ຂ.ເຊກອງເພີ້ມໂຮງຮຽນ ແຕ່ຍັງຂາດອຸປກອນ

0:00 / 0:00

ປັດຈຸບັນ ແຂວງເຊກອງ ມີໂຮງຮຽນ ເພີ່ມຂຶ້ນຫຼາຍແຫ່ງ ແລະ ນັກຮຽນ ກໍໄດ້ເຂົ້າຮຽນ ຫລາຍຂຶ້ນ ແຕ່ບັນຫາ ທີ່ຍັງຕ້ອງແກ້ໄຂ ຄື ຄຸນນະພາບ ຂອງການສຶກສາ, ອຸປກອນ ການຮຽນ, ການສອນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະ ກິລາ ກ່ຽວກັບ ຣາຍງານ ຄວາມກ້າວໜ້າ ດ້ານການສຶກສາ ຂອງ ແຂວງເຊກອງ:

"ປະຖົມ 223 ແຫ່ງ, ມັທຍົມ 38 ແຫ່ງ, ອະນຸບານ 16 ແຫ່ງ ບັດນີ້ ອຸປກອນ ການຮຽນການສອນ ນີ້ ກໍສ່ວນຫລາຍນີ້ ກໍໄດ້ ແຕ່ຄຣູ ນັກຮຽນ ຍັງບໍ່ທັນມີ ເຣື່ອງການ ປະຕິບັດ ໜ້າທີ່ ຈັນຍາບັນ ຄວາມເປັນຄຣູ ບາງເຂດ ກໍຖືວ່າ ຍັງປະຕິບັດ ໜ້າທີ່ ບໍ່ເຕັມເມັດ ເຕັມໜ່ວຍ".

ທ່ານວ່າ ປັດຈຸບັນ ແຂວງເຊກອງ ມີໂຮງຮຽນ 277 ແຫ່ງ ເມື່ອສົກ ການສຶກສາ ປີ 2009-2010 ມີ 220 ແຫ່ງ. ຄຣູເພີ່ມຂຶ້ນຈາກ 590 ຄົນ ເປັນ 800 ກວ່າຄົນ ແລະ ນັກຮຽນ ກໍເພີ່ມຂຶ້ນ ຈາກ 20 ພັນຄົນ ເປັນ 25 ພັນຄົນ. ສໍາລັບ ເດັກນ້ອຍ ອະນຸບານ ກໍມີໂອກາດ ໄດ້ຮຽນໜັງສື ຈາກ 13 ສ່ວນຮ້ອຍ ເປັນ 24 ສ່ວນຮ້ອຍ. ນັກຮຽນປະຖົມ ກໍເພີ່ມຂຶ້ນ ຈາກ 72 ສ່ວນຮ້ອຽ ເປັນ 95 ສ່ວນຮ້ອຍ. ແຕ່ໂອກາດ ທີ່ນັກນັກຮຽນ ປະຖົມ ຈະໄດ້ຮຽນ ຕໍ່ມັທຍົມ ນັ້ນ ແມ່ນຍັງມີ ໜ້ອຍຢູ່, ອຸປກອນ ການຮຽນ ການສອນ ກໍບໍ່ພຽງພໍ ກັບຄວາມ ຕ້ອງການ ແລະ ຍັງຂາດເຂີນ ຄຣູມັທຍົມ ໃນ ຫລາຍວິຊາ.

ເຈົ້າໜ້າທີ່ ເວົ້າອີກວ່າ ບັນຫາ ສໍາຄັນທີ່ສຸດ ຄືຄຸນນະພາບ ການສຶກສາ ຢູ່ແຂວງນີ້ ຍັງຕໍ່າ, ຄຣູ ຈໍານວນນຶ່ງ ຍັງຂາດ ການເອົາໃຈໃສ່ ພັທນາຕົວເອງ ໃນດ້ານຄວາມຮູ້ ອັນເປັນບັນຫາ ທີ່ ກະຊວງສຶກສາ ແລະກິລາ ຕ້ອງຫາ ວິທີແກ້ໄຂ ຊຶ່ງເບື້ອງຕົ້ນ ຈະໄດ້ເພີ່ມ ອັດຕຣາ ເງິນເດືອນ ແລະ ໃຫ້ງົບປະມານ ຝຶກອົບຮົມ ຄຣູ ຫລາຍຂຶ້ນ.