ຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ຂອງ ສປປລາວ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ 11 ສະບັບ ນັບຕັ້ງ ແຕ່ມື້ວັນທີ 9 ຫາວັນທີ 16 ພຶສຈິການີ້ ເພື່ອຫວັງຈະເຮັດໃຫ້ ສປປລາວ ເປັນ ຣັຖແຫ່ງກົດໝາຍ, ເປັນບ່ອນອີງໃນການແກ້ໄຂບັນຫາຕ່າງໆ ຊຶ່ງທາງການ ລາວຖືວ່າເປັນຜົລສໍາເຣັດອັນສໍາຄັນຂອງລາວ ດັ່ງທີ່ທ່ານ ຈະເຣີນ ເຢັຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍຂອງສະພາແຫ່ງຊາດ ກ່າວຕໍ່ກອງປະຊຸມນັ້ນໃນມື້ວັນທີ 16 ພຶສຈິການີ້ວ່າ:
“ກົດໝາຍ 11 ສະບັບດັ່ງກ່າວ ແມ່ນຜົລສໍາເຣັດທີ່ສໍາຄັນ ໃນການຈັດຕັ້ງປະຕິບັດ ແຜນການສ້າງແລະປັບປຸງກົດາຍ 5 ປີ. ຜົລສໍາເຣັດດັ່ງກ່າວນີ້ ເປັນການປະກອບສ່ວນສໍາຄັນ ສະກັດກັ້ນແລະຕ້ານບັນດາປາກົດການ ຂອງແນວຄິດອິສຣະເສຣີ ຕາມໃຈຊອບທີ່ຢູ່ເໜືອກົດໝາຍ ໃຫ້ເປັນຣັຖທີ່ປົກຄອງໂດຍກົດໝາຍ.”
ໃນຈໍານວນຮ່າງກົດໝາຍ 11 ສະບັບທີ່ກອງປະຊຸມສະພາແຫ່ງຊາດ ໄດ້ພິຈາ ຣະນາ ແລະຮັບຮອງເອົານັ້ນ ມີຮ່າງກົດໝາຍສ້າງໃໝ່ 4 ສະບັບ ຄືຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ, ວ່າດ້ວຍຊາຍແດນແຫ່ງຊາດ, ວ່າດ້ວຍ ເຕັກໂນໂລຈີຣະດັບສູງ ແລະຮ່າງກົດໝາຍ ວ່າດ້ວຍການສໍາຣວດວັດແທກ ແລະສ້າງແຜນທີ່ ແລະມີຮ່າງກົດໝາຍສບັບປັບປຸງ 7 ສະບັບ ຄືຮ່າງກົດໝາຍ ວ່າດ້ວຍຣັຖບານ, ວ່າດ້ວຍງົບປະມານແຫ່ງຣັຖ, ວ່າດ້ວຍການສ້າງນິຕິກັມ, ວ່າດ້ວຍການປະຕິບັດ ຄໍາຕັດສິນຂອງສານ, ວ່າດ້ວຍການຄວບຄຸມຢາສູບ, ວ່າດ້ວຍການໂທຣະຄົມມະນາຄົມ ແລະຮ່າງກົດໝາຍ ວ່າດ້ວຍມໍຣະດົກແຫ່ງ ຊາດ.
