ທວງຖາມ ຄວາມຄືບໜ້າ ທ່ານສົມບັດ ຫາຍໂຕໄປ 10 ປີ

ຈຳປາທອງ
2022.12.02
ທວງຖາມ ຄວາມຄືບໜ້າ ທ່ານສົມບັດ ຫາຍໂຕໄປ 10 ປີ ຍານາງ ອຶ້ງ ຊຸ່ຍ ເມັ້ງ, ພັນຣະຍາ ຂອງທ່ານ ສົມບັດ ສົມພອນ, ໃນງານເສວະນາ “ຄາຣະວະ ມໍຣະດົກຄວາມຄິດ ແລະວຽກງານຂອງ ສົມບັດ ສົມພອນ” ໃນໂອກາດ ຄົບຮອບ 10 ປີ ການຫາຍໂຕໄປ ຂອງທ່ານສົມບັດ ສົມພອນ ທີ່ພັນຣະຍາ ແລະ ນາໆປະເທດ ຍັງທວງຖາມ ຄຳຕອບຈາກ ຣັຖບານ ສປປ ລາວ ຈົນເຖິງທຸກມື້ນີ້.
RFA

ມາເຖິງມື້ນີ້ ກໍເກືອບຈະຄົບ 10 ປີເຕັມ ທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນ ຂອງລາວ ຖືກລັກພາຕົວ ແລະຫາຍສາບສູນໄປ ເຖິງແມ່ນວ່າທາງຄອບຄົວ ແລະຄົນໃກ້ຊິດຂອງທ່ານຈະໄດ້ຕິດຕາມຖາມເຣື່ອງຄວາມຄືບໜ້າ ຂອງການສອບສວນ ສືບສວນຫາທ່ານ ຈາກທາງການລາວ ແລະພາກ ສ່ວນທີ່ກ່ຽວ ຂ້ອງມາໂດຍຕລອດ ແຕ່ບໍ່ມີຄວາມຄືບໜ້າ ແນວໃດ.

ດັ່ງຍານາງ  ອຶ້ງ ຊຸ່ຍ ເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນໂອກາດທີ່ຍານາງ ເຂົ້າຮ່ວມງານເສວະນາ ທີ່ບາງກອກ ປະເທດໄທຍ ໃນມື້ວັນທີ 2 ທັນວານີ້ວ່າ:

ປີສຸດທ້າຍທີ່ວ່າໄດ້ພົບເຈົ້າໜ້າທີ່ ຢູ່ລາວ ແມ່ນເດືອນ 12 ປີ 2017 ຫລັງຈາກນັ້ນ ກໍບໍ່ພົບຜູ້ໃດອີກ ແລະບໍ່ມີຜູ້ໃດມາພົວພັນ ແຕ່ວ່າໄປຫາເຂົາ, ເຂົາກໍບໍ່ຢາກສລຸບ ມາ ບໍ່ໄດ້ຂ່າວຫຍັງເລີຍ ບໍ່ມີຂໍ້ມູນ ບໍ່ມີຄໍາຕອບ ແລະເຈົ້າໜ້າທີ່ລາວ ກໍບໍ່ຢາກພົບ ແລະບໍ່ຢາກເວົ້າເຖິງ ບັນຫາຂອງທ່ານສົມບັດ ຖືກລັກພາຕົວໄປ.

ຍານາງກ່າວຕື່ມວ່າ ຕລອດໄລຍະ 10 ປີທີ່ຜ່ານມາ ຍານາງໄດ້ໄປຕິດຕາມ ເຣື່ອງຄວາມຄືບໜ້າ ຂອງການສືບຫາ ທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໄປ ຢ່າງຕໍ່ເນື່ອງ ແຕ່ເຈົ້າໜ້າທີ່ຕໍາຣວດລາວ ທີ່ຮັບຜິດຊອບ ສອບສວນ ສືບສວນ ຄະດີດັ່ງກ່າວໃຫ້ຄໍາຕອບວ່າ ຍັງຢູ່ໃນລະຫວ່າງການຕິດຕາມ ຊອກຫາຂໍ້ມູນກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັ້ນຢູ່ ພ້ອມທັງປະຕິເສດວ່າ ເຫດການດັ່ງກ່າວນີ້ ບໍ່ມີຄວາມກ່ຽວຂ້ອງ ແນວໃດ ກັບຣັຖບານລາວ.

ພ້ອມກັນນັ້ນ ຍານາງ  ອຶ້ງ ຊຸ່ຍ ເມັ້ງ ກໍຍັງກ່າວຕື່ມອີກວ່າ ເຖິງແມ່ນສະມາຊິກໃນຄອບຄົວ ແລະຄົນໃກ້ຊິດ ຈະບໍ່ໄດ້ຮັບຂໍ້ມູນຄືບໜ້າ ກ່ຽວກັບການຫາຍສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ ແນວໃດກໍຕາມ ແຕ່ຍານາງ ກໍຈະຍັງສືບຕໍ່ ຊອກຫາຕົວທ່ານ ຢ່າງສຸດຄວາມສາມາດ ຢູ່ຕໍ່ໆໄປ ແລະຄາດຫວັງວ່າ ທ່ານ ຈະຍັງມີຊີວິຕຢູ່ ແລະປອດໄພ.

