດໄມ້ສົ່ງອອກໄປຂາຍຕ່າງປະເທດ ຫຼາຍແບບຊະຊາຍ ຈົນມີປະຊາຊົນຖ່າຍຮູບເອົາຣົແກ່ໄມ້ລົງເຜີຍແຜ່ ທາງເຟສບຸກຄ໌ກັນຢ່າງກ້ວາງຂວາງ ຈົນຣັບານ ຕ້ອງໄດ້ອອກຄຳສັ່ງເລກທີ 15 ​ວ່າດ້ວຍການຫ້າມການສົ່ງອອກໄມ້ທ່ອນ.

ອີກ​ກໍລະນີ ຄົນລາວ ທີ່ຖືກຕົວະໄປເຮັດວຽກຢູ່ສາມຫຼ່ຽມຄຳ ຂອງນັກລົງທຶນຈີນ ຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ກໍຖືກເຜີຍແຜ່ທາງເຟບຸກຄ໌ ຕັ້ງແຕ່ຫຼາຍເດືອນຜ່ານມາ ແລະ ຕໍ່ມາຫຼາຍຄົນກໍໄດ້ຮັບການຊ່ອຍເຫຼືອອກມາ.

ນອກ​ຈາກນີ້ ກໍຍັງມີ ເຈົ້າໜ້າທີ່ຕຳຣວດຈະຣາຈອນ ໄປນາບຂູ່ເອົາເງິນນຳຜູ້ຂັບຂີ່ ແລະ ກໍຣະນີ ສານຕັດສິນບໍ່ຖືກຕ້ອງ ກໍຖືກນຳມາເຜີຍແຜ່ທາງສື່ສັງຄົມອອນລາຍນ໌.

ນັກ​ທຸຣະກິທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ມີຄວາມຫາກຫຼາຍຂຶ້ນໃດ ກ້າໂພສກ່ຽວກັບເຈົ້າໜ້າທີ່ເຮັດບໍ່ຖືກບໍ່ຕ້ອງ ສານຕັດສິນບໍ່ຍຸຕິທັມ ກະເອົາລົງໂພສ ເພື່ອຖາມສັງຄົມ ຕຳຣວດເຮັດບໍ່ຖືກບໍ່ຕ້ອງກະເອົາລົງໂພສ ສະທ້ອນຕຳຣວດເຫັນບໍ່ ຕຳຣວດຈະຣາຈອນ ຂີ້ແຕກຂີ້ແຕນອອກມາແກ້ໄຂ ຖືວ່າ ດີຂຶ້ນຫຼາຍ ແຕ່ກີ້ນີ້ໂພສ ຫາລາຍເອົາເຣື່ອງ ເຂົາຖ່າຍຄຼິບກະຊີ້ໜ້າເຂົາວ່າຜິດກົດໝາຍ.”

ບັນ​ຫາຫຼາຍຢ່າງທີ່ເກີດຂຶ້ນຢູ່ໃນສັງຄົມ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ມັນຖືກປະລະມາດົນ ສະນັ້ນຜູ້ຄົນທີ່ມີສື່ສັງຄົມອອນລາຍນ໌ຢູ່ໃນມື ຈຶ່ງນຳເນີເອງ ຍ້ອນວ່າ ມັນສະດວກວ່ອງໄວກວ່າແຕ່ກ່ອນ.

ນັກ​ທຸຣະກິຈທ່ານນີ້ໄດ້ກ່າວວ່າ:

ມັນບັນຫາທີ່ເຂົ້າເນີມາຫຼາຍແລ້ວ ມັນກໍເລີຍບັນຫາຍັງຖືກຊ້ອນປົ່ມ ຊຸກເຊື່ອງໄວ້ເກັບໄວ້ໃຫ້ເນົ່າ.”

ປະ​ຊາຊົນທີ່ອາຍຸສູງແດ່ຈຳນວນນຶ່ງ ກໍຍັງເບິ່ງໂທຣະທັສ ແລະ ຟັງວິທິຍຸລາວ ສ່ວນວ່າ ໄວໜຸ່ມທົ່ວໄປສ່ວນຫຼາຍຈະເບິ່ງຂ່າວ ຜ່ານສື່ສັງຄົມອອນລາຍນ໌ ອີງຕາມຂໍ້ມູນຈາກບຸກຄົນທີ່ວິທຍຸເອເຊັຽເສຣີ ໄດ້ໄປສັມພາດ.