ຫຼັງຈາກຮ່າງກົດໝາຍ 11 ນັ້ນ ໄດ້ຖືກຮັບຮອງຈາກກອງປະຊຸມ ສະພາແຫ່ງຊາດແລ້ວ ກໍຍັງຈະໄດ້ເອົາເນື້ອໃນຂອງກົດໝາຍທັງໝົດນັ້ນ ໄປຜ່ານພາກສ່ວນ ທີ່ກ່ຽວຂ້ອງຕື່ມ ເປັນຕົ້ນກັມມາທິການ ກົດໝາຍຂອງສະພາແຫ່ງຊາດ ແລະຜ່ານ ຄະນະປະຈໍາສະພາແຫ່ງຊາດ ກ່ອນທີ່ ປະທານສະພາແຫ່ງຊາດ ຈະໄດ້ລົງນາມ ດັ່ງທີ່ ທ່ານ ກົງຈີ ຍາງຈື ຮອງຣັຖມົນຕຣີ ກະຊວງຍຸຕິທັມ ຕາງໜ້າອະນຸກັມມະການຮັບຜິດຊອບຮ່າງກົດໝາຍ ກ່າວໃນມື້ດຽວກັນນັ້ນວ່າ:
“ແລ້ວຫຼັງຈາກນັ້ນຫັ້ນ ພວກເຮົາຍັງຈະຕ້ອງເອົາ ເນື້ອໃນດັ່ງກ່າວນີ້ນີ໋ ຜ່ານກອງປະຊຸມຄະນະ ປະຈໍາອີກຄັ້ງ ຫຼືວ່າອາຈບາງເທື່ອ ອາຈບໍ່ແມ່ນຄັ້ງດຽວ ຈົນກວ່າຄະນະປະຈໍາຫັ້ນ ເຫັນດີເປັນເອກພາບ ແລ້ວຈຶ່ງຄ່ອຍໃຫ້ ທ່ານປະທານ ສະພາແຫ່ງຊາດ ຫັ້ນ ເຊັນເປັນອັນສຸດທ້າຍ.”
ຮ່າງກົດໝາຍທັງ 11 ສະບັບທີ່ຖືກຮັບຮອງເອົານັ້ນ ອີງຕາມຄໍາເວົ້າຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຕິດຕາມ ການດໍາເນີນກອງປະຊຸມສະພາ ແຫ່ງຊາດ ຢ່າງໃກ້ຊິດທ່ານນຶ່ງ ແລ້ວແມ່ນວ່າ ປະຊາຊົນບໍ່ໄດ້ມີສ່ວນຮ່ວມແນວໃດ ແລະທີ່ຜ່ານມາ ຂະບວນການຍຸຕິທັມ ຢູ່ໃນປະເທດລາວ ບໍ່ມີຄວາມໂປ່ງໃສ, ປະຊາຊົນທົ່ວໄປ ບໍ່ສາມາດກວດສອບໄດ້ ແລະພະນັກງານ-ຣັຖກອນ ຮັບສິນບົນ ຈາກຜູ້ທີ່ບໍ່ປະຕິບັດຕາມກົດໝາຍ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້ວ່າ:
“ຄົນທັມດາບໍ່ມີສິດຫຍັງເລີຍ ບໍ່ມີຄວາມຈິງ ກົດໝາຍເປັນພຽງແຕ່ ເປັນອາຍາຊື່ໆເນາະ ອາຍາອິຫຍັງ ມັນມີແຕ່ຊື່ສຽງ ແຕ່ມັນຄວາມຈິງແທ້ ຜູ້ໃດມີເງິນແລ້ວຜູ້ນັ້ນລອດ ສົມຸດຢູ່ປະເທດລາວ ມີບັນຫາອິຫຍັງ ຮີບແກ້ໄຂເຣື່ອງເງິນ ຖ້າບໍ່ມີເງິນກໍຕ້ອງເປັນຜູ້ຕິດຄຸກ ຫຼືວ່າເປັນຄົນແພ້ ບໍ່ມີຊະນະ.”
