ນາງ ກຸນຊາດາ ໄຊພິພັດ ຈາກ ອົງການ ສິດ ເສຣິພາບ ສື່ມວນຊົນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ (SEAPA) ກ່າວ ໃນວັນ ເສວະນາ “ອັພເດທ ສິດ ເສຣິພາບ ສື່ໄທ ໃນ ເສຣິພາບ ສື່ໂລກ” ຊື່ງໄດ້ ຈັດຂື້ນ ໃນວັນ ເສຣິພາບ ສື່ມວນຊົນ ໂລກ ໃນວັນ 3 ພຶສພາ 2014 ທີ່ ປະເທດໄທ ວ່າໃນ ພາບຮວມ ແລ້ວ ສິດ ເສຣິພາບ ສື່ມວນຊົນ ໃນ ສປປລາວ ຍັງຖືກ ຈຳກັດ ຫລາຍຢູ່. ດັ່ງນາງ ກ່າວວ່າ:
"ການທີ່ ປະເທດ ລາວ ຕົກຢູ່ ພາຍໃຕ້ ການຄວບຄຸມ ທັງໃນແງ່ ກົດຫມາຍ ແງ່ໂຄງສ້າງ ແລະ ວັທນະທັມ ທີ່ ຄວບງຳ ຢູ່ດົນ ເຮັດໃຫ້ ມີ ການເຊັນເຊີ ຕົວເອງ ຫລາຍຂື້ນ ນັກຂ່າວ ລາວ ເນື່ອງຈາກ ຢູ່ໃນ ສະພາບ ຖືກຄວບຄຸມ ມາເປັນ ເວລາ ດົນນານ ສິດ ເສຣິພາບ ການ ນຳສເນີ ປະເດັ່ນ ທີ່ມີ ຄວາມ ອ່ອນໄຫວ ຫລື ປະເດັ່ນ ທີ່ມີ ຜົລ ກະທົບ ຕໍ່ຣັຖ ກໍຖືກ ຈຳກັດ ໂດຍ ສະເພາະ ຢ່າງຍີ່ງ ໂຄງການ MEGA PROJECT ໃນລາວ ຕ່າງໆ ທີ່ມີ ຜົລກະທົບ ຕໍ່ສັງຄົມ ແລະ ຊຸມຊົນ ກໍບໍ່ໄດ້ ມີການນຳ ສເນີ ການ ຣາຍງານ ຂ່າວ ປະເດັ່ນ ສໍ້ຣາສ ບັງຫລວງ ເລັກໆ ນ້ອຍໆ ກໍບໍ່ຄ່ອຍ ເຫັນໃນສື່ ລາວ ໃນ ປັດຈຸບັນ".
ນາງກ່າວ ຕຶ່ມວ່າ ເຖິງ ແມ່ນວ່າ ທາງການ ລາວ ຈະໄດ້ອອກ ກົດຫມາຍ ສື່ມວນຊົນ ແຕ່ ກົດຫມາຍ ດັ່ງກ່າວ ກໍຍັງມີ ເນື້ອຫາ ເອື້ອ ປະໂຫຍດ ແກ່ ທາງການ ຫລາຍກວ່າ ພ້ອມທັງ ບໍ່ມີການ ບັງຄັບໃຊ້ ຢ່າງຈີງຈັງ ຍົກ ຕົວຢ່າງ ກໍຣະນີ ຣາຍການ ວິທຍຸ ຂອງ ເອກຊົນ ຣາຍການ ນື່ງ ທີ່ ອອກອາກາດ ທາງ ສະຖານີ ວິທຍຸ ແຫ່ງຊາດ ຊື່ງ ເປີດໂອກາດ ໃຫ້ ປະຊາຊົນ ໂທຣະສັບ ມາລົມ ກ່ຽວກັບ ບັນຫາ ຕ່າງໆ ທີ່ ເກີດຂຶ້ນ ໃນ ສັງຄົມ ລາວ ກັບ ຖືກ ທາງການ ສັ່ງໃຫ້ ປິດລົງ. ສະແດງ ໃຫ້ເຫັນວ່າ ສິດ ເສຣິພາບ ສື່ມວນຊົນ ໃນລາວ ຍັງຖືກ ຈຳກັດ ຫລາຍຢູ່ ແລະ ປະເດັ່ນ ການ ຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ສື່ມວນຊົນ ລາວ ກໍບໍ່ກ້າ ນຳສເນີ ຂໍ້ມູນ ໃນບັນຫາ ດັ່ງກ່າວ.