ຊຸ່ຍເມັ້ງ ກໍມີແຕ່ຄາດຫວັງ ເພິ່ນຍັງຊີວິຕ ຍັງຢູ່. 2 ຢາກໄດ້ຄໍາຕອບວ່າ ເປັນຫຍັງເພິ່ນຈຶ່ງຖືກລັກພາຕົວໄປ ຖ້າວ່າເພິ່ນບໍ່ມີຊີວິຕຢູ່, ຊຸ່ຍເມັ້ງກໍຢາກໄດ້ຄໍາຕອບ ຢາກຮູ້ຊັດເຈນວ່າ ເປັນຫຍັງເພິ່ນຈຶ່ງຖືກລັກພາຕົວໄປ ຊຶ່ງກໍຕ້ອງພະຍາຍາມສຸດຂີດ. ຊຸ່ຍເມັ້ງ ຊີວິຕຍັງຢູ່ ມື້ໃດກໍຕ້ອງຖາມຕໍ່ ອັນນີ້ຖືວ່າເປັນໜ້າທີ່ ຂອງຊຸ່ຍເມັ້ງເນາະ ຕໍ່ທ່ານສົມບັດ.”   

ກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຈະຖືກຫາຍສາບສູນໄປນັ້ນ ທ່ານໄດ້ເຮັດວຽກ ຮ່ວມກັບບັນດານັກພັທນາ ແລະນັກອະນຸຮັກ ສິ່ງແວດລ້ອມ ຢູ່ລາວ ແລະໃນປະເທດໄທຍ ຢ່າງຕໍ່ເນື່ອງ ໂດຍເນັ້ນໃສ່ການໃຫ້ຄວາມສໍາຄັນ ແກ່ບຸກຄົນ ທີ່ບໍ່ມີອໍານາດ ຕໍ່ລອງທາງສັງຄົມ, ໃຫ້ພວກເຂົາເຈົ້າ ເຂົ້າມາມີສ່ວນຮ່ວມ ໃນການອະນຸຮັກ ສິ່ງແວດລ້ອມ ແລະປົກປ້ອງຊຸມຊົນ ຂອງພວກເຂົາເຈົ້າ ໃຫ້ມີຄວາມເຂັ້ມແຂງ ຫລາຍຂຶ້ນ. 

ຍ້ອນເປັນຄືແນວນັ້ນ ຈຶ່ງເຮັດໃຫ້ທ່ານ ສົມບັດ ສົມພອນ ເປັນທີ່ຮູ້ຈັກກັນຫລາຍ ໃນກຸ່ມນັກວິຊາການ ແລະນັກພັທນາ ທາງສັງຄົມ ຢູ່ປະເທດໄທຍ ຊຶ່ງກຸ່ມຄົນດັ່ງກ່າວ ຍັງຕ້ອງການຮູ້ເຖິງ ຄວາມຄືບໜ້າ ຂອງຄະດີດັ່ງກ່າວນີ້ຢູ່.

ດັ່ງສາສຕຣາຈານ ສຸຣິຊັຍ ຫວັນແກ້ວ ຜູ້ອໍານວຍການ ສູນສຶກສາສັນຕິພາບ ແລະຄວາມຂັດແຍ່ງ ຈຸລາລົງ ກອນມະຫາວິທຍາໄລ ຂອງໄທຍ ຊຶ່ງເປັນນຶ່ງໃນບັນດາ ຜູ້ທີ່ເຄີຍເຮັດວຽກ ຮ່ວມກັບ ທ່ານ ສົມບັດ ສົມພອນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນໂອກາດທີ່ທ່ານ ເຂົ້າຮ່ວມງານ ເສວະນາດັ່ງກ່າວ ໃນມື້ດຽວກັນນັ້ນວ່າ:

“ຄັ້ງທໍາອິດພໍຈະມີຂໍ້ມູນ ແລ້ວກໍເຫັນເປັນຫລັກ ເປັນຖານເລີຍນໍວ່າ ພາບທີ່ອາຈານຖືກດຶງໂຕ ນັ່ງຣົຖຄັນນຶ່ງ ອີ່ຫຍັງ ພວກເຮົາກໍເຫັນຢູ່. ເຮົາບໍ່ມີຂ່າວປະເພດ ທີ່ເປັນເຣື່ອງ ເປັນຣາວເລີຍວ່າ ອາຈານຖືກເຂົາພາໄປໃສ ແນວໃດ. ຮູ້ແຕ່ຕອນທໍາອິດວ່າ ເບິ່ງຄືກັບຊິພາອາຈານໄປເກັບໂຕ ຢູ່ບ່ອນໃດອີ່ຫຍັງຫັ້ນ, ແຕ່ພໍເວລາຜ່ານໄປ ກໍມິດງຽບ ບໍ່ມີຂ່າວສານ ອີ່ຫຍັງເທື່ອ.”

