ງານລໍາລຶກທີ່ສູນອົບຮົມ ຮ່ວມ ພັທນາ

ໄມຊູລີ
2014.12.16
F-Sombat ງານຄົບຮອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ທີ່ ສູນອົບຮົມຮ່ວມພັທນາ
RFA

 

ໃນ ຕອນເຊົ້າ ຂອງ ວັນທີ 15 ທັນວາ 2014 ທີ່ ສູນ ອົບຮົມ ຮ່ວມພັທນາ ຕັ້ງຢູ່ເຂດ ບ້ານ ນາຄຳ ເມືອງ ສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ໄດ້ຈັດງານ ຄົບຮອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ໄປ. ງານ ຄັ້ງນີ້ ຈັດຂຶ້ນ ກໍ ເພື່ອສະແດງ ເຖິງ ຜົນງານ ຂອງ ສູນ ອົບຮົມ ຮ່ວມ ພັທນາ ແລະ ການ ປະກອບ ສ່ວນເຂົ້າ ໃນ ວຽກງານ ການພັທນາ ໃນລາວ ຂອງ ທ່ານ ສົມບັດ ສົມພອນ ຕລອດ ເວລາ 30 ປີ ທີ່ ຜ່ານມາ, ຮວມເຖິງ ຜົນງານ ການເຄື່ອນໄຫວ ຂອງ ສູນ ດັ່ງກ່າວ ໃນເວລາ 10 ກວ່າປີ ພາຍຫຼັງ ການ ກໍ່ຕັ້ງສູນ ແລະ ໃນ ວຽກງານ ການ ພັທນາ ໃນລາວ ຂອງ ທ່ານ ສົມບັດ ສົມພອນ, ໂດຍສະເພາະ ດ້ານ ການສຶກສາ. ຄນະ ຜູ້ຈັດງານ ທ່ານນຶ່ງ ກ່າວວ່າ:

“ງານມື້ນີ້ ຈຸດປະສົງ ຫຼັກໆແມ່ນ ເຮົາຈັດ ວັນທີ 15 ເນາະ ເພື່ອລຳລຶກ ເຖິງ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມພັທນາ ກໍຄື ລຸງ ສົມບັດ ສົມພອນ ເພາະວ່າເພິ່ນ ຫາຍຕົວໄປ ໃນມື້ນີ້ ວັນທີ 15 ເດືອນ 12 ປີ 2012 ເນາະ. ການລຳລຶກ ຂອງເຮົາ ໃນງານ ມື້ນີ້ແມ່ນ ເຮົາເຮັດ ໃນຮູບ ແບບ ຂອງ ການ ວາງສະແດງ ຜົນງານ ຂອງ ສູນອົບຮົມ ຮ່ວມພັທນາ ເຊິ່ງວ່າ ເປັນສູນ ທີ່ເພິ່ນ ກໍ່ຕັ້ງເນາະ”.

ບັນຍາກາດ ໃນງານ ຄັ້ງນີ້ ຕອນເຊົ້າ ມີພິທີ ບາສີ ເພື່ອໃຫ້ ກຳລັງໃຈ ມາດາມ ອຶ້ງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ໂດຍມີ ຜູ້ເຂົ້າຮ່ວມ ເຊັ່ນ: ທູຕ ອະເມຣິກັນ, ທູຕອັງກິດ, ທູຕຝຣັ່ງ, ທູຕ ສິງກະໂປ, ອຸປທູຕ ສະຫະພາບ ຢູໂຣບ, ບັນດາ ອາສາສະໝັກ ຫຼາຽລຸ້ນ, ອະດີດ ອາສາສະໝັກ, ເດັກອາສາ, ພນັກງານ, ອະດີດ ພນັກງານ ຮວມໄປເຖິງ ບັນດາ ຜູ້ຕາງໜ້າ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ແລະ ອົງການ ຈັດຕັ້ງ ສາກົນ ທີ່ ບໍ່ຂຶ້ນກັບ ຣັຖບານ ຫຼື ເອັນຈີໂອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.