ປະຊາຊົນ ເຂດຫຼັກ 9 ແຂວງສວັນນະເຂດ ບໍ່ຍອມຍ້າຍອອກຈາກດິນສງວນ

0:00 / 0:00

ທາງການແຂວງສວັນນະເຂດ ໄດ້ອອກແຈ້ງການ ໃຫ້ປະຊາຊົນ ຢູ່ເຂດຫຼັກ 9 ບ້ານໜອງຜື ຍົກຍ້າຍອອກຈາກເຂດສງວນດິນຣັຖ, ແຕ່ປະຊາຊົນ ບໍ່ຕ້ອງການຍ້າຍ.

ປະຊາຊົນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຄັນຊິເວົ້າແລ້ວຫັ້ນນ່າ ຕາມຄວາມເຂົ້າໃຈເນາະ ອັນນີ້ເພິ່ນຊິເອົາແທ້ ຫຼືບໍ່ ເອົາແທ້ ພວກເຮົາກະມີສຽງສ່ວນຫຼາຍ ຜ່ານມາເຄີຍສູ້ເຄີຍດັນກັນ.”

ອີງຕາມຂໍ້ມູນ ຈາກປະຊາຊົນທ່ານນີ້, ມີປະຊາຊົນ ຢູ່ໃນເຂດດັ່ງກ່າວ ປະມານ 400 ປາຍ, 500 ຄອບຄົວ.

ປະຊາຊົນທ່ານນີ້ ກ່າວວ່າ:

“ຖ້າວ່າ ພັກ-ຣັຖ ຍັງຈະໃຫ້ນາຍທຶນຢູ່ ກໍໃຫ້ມາຊົດເຊີຍ. ກ່ອນໜ້ານີ້ປະມານ 5 ປີ ຜ່ານມາ. ປະຊາຊົນລາວ ມີສິດໃຊ້ແຜ່ນດິນລາວ ເຖິງວ່າ ຊິມີໃບຕາດິນ ແລະ ບໍ່ມີໃບຕາດິນ ແຕ່ເຂົາກໍເປັນຄົນລາວ ແລ້ວເຈົ້າຊິເຮັດຈັ່ງໃດ.”

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

“ແຕ່ວ່າ ມີແຈ້ງການອອກມາວ່າ ພາຍໃນເດືອນ 10 ນີ້ ໃຫ້ອອກ ແຕ່ຊາວບ້ານກໍບອກກັນແລ້ວວ່າ ບໍ່ມີໃຜອອກ. ບໍ່ມີໃຜອອກ ເດັດຂາດໂລດ ບໍ່ມີໃຜອອກ ໃຜກະບໍ່ຍອມອອກ ເຖິງໃສເຖິງກັນ ໃຜກະໃຊ້ສິດ.”

ໃນການຈັບຈອງທີ່ດິນ ເຂດດັ່ງກ່າວ, ປະຊາຊົນ ບໍມີໃບຕາດິນຖາວອນ ແຕ່ເຂົາເຕັມໃຈ ທີ່ຈະເຮັດຖ້າວ່າ ທາງການຈະອອກໃຫ້.

ປະຊາຊົນ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ເຂົາເຫັນດີການພັທນາ ເຈົ້າພັທນາແທ້ ມີເງິນເປັນຕື້ໆ ບໍ່ໄດ້ເສັຽພາສີ ທີ່ຜ່ານມາ ຂັ້ນຊິໃຫ້ຜູ້ນຶ່ງ 20 ຄູນ 80 ແມັດ ກະໃຫ້. ໃຜມີເງິນໄຂ ເຫຼືອນັ້ນກະຊື້ເອົາ.​”

ປະຊາຊົນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ກະຖ້າເບິ່ງຢູ່ນີ້ແຫຼະ ເຂົາວ່າ ຊິເອົາຣົຖໄປດຸດເຮືອນຂອງປະຊາຊົນເລີຍ. ຖ້າວ່າ ປະຊາຊົນ ບໍ່ຍ້າຍອອກຫຼັງຈາກເດືອນຕຸລາ ທີ່ຈະມາເຖິງນີ້. ຕອນນີ້ກໍາລັງວຸ້ນກັນຢູ່.”

ປະຊາຊົນ ທ່ານນີ້ ກ່າວຕື່ທອີກວ່າ:

“ຄົນທີ່ໄປບຸກເຮືອນຢູ່ ເຂດດັ່ງກ່າວ ມີພະນັກງານ, ທະຫານ, ຕໍາຣວດ, ພະນັກງານ ບໍານານ.”

ວິທຍຸ ເອເຊັຽເສຣີ ເສຣີ ພະຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ ພະແນກຊັພຍາກອນທັມມະຊາຕ ເພື່ອຖາມຣາຍລະອຽດ ກ່ຽວກັບເຣື່ອງນີ້, ແຕ່ ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ຄໍາເຫັນເຣື່ອງນີ້ ໂດຍ ທ່ານ ກ່າວວ່າ ບໍ່ຮູ້ເຣື່ອງນີ້.

ໃນເດືອນ ກໍຣະກະດາ ຫຼື ເດືອນ 7 ປີ 2023, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ອອກແຈ້ງການໃຫ້ປະຊາຊົນ ຍົກຍ້າຍ, ຮື້ຖອນ ຈາກບໍຣິເວນທີ່ດິນຣັຖ ຫຼັກ 9 ບ້ານໜອງຜື ນະຄອນໄກສອນພົມວິຫານ ທີ່ເຂົ້າໄປນໍາໃຊ້ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ແຈ້ງການດັ່ງກ່າວ ຍັງລະບຸວ່າ ໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຣວດ, ນັກຮຽນ, ນັກສຶກສາ ທີ່ເຂົ້າໄປບຸກລຸກ ໃຊ້ດິນດິນຣັຖ ບໍຣິເວນຫຼັກ 9 ບ້ານໜອງຜື ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ຍົກຍ້າຍ, ຮື້ຖອນ ອອກຈາກບໍຣິເວນ ດັ່ງກ່າວ ໃນກໍານົດເວລາ 3 ເດືອນ ເຣີ່ມແຕ່ວັນທີ 3 ກໍຣະກະດາ ຫາ ວັນທີ 1 ຕຸລາ 2023.

ອີງຂໍ້ມູນຈາກປະຊາຊົນ, ເຂດສງວນດັ່ງກ່າວ ມີເນື້ອທີ່ຫຼາຍເຮັກຕ້າຣ໌ ເຊິ່ງທາງເຈົ້າໜ້າທີ່ ແຂວງມີແຜນຈະມອບໃຫ້ນັກລົງທຶນ ຕ່າງປະເທດ ສັມປະທານ, ແຕ່ຍັງບໍ່ທັນໄດ້ເປີດເຜີຍວ່າ ເປັນນັກລົງທຶນຊາຕໃດ.