ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ຢືນຢັນ ອີກວ່າ ບໍ່ມີເຫດການ ເຄັ່ງຕຶງ ໃນ ບໍຣິເວນ ຊາຍແດນ ລາວ ແລະ ກຳພູຊາ. ເຈົ້າໜ້າທີ່ ທ່ານນີ້ ເຮັດວຽກ ຢູ່ ດ່ານ ຊາຍແດນ ລາວ-ກຳພູຊາ ທີ່ ບໍ່ປະສົງ ບອກຊື່ ແລະ ອອກສຽງ ກ່າວກັ ບນັກຂ່າວ ວິທຍຸ ເອເຊັຽເສຣີ ເມື່ອບໍ່ດົນ ຜ່ານມາວ່າ:
“ບໍ່ມີຄວາມ ເຄັ່ງຕຶງ ຫຍັງດອກ ມັນເປັນພຽງຄ້າຍ ທະຫານເກົ່າ ຂອງພວກເຮົາ ມັນຊຸດໂຊມ ເປ່ເພແລ້ວ ພວກເຮົາ ກໍ່ຢາກສ້າງ ຄືນໃໝ່; ດິນ ຢູ່ເບື້ອງນັ້ນ ເປັນດິນ ຂອງ ລາວ ບໍ່ແມ່ນດິນ ຂອງ ກໍາພູຊາ ແລະ ຖນົນນັ້ນ ກໍເປັນ ເສັ້ນແບ່ງ ເຂດ ຊາຍແດນ ຕາມສັນຍາ ຣະຫວ່າງ ປະເທດ.”
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ວ່າ ຕາມສັນຍາ ຊາຍແດນ ປີ 1907 ສະໄໝ ຝຣັ່ງແລ້ວ ດິນແດນ ຕອນນັ້ນ ເປັນ ຂອງລາວ. ເຫດການ ຄວາມບໍ່ເຂົ້າໃຈ ກັນ ອາດເກີດ ມາຈາກ ການເຮັດວຽກ ຂອງ ທາງຝ່າຍ ກໍາພູຊາ ເອງ ທີ່ເຮັດວຽກ ບໍ່ເປັນ ເອກກະພາບ ກັນ; ເຊັ່ນເຈົ້າແຂວງ ທາງຝ່າຍ ກຳພູຊາ ແຕ່ລະຄົນ ກໍບໍ່ມີ ທິດທາງ ຄືກັນ ບາງຄົນ ກໍນັບຖືສັນຍາ ບາງຄົນ ກໍບໍ່ນັບຖື ເຣື້ອງແບບນີ້ ເກີດຂຶ້ນ ຫຼາຍເທື່ອ ແລ້ວ ແຕ່ ບໍ່ຮ້າຍແຮງ.
ແຫລ່ງຂ່າວ ກຳພູຊາ ຣາຍງານ ເມື່ອ ເດືອນທີ່ ຜ່ານມາວ່າ ມີເຫດການ ເຄັ່ງຕຶງ ເກີດຂຶ້ນ ຢູ່ຊາຍແດນ ລາວ ແລະ ກໍາພູຊາ ຍ້ອນ ທະຫານລາວ ສ້າງຄ້າຍ ຢູ່ ບໍໍຣິເວນ ຊາຍແດນ ທີ່ບໍ່ທັນ ມີຫລັກແບ່ງ ເຂດ ຊາຍແດນ ຢ່າງຄັກແນ່ ເທື່ອ, ເຫດການ ເຄັ່ງຕຶງ ເຖິງຂັ້ນວ່າ ທະຫານ ກໍາພູຊາ ຕ້ອງຢູ່ໃນ ພາວະ ຕຣຽມພ້ອມ.
ເຂດຊາຍແດນ ລາວ-ກຳພູຊາ ທີ່ມີບັນຫາ ກັນນັ້ນ ແມ່ນ ບໍຣິເວນ ໃກ້ໆກັບ ດ່ານເວີນຄຳ ເຂດ ເມືອງໂຂງ ແຂວງ ຈຳປາສັກ ຊຶ່ງ ມີຊາຍແດນ ຕິດກັບ ແຂວງ ຊຽງແຕງ ຂອງ ກຳພູຊາ.