ຜູ້​ຄົນບໍ່ໄດ້ອາໃສຂໍ້ມູນຈາກສື່ກະແສຫຼັກອີກຕໍ່ ແຕ່ເຂົ້າເຈົ້າຈະໃຊ້ສື່ສັງຄົມອອນລາຍນ໌ທີ່ຕົນເອງມີຢູ່.

ນັກ​ທຸຣະກິຈ ທ່ານນີ້ ກ່າວຕືີ່ມວ່າ:

ສື່ມວຊົນກະແສຫຼັກມີຢູ່ສອງປະເດັນ ປະເດັນທີນຶ່ງກະຄືເພິ່ງພາບໍ່ໄດ້ ປະເດັນທີສອງຄື ບໍ່ມີໃຜຕິດຕາມ ຄົນຕິດຕາມມີແຕ່ອາຍຸ 55 ຂຶ້ນເມືອ ຕ່ຳກວ່າ 45 ປີ ແລ້ວວັບເຂົາບໍ່ໃສ່ໃຈແຫຼະ ເຂົາຕາມແຕ່ສື່ໄທຍ ເບິ່ງຂ່າວໄທຍ ມັນຈັບໃຈກວ່າ ມັນດຶງດູດໃຈກວ່າ ດຽວນີ້ ທົ່ວປະເທດນີ້ ໄປເວົ້າແມ້ ເຣື່ອງຄ່ານ້ຳມັນແພງ ພວກຂັບຣົຖ ພວກເຂົາເປັນຊ່າງເຫຼັກຊ່າງປູນ ຢູ່ໃສເຂົາກະເວົ້າ.”   

ອີກ​ຢ່າງນຶ່ງ ກໍຄື ປະຊາຊົນທົ່ວໄປຫັນມາເບິ່ງຂ່າວຈາກສື່ສັງຄົມອອນລາຍນ໌ຫຼາຍຂຶ້ນກໍຄື ສື່ກະແສຫຼັກມີຄວາມຊັກຊ້າ ໃນຂະນະທີ່ ສື່ສັງຄົມອອນລາຍນ໌ມີຄວາມວ່ອງໄວ​.

ເຈົ້າ​ໜ້າທີ່ອົງການພາກປະຊາສັງຄົມ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຫດຜົຫຼັກທີ່ຄົນສ່ວນຫຼາຍຫັນມາໃຊ້ສື່ສັງຄົມອອນລາຍ ອັນທີນຶ່ງກໍຄື ມັນວ່ອງໄວ ທັນໃຈ ທັນເຫດການ ສື່ສັງຄົມອອນລາຍມີຫຼາຍປະການທີ່ໃຊ້ຢູ່ ຢູ່ທັງ ວອດແອບບໍ່ ເຟບຸກບໍ່ ພວກນີ້ມັນເປັນສື່ທີ່ທັນເຫດການວ່ອງໄວກວ່າສື່ຫຼັກ.”

ເຈົ້າ​ໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

ບາດນີ້ ເຫດຜົທີ່ຄົນບໍ່ໃຊ້ ບໍ່ນິຍົມ ບໍ່ບໍລິໂພກຂ່າຜ່ານສື່ກະແສຫຼັກຢ່າງເຊັ່ນ ໜັງສືພິມ ວິທະຍຸ ຫຼື ໂທລະພາບຣັບານ ກະຄືເຮົາຮູ້ກັນໂດຍທົ່ວໆໄປວ່າ ສື່ເຫຼົ່ານີ້ ມັນບໍ່ທັນການ ມັນບໍ່ທັນຍຸກທັນມັຍ ແລະ ກະຊັກຊ້າ.”

ປະ​ຊາຊົນຢູ່ຕ່າງແຂວງຈຳນວນນຶ່ງ ກໍບໍ່ໄດ້ເບິ່ງໂທຣະທັສແລະ ຟັງວິທະຍຸລາວ. ປະຊາຊົນຢູ່ແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ກະບໍ່ໄດ້ສູ້ໄດ້ຟັງຫຍັງນ່າ ມີແຕ່ຫຼິ້ນເຟຫຼິ້ນຫຍັງລະກະເລື່ອນເບິ່ງອັນນັ້ນອັນນີ້ ຈັກເລັກຈັກໜ້ອຍລະກະແລ້ວ ສ່ວນຫຼາຍ ລະກະລົມແຕ່ນຳວຽກ.”

