ທ.ໂອບາມາ ໄປຈີນໄປລາວ

ສົມເນ
2016.09.02
f-laos ນະຄອນຫຼວງວຽງຈັນ ຕົກແຕ່ງປະດັບປະດາ ດ້ວຍທຸງ ຂອງນາໆຊາດ ຕຣຽມຮັບຕ້ອນ ກອງປະຊຸມ ສຸດຍອດອາຊຽນ
RFA/LX

ທ່ານ Daniel Krittenbrink ຜູ້ອໍານວຍການ ສໍານັກງານ ທີ່ປືກສາ ດ້ານ ຄວາມໝັ້ນຄົງ ແຫ່ງຊາຕ ກິຈກັມ ເອເຊັຽ ຖແລງຕໍ່ ນັກຂ່າວ ເມື່ອຕອນແລງ ວັນພຸດ ວັນທີ່ 31 ສິງຫາ
ກ່ຽວກັບ ການເດີນທາງ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໄປ ເອເຊັຽ ຄັ້ງທີ່ 11 ໃນຖານະ ປະທານາທິບໍດີ ວ່າ: ທ່ານ ໂອບາມາ ກໍານົດ ໄປເຖິງ ນະຄອນ ຮັງຊູ ໃນຕອນບ່າຍ ຂອງ ວັນທີ 3 ກັນຍາ ແລ້ວ ຈະເຂົ້າຮ່ວມ ປະຊຸມກັບ ປະທານ ປະເທດ ຈີນ ທ່ານ ສີ ຈິນປິງ.

ໃນວັນທີ 4 ທ່ານ ໂອບາມາ ອາດໄດ້ພົບປະ ກັບ ຜູ້ນໍາ ປະເທດ ຄູ່ຮ່ວມ ກຸ່ມປະເທດ ອຸດສາຫະກັມ ຫລື ເອີ້ນວ່າ G20 ກ່ອນທ່ານຈະ ເຂົ້າຮ່ວມປະຊຸມ ສຸດຍອດ ກຸ່ມ ປະເທດ G20 ຊຶ່ງດໍາເນີນ ໄປຮອດ ວັນທີ່ 5.

ໃນຕອນແລງ ຂອງວັນທີ 5 ທ່ານ ໂອບາມາ ຈະເດີນທາງໄປ ນະຄອນຫຼວງ ວຽງຈັນ ໂດຍກົງ.

ໃນວັນທີ 6 ທ່ານ ໂອບາມາ ຈະ ພົບປະກັບ ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປ ລາວ ແລ້ວຮ່ວມ ຮັບປະທານ ອາຫານ ຕອນທ່ຽງ ທີ່ ຈັດເປັນກຽດ ໃນການ ຮັບຕ້ອນ ທ່ານ.

ໃນວັນທີ 7 ທ່ານ ໂອບາມາ ຈະໄດ້ຮ່ວມ ສົນທະນາ ກັບ ຜູ້ຕາງໜ້າ ຊາວຫນຸ່ມ ອາຊຽນ.

ໃນວັນທີ 8 ວັ ນສຸດທ້າຍ ທ່ານ ໂອບາມາ ຈະໄດ້ຮ່ວມ ປະຊຸມ ສຸດຍອດ ສະຫະຣັຖ-ອາຊຽນ ແລະ ກອງປະຊຸມ ສຸດຍອດ ເອເຊັຽ ຕະເວັນອອກ ແລະ ຄາດວ່າ ທ່ານ ຈະແຖລງ ຕໍ່ນັກຂ່າວ ໃນ ຕອນທ້າຍ ກອງປະຊຸມ ກ່ຽວກັບ ຜົນງານ ຂອງ ການເດີນທາງ ມາຮ່ວມ ກອງປະຊຸມ ຂອງທ່ານ. ພ້ອມນັ້ນ ກໍຄາດວ່າ ທ່ານ ຈະປະຊຸມ ຣະຫວ່າງ ສອງຝ່າຍ ໃນລະຍະ ການຢ້ຽມຢາມ ລາວ ເປັນເວລາ 3 ວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.