ທາງຈາກກາສີໄປ ຫຼວງພຣະບາງ ບໍ່ແລ້ວ
2013.05.08
ເສັ້ນທາງ ຈາກເມືອງກາສີ ໄປຫາ ຫລວງພຣະບາງ ທີ່ຍັງບໍ່ໄດ້ ປູຢາງ ຮູປຖ່າຍ ເດືອນ ເມສາ ວັນທີ 20 ປີ 2013
ການເປີດໃຊ້ ເສັ້ນທາງ ຈາກ ເມືອງກາສີ ລັດໄປຫາ ຫລວງພຣະບາງ ຖືກເລື່ອນ ອອກໄປອີກ.
ທາງການລາວ ເລື່ອນເວລາ ການກໍ່ສ້າງ ຖນົນທາງຕັດ ຈາກວຽງຈັນ ໄປຫາ ຫລວງພຣະບາງ ອອກໄປ ຕື່ມອີກ 4 ເດືອນ ເນື່ອງຈາກວ່າ ຂາດແຄນ ວັດຖຸ ພາຍໃນ ປະເທດ.
ທ່ານ ອິນປົງ ສຸຄະວົງ, ຫົວໜ້າ ໂຄງການ, ກ່າວວ່າ ເສັ້ນທາງ ຈາກ ເມືອງກາສີ ໃນ ແຂວງວຽງຈັນ ໄປຫາ ນະຄອນ ຫລວງພຣະບາງ ປັຈຈຸບັນ ຄາດວ່າ ຈະເປີດ ໃນເດືອນ ຕຸລາ, ແທນທີ່ ຈະເປີດໃນ ເດືອນ ມິຖຸນາ. ການເລື່ອນ ເວລາ ດັ່ງກ່າວ ຍ້ອນວ່າ ຂາດແຄນ ຢາງໝາກຕ໋ອຍ ທີ່ຈະມາລາດ ເສັ້ນທາງນັ້ນ.
ລາວ ໄດ້ຈັດ ງົປມານ ເກືອບເຖິງ 480 ພັນ ລ້ານກີບ ສຳລັບ ໂຄງການນີ້, ຊຶ່ງອາດຊ່ອຍ ຫລຸດຜ່ອນ ເວລາການເດີນທາງ ໄດ້ເຖິງ ເຄິ່ງນຶ່ງ ຣະຫວ່າງ ວຽງຈັນ ຫາ ຫລວງພຣະບາງ, ຊຶ່ງເປັນ ສະຖານທີ່ ນັກທ່ອງທ່ຽວ ມັກຈະມາ ຢ້ຽມຢາມ.
ລະຍະທາງ ເສັ້ນທາງ ແຕ່ກາສີ ຫາ ຫລວງພຣະບາງ ມີປະມານ 300 ກິໂລແມັດ, ຊຶ່ງໃຊ້ເວລາ ເດີນທາງ ປະມານ 4 ຊົ່ວໂມງ. ຖ້າຫາກວ່າ ເສັ້ນທາງໃໝ່ ສຳເລັດ ຈະມີລະຍະ ທາງ ພຽງ 79 ກິໂລແມັດ. ນີ້ ເປັນການ ເລື່ອນເວລາ ເທື່ອທີ 2 ແລ້ວ, ຊຶ່ງເທື່ອ ທຳອິດ ເລື່ອນມາຈາກ ເດືອນ ມົກກະຣາ ມາເປັນເດືອນ ມິຖຸນາ ແລະ ຈາກ ມິຖຸນາ ໄປຫາ ເດືອນຕຸລາ.









