ຕໍາຣວດສືບສວນເຈົ້າຂອງ ຟາມເສືອ ຖືກຂ້າ

ໄມຊຸລີ
2019.04.29
F-shooting ຢູ່ ແຂວງຄໍາມ່ວນ ປະຊາຊົນກໍາລັງຫຸ້ມອ້ອມ ຮ້ານອັດສີດຣົດ ທີ່ມີການຍິງກັນເກີດຂຶ້ນ
ຮູບພາບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ເຈົ້າໜ້າທີ່ ຜແນກປ້ອງກັນຄວາມສງົບ ແຂວງຄໍາມ່ວນ ກໍາລັງສືບສວນ ກໍຣະນີ ການສັງຫານ ທ້າວຈຶກ ໄຊຍະວົງ ນັກທຸຣະກິຈ ເຈົ້າຂອງ ຟາມລ້ຽງເສືອ ຢູ່ເມືອງຫິນບູນ ຊື່ງຖືກຄົນຮ້າຍ ບໍ່ຊາບຈໍານວນ ສັງຫານໂດຍໄຊ້ປືນຍິງ ຢູ່ບໍຣິເວນ ຮ້ານລ້າງອັດສີດຣົດ ແຫ່ງນຶ່ງ ຕັ້ງຢູ່ສີ່ແຍກ ທ່າດ່ານ ເມືອງທ່າແຂກ ໃນວັນທີ 28 ເມສາ ຜ່ານມາ, ສ່ວນຣາຍລະອຽດຕ່າງໆນັ້ນ ທາງເຈົ້າໜ້າທີ່ ຍັງບໍ່ມີຂໍ້ມູນໃດໆເທື່ອ, ດັ່ງເຈົ້າໜ້າທີ່ຕໍາຣວດ ແຂວງຄໍາມ່ວນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 29 ເມສາ ນີ້ວ່າ:

“ຍັງບໍ່ທັນໄດ້ຮູ້ຣາຍລະອຽດເດີ້ ອັນນີ້ເດີ້ ຂັ້ນຕອນດໍາເນີນ ແມ່ນເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ເປັນຜູ້ດໍາເນີນ ຍັງບໍ່ສາມາດຮູ້ໄດ້.”

ເຈົ້າໜ້າທີ່ກ່າວຕື່ມວ່າ ພາຍຫຼັງເກີດເຫດຄາຕກັມ ດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ຂອງຜແນກ ປ້ອງກັນຄວາມສງົບ ແຂວງຄໍາມ່ວນ ໄດ້ ລົງພື້ນທີ່ ສອບສວນ ບຸກຄົນທີ່ເຫັນເຫດການ ເພື່ອຕິດຕາມ ຊອກຫາຄົນຮ້າຍ ມາດໍາເນີນຄະດີ. ສ່ວນສາເຫດ ຂອງການສັງຫານເທື່ອນີ້ ທາງ ເຈົ້າໜ້າທີ່ ຍັງບໍ່ສາມາດ ສັນນິຖານໄດ້ວ່າ ເປັນຍ້ອນ ຄວາມຂັດແຍ້ງ ດ້ານທຸຣະກິຈ ເຣື້ອງສ່ວນຕົວ, ຫຼື ປຸ້ນຊິິງຊັບ. ຣາຍງານວ່າ ເຫດຍິງກັນຄັ້ງນີ້ ເຮັດໃຫ້ແມ່ຍິງຄົນນຶ່ງ ທີ່ເປັນເຈົ້າຂອງຮ້ານເຮັດເລັບ ທີ່ຕັ້ງຢູ່ໃນຮ້ານ ລ້າງອັດສີດ ໄດ້ຮັບບາດເຈັບ ແຕ່ໄດ້ຖືກນໍາສົ່ງໂຮງໝໍ ແລະ ພົ້ນຂີດອັນຕະລາຍ ແລ້ວ.

ປັດຈຸບັນ ຍັງບໍ່ມີຂໍ້ມູນທີ່ຄັກແນ່ເທື່ອ ກ່ຽວກັບຜູ້ເສັຽຊີວິດ ວ່າແມ່ນຄົນສັນຊາດໃດແທ້ ແລະ ເຂົ້າມາເຮັດຟາມລ້ຽງເສືອ ຢູ່ແຂວງຄໍາມ່ວນ ໄດ້ດົນປານໃດແລ້ວ. ທີ່ຜ່ານມາ ມີນັກທຸຣະກິຈ ຊື່ດັງຫຼາຍຄົນ ຢູ່ລາວ ຖືກສັງຫານ ເປັນຕົ້ນ ທ່ານ ໄຊຊນະ ຍົດສວັດ ຫຼື ທ່ານ ລີຈາວເຜິງ ນັກທຸຣະກິຈ ຈີນ ສັນຊາດລາວ ທີ່ເປັນເຈົ້າຂອງໂຮງແຮມ ຕີ້ຫາວ ຖືກຄົນຮ້າຍສັງຫານ ພາຍໃນຮືອນຂອງຜູ້ກ່ຽວເອງ. ເມື່ອວັນທີ່ 7 ຕຸລາ 2017 ທ້າວຊູ ຫັວງຖຽນ ນັກທຸຣະກິຈລາວ ເຊື້ອຊາດໃຕ້ຫວັນ ອາຍຸ 70 ປີ ເຈົ້າຂອງ ສູນການຄ້າ ສີໄຄ ພລາຊ່າ ຢູ່ບ້ານນາແຮ່ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ຖືກຄົນຮ້າຍ ຍິງເສັຽຊີວິດ ຍ້ອນການຄັດແຍ້ງ ທາງດ້ານທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.