ປັດຈຸບັນ ຢູ່ຫລາຍແຂວງຂອງລາວ ຍັງມີເຈົ້າໜ້າທີ່ຕໍາຣວດຈະຣາຈອນຈໍານວນນຶ່ງ ສວຍໂອກາດຮຽກເອົາເງິນນໍາຜູ້ຂັບຂີ່ຍວດຍານພາຫະນະ ໃນເວລາທີ່ມີການຕັ້ງດ່ານ ກວດກາຕາມທ້ອງຖນົນ ໂດຍບໍ່ເວົ້າເຖິງຄ່າປັບໃໝຕາມລະບຽບຫລັກ ການ, ເມື່ອໄດ້ເງິນໄປແລ້ວ ກໍບໍ່ຂຽນໃບສັ່ງໃຫ້, ມີແຕ່ໄດ້ປ່ອຍໃຫ້ໄປ.
ປະຊາຊົນລາວຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ພຶສພານີ້ວ່າ ຕົນເອງກໍເຄີຍຖືກເຈົ້າໜ້າທີ່ຕໍາຣວດຈະຣາຈອນລັດຣົຖ ແລະຖືກຮຽກເອົາເງິນ ນໍາ ຍ້ອນບໍ່ມີໃບຂັບຂີ່ ໂດຍບໍ່ມີໃບຮັບໃຫ້ຕາມລະບຽບການ.
" ແບບເພິ່ນຈະຖາມເຮົາວ່າ ມີໃບຂັບຂີ່ບໍ່ ຄືເຮົາຍັງຮຽນຢູ່ ໃຊ້ຊີວິດຮຽນຢູ່ ໃບຂັບຂີ່ບໍ່ມີ ເພິ່ນເອົາເງິນນໍາເຮົາຢູ່ຫັ້ນເລີຍ ແລ້ວກະບໍ່ໄດ້ຂຽນໃບສັ່ງໃຫ້ ເອີປັບໄໝເທົ່ານັ້ນເທົ່ານີ້ ບໍ່ຮູ້ຄືກັນນ່າວ່າຕາມໃບສັ່ງແທ້ໆຫັ້ນເທົ່າໃດ ເພິ່ນກໍຈະວ່າ 60 ພັນ 80 ພັນ ນີ້ກໍແລ້ວແຕ່ເພິ່ນເວົ້າມາຫັ້ນນ່າ. "
ຢູ່ແຂວງຫລວງພຣະບາງ ປະຊາຊົນລາວຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີຮູ້ໃນມື້ດຽວກັນນັ້ນວ່າ ເຈົ້າໜ້າທີ່ຕໍາຣວດຈະຣາຈອນ ຄວນປະຕິບັດໜ້າທີ່ຂອງຕົນ ໄປຕາມລະບຽບກົດໝາຍ ຄືຖ້າກວດພົບຜູ້ໃດກະທໍາຜິດ ກໍປັບໃໝໄປຕາມລະບຽບທີ່ມີໄວ້, ເມື່ອປັບໃໝໄປແລ້ວກໍຕ້ອງເຮັດໃບສັ່ງໃຫ້ເຂົາເຈົ້າເປັນຫລັກຖານ.