ຜູ້​ທີ່ເບິ່ງໂທຣະທັສ ແລະ ຟັງວິທະຍຸລາວ ຈະເປັນກຸ່ມທີ່ເຮັດວຽກເປັນຣັຖະກອນ ເຊິ່ງສ່ວນຫຼາຍເຂົາເຈົ້າຈະຟັງວິທະຍຸໃນເວລາຢູ່ໃນຣົຖ ຫຼື ໃນເວລາທີ່ຂັບຣົໄປເຮັດວຽກ.

ເຈົ້າ​ໜ້າທີ່ອົງການພາກປະຊາສັງຄົມ ອີກທ່ານນຶ່ງ ໄດ້​​ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

ກະຖືວ່າຫຼາຍຄັນທຽບໃສ່ເມື່ອກ່ອນ ທຽບໃສ່ເມື່ອກ່ອນກະຫຼາຍກະຖືວ່າ ມັນກະເປັນຂໍ້ມູນທີ່ດີລະກະ ກະດີທີ່ວ່າ ພາກຣັເພິ່ນກະຮັບຟັງຫັ້ນນ່າ ກະດີເນາະ.”

ສິ່ງ​ທີ່ຫຼໍ້ແຫຼມຈາກການໃຊ້ສື່ສັງຄົມອອນລາຍນ໌ ກໍຄື ບາງຄົນກໍສະແດງຄຳຄິດ ຄຳເຫັນທີ່ໄປຣະເມີດສິດທິຂອງຄົນອື່ນ ເຊິ່ງສິ່ງດັ່ງກ່າວມັນກໍເປັນຜົສະທ້ອນໃຫ້ແກ່ຜູ້ທີ່ສະແດງຄຳຄິດເຫັນ.

ເຈົ້າ​ໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມທ່ານນີ້ ໄດ້ກ່າວ​​ວ່າ:

ເວລາຂະເຈົ້າ ຄອມເມັ້ນເຂົາເຈົ້າຄອມເມັ້ນແນວໃດ ຄືເຮົາຮູ້ຫັ້ເນາະວ່າ ເຮົາຢາກຈະ  ​ພັນາແນວໃດ ຄືເຮົາຮູ້ຫັ້ນລະເນາະ ຄັນເຮົາຢາກພັນາ ຫຼືວ່າ ຢາກປ່ຽນແປງ ຮ້ວມກັນໄປໃນທາງທີ່ດີ ຫຼືວ່າ ມັນສ້າງສັນຫັ້ນນ່າ ກະຖືວ່າ ໃຫ້ມັນຕອບກົງໄປກົງມາກໍດີ ແຕ່ວ່າ ຢ່າໃຫ້ມັນໄປມີຜົກະທົບໄປຣະເມີດສິທິຂອງຜູ້ອື່ນອີກ  ຕົວຢ່າງວ່າ ຄັນເຈົ້າບໍ່ມີຂໍ້ມູນອ້າງອີງ ສົມມຸດວ່າ ຊິໄປກ່າວຫາຄົນໃດນຶ່ງ ຫຼືອົງການຈັດຕັ້ງໃດນຶ່ງແບບລອຍໆເບາະ ເຮົາຕ້ອງມັນເປັນລັກສະນະສ້າງສັນ.”  

ເຈົ້າ​ໜ້າທີ່ທ່ານນີ້ ຍັງກ່າວຕື່ມອີກວ່າ:

ການເຮັດຂ່າວໃຫ້ດຶງດູດຄົນອ່ານບໍ່ແມ່ນຊິໄປຂຽນ 5 ໜ້າ ລະໃຫ້ຂະເຈົ້າໄປອ່ານແບບນີ້ໄວລຸ້ນບອກວ່າຕົກເທຼນໄປແລ້ວ ຄືເຮົາບໍ່ໄດ້ອ່ານໜັງສືພິມ ໃຫ້ຂ່າວຫັ້ນຊິໃຫ້ແນວໃດ ໃຫ້ປະຊາຊົນມີປະໂຫຍດ ບໍ່ແມ່ໃຫ້ຂ່າວວ່າຜູ້ນີ້ເລື່ອນຊັ້ນຫັ້ນນ່າ ອອກເບັ້ຽບຳນານເບາະ ແບບຕ່າງໆແບບນີ້ ສຳຄັນວ່າ ຄົນຢາກຮູ້ເຣື່ອງ ຈຸດໃດແດ່ມັນມີຄວາມອັນລາຍ ບ່ອນໃດແດ່ເຂົາເຈົ້າດຶງກະເປົ໋າກັນ ຈຸດໃດແດ່ມັນມີຄົນຂີ້ລັກ ມີບັນຫາຄະດີຫຍັງຫຼາຍ.”

