ອອສເຕຣເລັຽຕ້ອງກົດດັນທາງການ ລາວ

ອະວາຣີ
2015.03.03
f-image ອອສເຕຣເລັຽ ຕ້ອງກົດດັນ ທາງການລາວ ເຣື້ອງ ສິດເສຣີພາບ ຂອງ ປະຊາຊົນລາວ
RFA

ອົງການ ສິດທິ ມະນຸດ ຮຽກຮ້ອງ ໃຫ້ ອອສເຕຣເລັຽ ກົດດັນ ສປປລາວ ເພີ້ມຂຶ້ນ ເພື່ອ ໃຫ້ ປັບປຸງ ການ ນັບຖື ສິດທິ ມະນຸດ ແລະ ໃຫ້ ສືບຫາ ທ່ານ ສົມບັດ ສົມພອນ ນັກ ພັທນາ ດີເດັ່ນ ທີ່ ຫາຍສາບສູນ ໄປແຕ່ ກາງເດືອນ ທັນວາ ປີ 2012.

ນາງ Elaine Pearson ຜູ້ ອຳນວຍການ ອົງການ ສິດທິ ມະນຸດ Human Rights Watch ປະຈຳ ອອສເຕຣເລັຽ ກ່າວວ່າ ອອສເຕຣ ເລັຽ ບໍ່ຄວນ ເຮັດໃຫ້ ການ ປະຊຸມ ຫາລື ກັບ ທາງການ ລາວ ກ່ຽວກັບ ເຣື່ອງ ສິດທິ ມະນຸດ ໃນລາວ ນັ້ນ ເປົ່າ ປໂຍດ; ຕົງກັນຂ້າມ ໃຫ້ ກົດດັນ ຣັຖບານ ລາວ ແຮງຂື້ນ ໃນເຣື່ອງ ທີ່ ສຳຄັນໆ ແລະ ໃຫ້ ເກີດໝາກ ອອກຜົນ ຢ່າງ ແທ້ຈິງ.

ໃນຂນະ ດຽວກັນ ອົງການ ສິດທິ ມະນຸດ ທີ່ ມີ ສຳນັກງານ ໃຫຍ່ ຢູ່ ສະຫະຣັຖ ອະເມຣິກາ ກໍໄດ້ອອກ ຖແລງການ ເມື່ອ ວັນຈັນ ນີ້ວ່າ ເຈົ້າໜ້າທີ່ ອອສເຕຣເລັຽ ຄວນຍົກ ບັນຫາ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຂຶ້ນມາ ທວງຖາມ ທາງການ ລາວ ແລະ ບັນຫາ ວ່າ ເປັນຫຍັງ ຣັຖບານ ລາວ ຈຶ່ງ ຈຳກັດ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ເຄັ່ງຄັດ ຂຶ້ນ, ເປັນຫຍັງ ຈຶ່ງ ຍັງຣະເມີດ ສິດທິ ແຮງງານ ແລະ ເປັນຫຍັງ ຈຶ່ງ ຍັງ ທໍຣະມານ ເຍົາວະຊົນ ແລະ ໄວລຸ້ນ ທີ່ ສູນບຳບັດ ບ້ານ ສົມສະງ່າ.

ສປປລາວ ຕ້ອງ ປະຕິບັດ ຕາມ ຄຳແນະນຳ ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ທີ່ ປະຊຸມ ທົບທວນ ເບິ່ງ ການ ຣະເມີດ ສິດທິ ມະນຸດ ໃນລາວ ທີ່ ນະຄອນ ເຈນີວາ ເມື່ອ ເດືອນ ມົກກະຣາ ທີ່ ຜ່ານມາ. ເຈົ້າໜ້າທີ່ ອອສເຕຣເລັຽ ແລະ ທາງການ ລາວ ຈະ ປະຊຸມ ຫາລື ກັນ ກ່ຽວກັບ ບັນຫາ ສິດທິ ມະນຸດ ໃນລາວ ໃນ ວັນພຸດ ວັນທີ່ 5 ເດືອນ ມິນາ ນີ້ ທີ່ ນະຄອນ ແຄນເບີຣາ ເມືອງ ຫລວງ ຂອງ ອອສເຕຣເລັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.