" ກະແມ່ນຫັ້ນແຫລະ ມັນກໍເປັນແນວນັ້ນແຫລະທີ່ຈິງຫັ້ນນະ ຄັນວ່າເວົ້າເຣື່ອງກົດລະບຽບກົດໝາຍ ແມ່ນແຕ່ເຂົາກໍຍັງບໍ່ຄົບຫັ້ນນ່າ ກະບໍ່ຄວນຫັ້ນແຫລະ ຄິດວ່າກໍມີຫົວໜ້າມີສ່ວນແຫລະເນາະ ມາຕັ້ງຕາມໃຈມັນກະບໍ່ໄດ້ແຫລະ ມີສ່ວນໄດ້ນໍາກັນ ຄັນເວລາຕັ້ງດ່ານ ເຮົາສາມາດບັນທຶກວິດິໂອແມ່ນຫຍັງໄດ້ເນາະ ແຕ່ວ່າເຮົາຍັງບັນທຶກວິດິໂອນີ ເຂົາວ່າເຮົາເປັນຄົນບໍ່ດີ ມັນກໍມີບັນຫາຕໍ່ກັບເຈົ້າໜ້າທີ່. "ປະຊາຊົນລາວຜູ້ນຶ່ງຢູ່ແຂວງຈໍາປາສັກ ເຊື່ອວ່າ ໃນປັດຈຸບັນ ຢູ່ປະເທດລາວ ມີຢູ່ທຸກແຂວງ ທີ່ເຈົ້າໜ້າທີ່ຕໍາຣວດຈະຣາຈອນ ຮຽກເອົາເງິນນໍາປະຊາຊົນຈໍານວນນຶ່ງ ທີ່ຂັບຂີ່ຣົຖໄປ-ມາ ໃນເວລາມີການຕັ້ງດ່ານກວດກາ ແລະວ່າ ເຣື່ອງນີ້ເປັນບັນ ຫາທີ່ແກ້ໄຂໄດ້ຍາກ ຍ້ອນມັນເຄີຍຊິນມາ ແລະຕ່າງຝ່າຍຕ່າງກໍມັກ ງ່າຍ ໃຫ້ເງິນໄປແລ້ວກໍແລ້ວໄປ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ພຶສພານີ້ວ່າ:
" ມີຄືກັນຫັ້ນແຫລະ ບາງເທື່ອກໍມັກງ່າຍກັນຫັ້ນແຫລະ ເລີຍເອົາໃຫ້ໄປ... ໂຕນີ້ມັນເປັນອາຈີນແລ້ວເດ້ ມັນຄາໂຕນັ້ນແຫລະ ຄັນມີກ້ອງວົງຈອນປິດຄືຈະຄັກຢູ່ດອກ. "
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າໃນມື້ດຽວກັນນີ້ວ່າ ບັນຫານີ້ ກົມຕໍາຣວດຈະຣາຈອນ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ກໍໄດ້ໃຫ້ທິດຊີ້ນໍາ ເຈົ້າໜ້າທີ່ຕໍາຣວດຈະຣາຈອນທຸກຄົນເປັນປະຈໍາ ຄືໃຫ້ປະຕິບັດໜ້າທີ່ຕາມລະບຽບກົດໝາຍຢ່າງເຄັ່ງຄັດ, ບໍ່ໃຫ້ຮຽກເອົາເງິນນໍາປະຊາຊົນ. ແລະວ່າ ທີ່ຜ່ານມາ ກໍມີເຈົ້າໜ້າທີ່ຕໍາຣວດຈະຣາຈອນບາງຄົນ ທີ່ຮູ້ເທົ້າບໍ່ເຖິງການ ກະທໍາໄປຄືແນວນັ້ນ; ສ່ວນໃຫ່ຍແລ້ວຈະປັບໃໝຜູ້ກະທໍາຜິດກົດຈະຣາຈອນຢູ່ຫ້ອງການ. ແຕ່ເຖິງແນວໃດກໍຕາມ ຖ້າກວດກາພົບວ່າຕໍາຣວດກະທໍາຜິດ ກໍຈະຖືກລົງໂທດ ລົງວິ ນັຍຕາມລະບຽບການ.
