ຊາວລາວຂໍໃຫ້ສະພາ ແກ້ໄຂ ບັນຫາ ຮີບດ່ວນ

ໄຊຍາ
2019.06.04
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາແຫ່ງຊາຕ ສປປລາວ
Public Domain

ກອງປະຊຸມສະພາແຫ່ງຊາດ ທີ່ຈະເປີດຂຶ້ນ ໃນຣະຫວ່າງ ວັນທີ 5 ຫາ 25 ມິຖຸນາ ນີ້ ປະຊາຊົນຕ້ອງການ ໃຫ້ແກ້ໄຂບັນຫາ ເຣື່ອງທີ່ດິນ ເປັນຕົ້ນການອອກໃບຕາດິນ, ການຊົດເຊີຍ ໃຫ້ກັບຜູ້ສູນເສັຽທີ່ິດິນ ໃຫ້ກັບໂຄງການຕ່າງໆ ຢ່າງເອົາໃຈໃສ່ ເພາະບັນຫາທີ່ດິນພາໃຫ້ເກີດ ການຂັດແຍ່ງ ແຜ່ລາມໄປທົ່ວປະເທສ, ດັ່ງຄຳເວົ້າຂອງປະຊາຊົນ ທີ່ຢູ່ນະຄອນຫຼວງວຽງຈັນ ຕໍ່ສຳນັກຂ່າວ RFA ເມື່ອ 4 ມິຖຸນາ ວ່າ:

"ກໍຢາກໃຫ້ເພິ່ນຍົກເອົາບັນຫາ ເຣື່ອງດິນນີ້ແລ້ວມາ ໃຫ້ເພິ່ນສະສາງ ມາດຽວນີ້ປະຊາຊົນສ່ວນຫຼາຍ ຍັງບໍ່ທັນໄດ້ໃບຕາດິນ, ຄ່າກະແສໄຟຟ້າ ແຫຼະອັນນີ້ກໍ່ເປັນບັນຫາຮີບດ່ວນ ຢາກໃຫ້ເພິ່ນໄດ້ແກ້ໄຂ ເພາະວ່າບັນຫານີ້ ຍັງບໍ່ທັນແກ້ໄຂ ປະຊາຊົນກໍຍັງທຸກ ຍັງຍາກຢູ່."

ປະຊາຊົນເມືອງປາກຊ່ອງ ແຂວງຈຳປາສັກ ກໍຢາກໃຫ້ຣັຖບານແກ້ໄຂບັນຫາ ການອະນຸຍາດ ສໍາປະທານທີ່ດິນແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທສ ຍ້ອນປັດຈຸບັນທີ່ດິນ ຢູ່ເມືອງປາກຊ່ອງເຫຼືອນ້ອຍ ປະຊາຊົນໃນພື້ນທີ່ ບໍ່ມີທີ່ດິນພຽງພໍໃນການ ປູກພືດເຮັດໄຮ່ເຮັດສວນ.

"ກໍຫຼາຍອັນ ການເຮັດການທໍານີ້ ດິນນີ້ຢູ່ໃນຂອບເຂດເຮົາ ມັນບໍ່ມີແລ້ວ ດຽວນີ້ມີແຕ່ບໍຣິສັດໝົດ ບຸກເບີກໝາຍຄວາມວ່າ ບໍຣິສັດສໍາປະທານ ເຣື່ອງດິນ ເຂື່ອນໄຟຟ້າ ປູກຕົ້ນໄມ້ ປູກາເຟ ມັນຫຼາຍບໍຣິສັດເຂົ້າມາໜິ ເພາະວ່າດິນມັນແຮງແຄບລົງ."

ໃນຂນະທີ່ເຈົ້າໜ້າທີ່ທ້ອງຖິ່ນ ແຂວງຄຳມ່ວນ ໃຫ້ຄຳເຫັນວ່າ ບັນຫາທີ່ປະຊາຊົນສເນີ ໃຫ້ຣັຖບານຊ່ອຍແກ້ໄຂ ກໍຕ້ອງຄ່ອຍເປັນຄ່ອຍໄປ ຍ້ອນເຈົ້າໜ້າທີ່ ວິຊາການຊ່ຽວຊານ ມີນ້ອຍການແກ້ໄຂ ໃນແຕ່ລະບັນຫາ ກໍຕ້ອງໃຊ້ເວລາດົນ ກວ່າຈະຫຼຸດຜ່ອນໄດ້.

"ໃນທັສນະສ່ວນໂຕແລ້ວ ຄິດວ່າບັນຫາ ຢາກໃຫ້ເບິ່ງຕື່ມໃໝ່ນີ້ ກໍເຣື່ອງປະກົດການຫຍໍ້ທໍ້ ອິຫຍັງຕ່າງໆ ເພິ່ນກໍເລັ່ງລົງມື ເຮົາຍັງເຮັດບໍ່ໄດ້ ກໍອາດຈະອີງໃສ່ບັນຫາພື້ນຖານ ຂອງພວກເຮົາ ທີ່ຍັງບໍ່ພ້ອມເທື່ອ ເຮົາຕ້ອງຄ່ອຍເປັນຄ່ອຍໄປຕາມຈັງຫວະ."

ກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ຄາດໝາຍວ່າ ຈະຮ່າງກົດໝາຍໃໝ່ 5 ສະບັບ ປະກອບມີ ຮ່າງກົດໝາຍວ່າດ້ວຍອາກອນຣາຍໄດ້, ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້, ຮ່າງກົດໝາຍວ່າດ້ວຍການຕອບໂຕ້ ການທຸ້ມຕລາດ ແລະ ການຊ່ອຍໜູນ, ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງພັຍພິບັດ ແລະ ຮ່າງກົດໝາຍວ່າດ້ວຍ ເອກກະສານ.

ສ່ວນຮ່າງກົດໝາຍ ສະບັບປັບປຸງ 5 ສະບັບ ປະກອບ ມີຮ່າງກົດໝາຍວ່າດ້ວຍທີ່ດິນ, ຮ່າງກົດໝາຍວ່າດ້ວຍປ່າໄມ້, ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ, ຮ່າງກົດໝາຍວ່າດ້ວຍ ຄ່າທັມນຽມ ແລະ ຮ່າງກົດໝາຍວ່າດ້ວຍ ອາຊີວະສຶກສາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.