ທ່ານກ່າວຕື່ມວ່າ ທ່ານມີໂອກາດ ໄດ້ເຮັດວຽກຮ່ວມກັບທ່ານ ສົມບັດ ສົມພອນ ດົນພໍສົມຄວນ, ຮູ້ວ່າທ່ານເປັນຄົນຊ່າງຄິດ, ເປັນຄົນສຸພາບ, ນຸ້ມນວນ ສະນັ້ນ ເຫດການທີ່ເກີດຂຶ້ນກັບທ່ານ ຕາມຫລັກເຫດຜົລ ແລ້ວເປັນເຣື່ອງທີ່ບໍ່ສາມາດ ເຂົ້າໃຈໄດ້.  

ໃນໂອກາດຄົບຮອບ 10 ປີທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ຜູ້ດີເດັ່ນຂອງລາວ ຖືກລັກພາຕົວ ແລະຫາຍສາບສູນ ໄປໃນມື້ວັນທີ 15 ທັນວາ 2012 ນັ້ນ ໂຄງການປະຕິບັດງານ ເພື່ອການພັທນາ(Focus on the Global South) ແລະເຄືອຂ່າຍ ໄດ້ຈັດກອງປະຊຸມ ໃນຫົວຂໍ້ “Sombath Symposium: ຄາຣະວະ ມໍຣະດົກຄວາມຄິດ ແລະວຽກງານຂອງ ສົມບັດ ສົມພອນ” ທີ່ບາງກອກ ໃນມື້ວັນທີ 2 ທັນວານີ້ ໂດຍມີເປົ້າໝາຍ ນໍາສເນີໃຫ້ເຫັນເຖິງ ຄວາມສໍາຄັນ ຂອງວຽກງານ ການພັທນາສັງຄົມ ແລະການອະນຸຮັກ ສິ່ງແວດລ້ອມ ແບບຍືນຍົງ ທີ່ເປີດໃຫ້ປະຊາຊົນທົ່ວໄປ ແລະເຍົາວະຊົນຄົນລຸ້ນໃໝ່ ຢູ່ລາວ ແລະໄທຍ ມີສ່ວນຮ່ວມ ແລະທັງໃຫ້ຮູ້ເຖິງການນໍາໃຊ້ ການກະເສຕແບບອິນຊີ ຕາມວິຖີທັມມະຊາຕ ໃນເຂດລຸ່ມແມ່ນໍ້າຂອງ ຊຶ່ງເປັນແນວຄິດຫລັກ ທີ່ ທ່ານ ສົມບັດ ສົມພອນ ພະຍາຍາມຈັດຕັ້ງປະຕິບັດ ດັ່ງສາສຕຣາຈານ ສຸຣິຊັຍ ຫວັນແກ້ວ ກ່າວວ່າ:

“ແທ້ໆແລ້ວ ທີ່ອາຈານເຮັດວຽກ ດ້ານການສຶກສາ ເພ່ື່ອການພັທນາທີ່ຍືນຍົງ ຊຶ່ງກໍເປັນທີ່ມາຂອງ  SDGs ອິຫຍັງ ທີ່ເຮົາລົມກັນໃນໄລຍະຫລັງນີ້. ເພາະສະນັ້ນ ການລົມເຣື່ອງເປົ້າໝາຍ ການພັທນາທີ່ຍືນຍົງ  SDGs ອີ່ຫຍັງນີ້ ຍິ່ງຊິມີຄວາມໝາຍຫລາຍຂຶ້ນ ຖ້ານໍາເຣື່ອງທີ່ອາຈານເຮັດມາ. ກິຈກໍາເຍົາວະຊົນ ການສຶກສາ ການຝຶກອາຊີພ ອາຈານຈະສົນໃຈເຣື່ອງນີ້.”

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ໄດ້ຮັບຣາງວັນແມັກໄຊໄຊ ສາຂາການພັທນາຊຸມຊົນ. ທ່ານຖືກລັກພາຕົວ ແລະຫາຍສາບສູນ ຕອນທີ່ທ່ານມີອາຍຸ 60 ປີ. ທ່ານໄດ້ອາສັຍຢູ່ ກັບຄອບຄົວ ທີ່ບ້ານໂຄກນິນ, ໜ່ວຍ 2, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ກ່ອນຖືກລັກພາຕົວ ທ່ານໄດ້ຖືກພວກເຈົ້າໜ້າທີ່ ກັກຣົຖຂອງທ່ານ ຢູ່ປ້ອມຍາມຕໍາຣວດ ຕໍ່ໜ້າໂຮງຮຽນເຕັກນິກ ການຊ່າງລາວ-ເຢັຍຣະມັນ ຖນົນທ່າເດື່ອ. ທ່ານຖືກກຸ່ມຄົນ ຄຸມຂຶ້ນຣົຖໃຫຍ່ ແລ້ວກໍຫາຍສາບສູນໄປ ພ້ອມກັບຣົຖຈິບສີຂຽວເຂັ້ມ ຂອງທ່ານ, ເລກທະບຽນ ກກ 2624, ເວລາປະມານ 6 ໂມແລງຂອງວັນທີ 15 ທັນວາ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.