ນ.ຈັນທະພອນ ຖືກຈັບແທ້

0:00 / 0:00

ເຈົ້າໜ້າທີ່ ແຂວງ ຫລວງພຣະບາງ ຢືນຢັນວ່າ, ນາງ ຈັນທະພອນ ຊຶ່ງ ເປັນ ພະນັກງານ ຢູ່ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ປະຈໍາ ແຂວງ ທີ່ ນໍາເອົາ ເອກກະສານ ຂອງ ທາງການ, ກ່ຽວກັບ ການ ອະນຸຍາດ ໃຫ້ ບໍຣິສັດ ຈີນ ສຳຣວດ ເນື້ອທີ່ ບໍຣິເວນ ອ້ອມຂ້າງ ຕາດ ກວາງຊີ ໄປ ເຜີຍແພ່ ທາງ ເຟສບຸກ ນັ້ນ, ຖືກຈັບແທ້ ແລະ ກຳລັງ ຢູ່ໃນ ຣະຫວ່າງ ການ ສອບສວນ:

"ຜູ້ເອົາລົງ ກໍບໍ່ມີ ຄວາມ ເຂົ້າໃຈ ກະເອົາ ລົງໄປຊື່ໆ ນີ້ແຫລະ, ມີການເວົ້າ ການວ່າ ກັນ ຫລາຍຢູ່ ດຽວນີ້ໜະ ມີແຕ່ ຂະເຈົ້າ ຈະສອບ ປາກຄຳ ບໍ່ທັນ ຈະແຈ້ງ ເທື່ອ ເຣຶ່ອງບັນຫາ ຕົວນີ້".

ທ່ານກ່າວ ຕໍ່ໄປວ່າ ສຳລັບ ຣາຍຣະອຽດ ຂອງ ການ ສອບສວນ ນາງ ຈັນທະພອນ ນັ້ນ, ຍັງບໍ່ທັນ ມີການ ເປີດເຜີຍ ເທື່ອ. ແຕ່ ກໍເຊື່ອວ່າ ຄົງຈະ ບໍ່ມີ ຄວາມຜິດ ຮຸນແຮງ ບໍ່ເຖິງຂັ້ນ ຖືກໃຫ້ ອອກການ, ເພາະ ຜູ້ກ່ຽວ ເຮັດແບບ ຮູ້ເທົ້າ ບໍ່ເຖິງການ, ຄາດວ່າ ຈະໄດ້ ຮັບໂທດ ສຶກສາ ອົບຮົມ.

ທ່ານ ເວົ້າວ່າ ເອກກະສານ ທີ່ ຖືກນຳ ໄປ ເຜີຍແພ່ ນັ້ນ, ເປັນພຽງ ໜັງສື ອະນຸຍາດ ໃຫ້ ບໍຣິສັດຈີນ ເປັນຜູ້ ສຳຣວດ ເນື້ອທີ່ ບໍຣິເວນ ອ້ອມຂ້າງ ຕາດ ກວາງຊີ, ເພື່ອ ຈະວາງ ແຜນ ພັທນາ ສ້າງ ໂຄງການ ຕ່າງໆ ໃນ ອະນາຄົດ, ບໍ່ແມ່ນ ໜັງສື ສັນຍາ ສຳປະທານ ແຕ່ຢ່າງໃດ, ເພາະ ທາງແຂວງ ຍັງບໍ່ທັນ ເຊັນ ສັນຍາ ຫລື MOU ກັບ ທາງ ບໍຣິສັດ ຈີນ ເທື່ອ. ທ່ານ ຢືນຢັນ ວ່າ ຕາດ ກວາງຊີ ເປັນ ສົມບັດ ຂອງ ຣັຖບານ ລາວ, ເປັນໄປ ບໍ່ໄດ້ ທີ່ ຈະຍົກ ໃຫ້ ຕ່າງຊາດ ເປັນ ຜູ້ ຄອບຄອງ.

ການ ຈັບ ນາງ ຈັນທະພອນ ເປັນ ກໍຣະນີ ທີ ສອງ ທີ່ ມີການຈັບ ຜູ້ ນຳເອົາ ຂໍ້ມູນ ຫລື ຮູບພາບ ຂອງ ທາງການ ອອກ ເຜີຍແພ່ ທາງ ເຟສບຸກ ພາຍຫລັງ ທີ່ ນາງ ຄຳພຸດ ມີຕັນ ຢູ່ ແຂວງ ໄຊຍະບູຣີ ຖືກຈັບ ຍ້ອນ ນຳເອົາ ຮູບພາບ ເຈົ້າໜ້າທີ່ ຂໍເງິນ ຈາກ ຜູ້ຂັບຂີ່ ໄປ ເຜີຍແພ່.