ອົງການ ບໍ່ຂຶ້ນກັບ ຣັຖບານ ໃນໄທ ບໍ່ສະບາຍໃຈ ທີ່ ຣັຖບານ ລາວ ບໍ່ມີຄວາມ ຄືບໜ້າ ໃນການ ຊອກຫາ ທ່ານ ສົມບັດ ສົມພອນ.
ຫລາຍອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານໄທ ຫລື NGO ບໍ່ສະບາຍໃຈ ທີ່ ຣັຖບານລາວ ອອກມາ ຖແລງ ຕໍ່ຊື່ມວນຊົນ ລາວ ວ່າ ຍັງບໍ່ມີ ຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ສົມພອນ ແລະ ເຫັນວ່າ ການອອກມາ ຊີ້ແຈງ ແບບນັ້ນ ຖືວ່າ ເປັນການ ປະຕິເສດ ທີ່ຈະເປີດເຜີຍ ຄວາມຈິງ ແບບໜຶ່ງ. ດັ່ງເຈົ້າໜ້າທີ່ ອົງການ NGO ຍານາງ ພະຊະຣະ ສູງເດັ່ນ ກ່າວ:
"ຍານາງ ວ່າ ເຂົາບໍ່ຮູ້ແທ້ໆ ຫລື ວ່າແນວໃດ ການທີ່ ອອກມາເວົ້າ ແບບນີ້ ມັນເໝືອນ ກັບວ່າ ເປັນການ ປະຕິເສດ ຢ່າງຕໍ່ເນື່ອງ ໂດຍທີ່ບໍ່ມີ ຂໍ້ມູນ ມາເສີມວ່າ ທ່ານ ສົມບັດ ຫາຍໄປຈັ່ງໃດ ຣັຖບານລາວ ບໍ່ຮູ້ບໍ່ເຫັນ ໄດ້ແນວໃດ ນີ້ເປັນການ ປະຕິເສດ ໃນຮູບ ແບບນຶ່ງ".
ນາງກ່າວ ຕໍ່ໄປວ່າ ຣັຖບານ ລາວ ຈໍາເປັນຕ້ອງ ໃຫ້ຄໍາຊີ້ແຈງ ເຣື່ອງ ການຊອກຫາ ທ່ານ ສົມບັດ ສົມພອນ ນີ້ ໃຫ້ຫລາຍຂຶ້ນ ແລະ ມີຄວາມຕໍ່ເນື່ອງ ບໍ່ຄວນ ງຽບຫາຍ ໄປແລ້ວ ຈຶ່ງອອກມາ ຖແລງຂ່າວ ເທື່ອນຶ່ງ ແລະ ຕ້ອງເປີດເຜີບ ຂໍ້ມູນ ການສືບສວນ ໃຫ້ຫລາຍກວ່ານີ້ ເພື່ອໃຫ້ ອົງການ NGO ທີ່ຕິດຕາມ ເຣື່ອງນີ້ ຫາຍກັງວົນ ແລະ ສະບາຍໃຈ ຂຶ້ນ.
ຫລາຍອົງການ ທີ່ບໍ່ຂຶ້ນກັບ ຣັຖບານໄທ ຢືນຢັນວ່າ ຈະມີການ ຈັດຊຸມນຸມ ຮຽກຮ້ອງ ຕໍ່ທາງການລາວ ກ່ຽວກັບ ກໍຣະນີ ທ່ານ ສົມບັດ ສົມພອນ ຕໍ່ໄປ ໃນວັນທີ 15 ຂອງ ທຸກເດືອນ ເພື່ອໃຫ້ ຣັຖບານລາວ ເຫັນວ່າ ຫລາຍອົງການ ຈັດຕັ້ງ ໃນໄທ ຕິດຕາມ ເຣື່ອງນີ້ຢ່າງ ບໍ່ລົດລະ ແລະ ຮຽກຮ້ອງ ໃຫ້ ຣັຖບານລາວ ເລັ່ງສືບສວນ ແລະ ເປີດເຜີຍ ຂໍ້ມູນ ເຣື່ອງນີ້ ເປັນ ລະຍະໄປ.