ທຸກໆ ເທື່ອທີ່ມີການຈັດກອງປະຊຸມ ສະມາຊິກສະພາແຫ່ງຊາດ ມັກນໍາສເນີຜົລ ການປະຕິບັດວຽກງານຂອງຣັຖບານ ແລະອົງການຕ່າງໆ ໃນໄລຍະຜ່ານມາ ກ່ຽວກັບໂຄງການຕ່າງໆ ເປັນຕົ້ນໂຄງການພັທນາ, ການກວດພົບໂຄງການ ທີ່ສ້າງຄວາມເສັຍຫາຍ ທາງດ້ານເສຖກິດ ແລະສັງຄົມ ໃຫ້ປະເທດຊາດ ຊຶ່ງບັນຫາດັ່ງກ່າວເກີດຂຶ້ນທຸກປີ, ແຕ່ຫຼັງຈາກກອງປະຊຸມແລ້ວ ບໍ່ເຫັນວ່າຣັຖບານ ແລະອົງການນັ້ນໃຊ້ມາຕການ ແກ້ໄຂໄດ້ ດັ່ງປະຊາຊົນ ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ມີແຕ່ມາຣາຍງານວ່າໂຄງການນັ້ນ ມີມູນຄ່າເທົ່ານັ້ນ. ໂຄງການນີ້ມູນຄ່າເທົ່ານັ້ນຫັ້ນນ່າ ແລ້ວບໍ່ໄດ້ຮັບການແກ້ໄຂຈັກເທື່ອຫັ້ນນ່າ ກໍມີແຕ່ຫົວຂໍ້ອັນເກົ່ານີ້ ເວລາເພິ່ນກວດພົບນີ້ ເພິ່ນກໍບໍ່ໄດ້ເວົ້າວ່າ ມາຕການສິແກ້ໄຂ ສິເຮັດຈັ່ງໃດ ບໍ່ໃຫ້ັນເກີດມີມູນຄ່າການເສັຽຫາຍ ໂຄງການລົງທຶນຂອງຣັຖຊີ້ນ່າ.”
ກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ 9 ໄດ້ເປີດຂຶ້ນມາຕັ້ງແຕ່ມື້ວັນທີ 1 ແລະໄດ້ປິດລົງໃນມື້ວັນທີ 17 ພຶສຈິກາ 2021 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກັມມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ.
ໃນພິທີປິດກອງປະຊຸມ ໃນມື້ວັນທີ 17 ພຶສຈິກາ ນີ້ ທ່ານ ໄຊສົມພອນ ພົມວິຫານ ກ່າວຕອນນຶ່ງວ່າ:
“ຜົລສໍາເຣັດຂອງກອງປະຊຸມ ສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ຄັ້ງນີ້ເປັນຜັນຂຍາຍກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກເຂົ້າສູ່ຊີວິດຕົວຈິງ. ໃນໂອກາດອັນ... ນີ້ຂ້າພະເຈົ້າໃນນາມ ປະທານກອງປະຊຸມ ຂໍປະກາດປິດກອງປະຊຸມສມັຍສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການນັບແຕ່ນີ້ເປັນຕົ້ນໄປ.”
ໂດຍລວມແລ້ວ ເຫັນວ່າ ໃນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດຊຸດທີ 9 ນີ້ ສະມາຊິກສະພາແຫ່ງຊາດ ໄດ້ກ່າວເຖິງຫຼາຍບັນຫາ ທີ່ພົວພັນກັບການພັທນາ ເສຖກິດ-ສັງຄົມ ຂອງຊາດ, ກັບການບໍຣິຫານງານ ຂອງຣັຖບານ ແລະການປະຕິບັດງານ ຂອງອົງການຕຸລາການ ເປັນຕົ້ນໃນ 3 ປະເດັນ ສໍາຄັນ ທີ່ຈະຊ່ວຍໃຫ້ປະເທດຊາດ ມີຄວາມໝັ້ນຄົງ ຄືການປະຕິບັດແຜນພັທນາ ເສຖກິດ-ສັງຄົມແຫ່ງຊາດ ຢ່າງເຄັ່ງຄັດ ເພື່ອໃຫ້ເສຖກິດ ຂອງປະເທດມີ ອັດຕຣາການຂຍາຍໂຕຫຼາຍຂຶ້ນ, ປະຕິຮູບຣັຖວິ ສາຫະກິດ ບໍ່ໃຫ້ສ້າງໜີ້ສິນ ມະຫາສານ ໃຫ້ແກ່ປະເທດຊາດ ແລະການດໍາເນີນ ການກວດກາ ກຸ່ມຄົນຕ່າງປະເທດ ບໍ່ໃຫ້ເຂົ້າມາ ຊື້-ຂາຍ ຫຼືເຊົ່າດິນພາຍໃນປະເທດລາວ.