ດັ່ງທີ່ທ່ານກ່າວວ່າ:
" ກ່ຽວກັບຫາງສຽງຂອງປະຊາຊົນເນາະ ເຮົາມາເບິ່ງໂຕຈິງແລ້ວນີ້ ເບື້ອງກໍລັງຂອງພວກເຮົາກໍໄດ້ ສຶກສາອົບຮົມແນວຄິດການເມືອງ ເປັນປະຈໍາລະ ອັນນັ້ນບາງເທື່ອບາງຄົນ ກໍຮູ້ເທົ່າບໍ່ເຖິງການ ແຕ່ອັນທີ່ຈິງກໍບໍ່ມີດອກວ່າ ເຈົ້າໜ້າທີ່ຕັ້ງດ່ານປັບໄໝເອົາເງິນເອົາຄໍາ ປັບໄໝແມ່ນຢູ່ຫ້ອງການເນາະ ຖ້າພົບຜູ້ລະເມີດກໍສຶກສາອົບຮົມ ກ່າວເຕືອນເລັກໆນ້ອຍໆເນາະ ແຕ່ຖ້າວ່າຮ້າຍແຮງ ໃຊ້ກົດໝາຍຢູ່ຫ້ອງການພຸ້ນແຫລະ. " ທ່ານກ່າວຕື່ມວ່າ ການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ ຕໍາຣວດຢູ່ຕາມທ້ອງຖນົນ ແມ່ນເພື່ອສະກັດກັ້ນບັນຫາຢາເສບຕິດ, ເພື່ອຫລຸດຜ່ອນອຸບັດຕິເຫດ ຕາມຄໍາສັ່ງຂອງຂັ້ນເທິງ ຊຶ່ງສ່ວນໃຫຍ່ຈະກວດກາພົບຜູ້ຂັບຂີ່ຣົຖ ມີຄວາມຜິດຖານບໍ່ມີໃບຂັບຂີ່, ບໍ່ມີໃບກວດເຕັກນິກຣົຖ ແລະລືມໃບທະບຽນ.
ຕາມລະບຽບຫລັກການ ຜູ້ບໍ່ມີໃບຂັບຂີ່ ສໍາລັບຣົຖຈັກ ຈະຖືກປັບໃໝ 30,000 ກີບ ແລະຣົຖໃຫຍ່ ທີ່ມີຫລາຍປະເພດ ແມ່ນຈະຖືກປັບໃໝແຕ່ 50,000 ກີບຂຶ້ນໄປ.
ໃນຂະນະດຽວກັນ ເຈົ້າໜ້າທີ່ຕໍາຣວດຢູ່ແຂວງຈໍາປາສັກ ທ່ານນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ທີ່ຜ່ານມາກໍມີຢູ່ເຣື່ອງຕໍາຣວດຈະຣາຈອນ ຮຽກເອົາເງິນນໍາປະຊາ ຊົນ, ແຕ່ມີພຽງເລັກນ້ອຍ, ຫາກກວດກາພົບເຈົ້າໜ້າທີ່ຜູ້ໃດກະທໍາຜິດ ກໍຖືກລົງວິນັຍຕາມລະບຽບ.
" ເຮົາກໍມີລະບຽບບໍຣິຫານຂອງເຮົາຢູ່ນີ້ເນາະ ຜູ້ໃດເຮັດກໍໄດ້ເອີ້ນມາສໍາຣວດມາກ່າວມາເຕືອນແຫລະ ຖືກວິນັຍໝົດຫັ້ນແຫລະ ເທັກນິກຂັບຂີ່ສ່ວນຫລາຍກະບໍ່ມີ ຜິດເຮົາກໍໄດ້ຂຽນໃບສັ່ງມາປັບໄໝຢູ່ຫ້ອງການພີ້. "
ເພື່ອແກ້ໄຂບັນຫາດັ່ງກ່າວ ເມື່ອບໍ່ນານມານີ້ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຣວດຈະຣາຈອນ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ໄດ້ໃຫ້ທິດຊີ້ນໍາຕໍາຣວດຈະຣາຈອນ ທົ່ວນະຄອນຫລວງວຽງຈັນ ກ່ຽວກັບວິຊາການສະເພາະຈະຣາຈອນ,ໃຫ້ເຈົ້າໜ້າທີ່ທຸກຄົນປະຕິບັດໜ້າທີ່ ວຽກງານວິຊາສະເພາະ ຢ່າງເຂັ້ມງວດ, ບໍ່ຮຽກຮ້ອງເອົາຄ່າຕອບແທນຈາກຜູ້ຂັບຂີ່ ເພື່ອຫລຸດຜ່ອນຫາງສຽງຈົ່ມວ່າຂອງສັງຄົມ ແລະຕ້ອງປະຕິບັດໜ້າທີ່ຕາມ ລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອຍົກລະດັບຄວາມຮັບຜິດຊອບ ຂອງຕໍາຣວດຈະຣາຈອນ ໃຫ້ສູງຂຶ້ນໃນການປະຕິບັດໜ້າທີ່ວຽກງານ.