ແຕ່​ໃນແງ່ມຸມຂອງຜູ້ທີ່ເຮັດວຽກຢູ່ໃນສື່ກະແສຫຼັກ ກໍຄືວ່າ ຈະຕ້ອງມີການກວດສອບ ແຫຼ່ງທີ່ມາຂອງຂໍ້ມູນໃຫ້ຖືກຕ້ອງກ່ອນທີ່ຈະມີການເຜີຍແຜ່ອອກມາ ເພື່ອປ້ອງກັນຄວາຜິດພາດ.

ປັດ​ຈຸບັນ ເຈົ້າໜ້າທີ່ພາກຣັກໍເຣີ່ມຮັບຟັງຈາກຜູ້ທີ່ສະແດງຄຳຄິດເຫັນຢູ່ໃນສື່ສັງຄົມອອນລາຍນ໌ຫຼາຍຂຶ້ນ ແຕ່ ມັນກໍຂຶ້ນກັບຜູ້ສະແດງຄຳຄິດ ກໍຕ້ອງມີຂໍ້ມູນໃຫ້ໜັກແໜ້ນກ່ອນ ທີ່ຈະໄປກ່າວຫາບຸກຄົນໃດນຶ່ງ.

ນັກ​ຂ່າວ​​ລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ປັດຈຸບັນຣັບານໃຫ້ຄວາມສຳຄັນກ່ຽວກັບການໃຫ້ຂໍ້ມູນຂ່າວສານ ຍ້ອນວ່າ ວ່າ ມີຂ່າວປອມຫຼາຍ. ສ່ວນວ່າ ການຂຽນຂ່າວແບບວິພາກວິຈານ ກໍຕ້ອງເປັນແບບສ້າງສັນ ແລະ ໃຫ້ເປັນສິ່ງທີ່ຍອມຮັບໄດ້.”

ນັກ​ຂ່າວລາວອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

Social Media ເວົ້າບັນຫາທີ່ໃກ້ຕົວ ແລະ ເປັນສິ່ງທີ່ຄົນລາວຢາກຮູ້ ໂດຍບໍ່ຄຳນຶ່ງຂໍ້ມູນທີ່ເປັນຈິງແທ້ບໍ ສື່ຫຼັກມີເນື້ອໃນແຂງກະດ້າງບໍ່ດຶງດູດ ແລະ ກ່ຽວພັນກັບຊີວິດຂອງເຂົາເຈົ້າ [ໝາຍເຖິງປະຊາຊົນ] ແລະ ເນື້ອຫາສ່ວນຫຼາຍເປັນຂ່າວພິທີການ.”

ນັກ​ຂ່າວທ່ານນີ້ ຍັງກ່າວຕື່ມອີກວ່າ:

ແນວໂນມຂອງຜູ້ບໍລິໂພກຂ່າວແມ່ນຜ່ານມືຖື ຂະນະດຽວກັນສື່ມວນຊົນຫຼັກ ບໍ່ສາມາດປັບໂຕໄປຕາມການປ່ຽນແປງຂອງ​ Technology ຈຶ່ງເຮັດໃຫ້ມີຜູ້ບໍລິໂພກຂ່າວສານຜ່ານມາ Social Media.”

ຣັ​ບານລາວ ໄດ້ອອກດຳລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີ້ຣ໌ເນັດ 2 ຄັ້ງ ຄື ໃນປີ 2014 ແລະ ປີ 2016. ດຳຣັຖດັ່ງກ່າວ ໄດ້ຣະບຸຂໍ້ຫ້າມກ່ຽວຜູ້ທີ່ນຳໃຊ້ສື່ສັງຄົມອອນລາຍນ໌ ແລະ ລະບຸບົດລົງໂທດ.

ໃນປີ 2017, ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຈຳຄຸກ ນາງ ຫລອດຄຳ ທັມມະວົງ, ທ້າວ ສຸການ ໃຈທັດ, ແລະ ທ້າວ ສົມພອນ ພິມມະສອນ ເປັນເວລາ 12 ປີ, 16 ປີ, ແລະ 20 ປີ ຕາມລຳດັບ ໃນຂໍ້ຫາວິຈານ ຣັບານ​.

ໃນເດືອນພຶ​ຈິກາ 2019 ທີ່ຜ່ານມາ, ສານປະຊາຊົນແຂວງຈຳປາສັກ ໄດ້ສັ່ງຕັດສິນຈຳຄຸກ ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ຍານາງ ໝວຍ ເປັນເວລາ 5 ປີ ໃນຂໍ້ຫາ ໂຄສະນາຕ້ານ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.