ເມື່ອວັນທີ່ 3 ມົກກະຣາ ຜ່ານມາ ທ້າວທັດສະໄນ ວິລະວົງ, ຊາວບ້ານ ໜອງສະໂນ ເມືອງຈໍາປາສັກ ແຂວງ ຈໍາປາສັກ, ທີ່ມາເຮັດວຽກ ຢູ່ ຮ້ານອາຫານ ໃນບາງກອກ ປະເທດໄທຍ໌ ພ້ອມກັບໝູ່ ຈໍານວນນຶ່ງ ໄດ້ໄປກິນດື່ມ ຢູ່ຮ້ານບັນເທີງ ແຫ່ງນຶ່ງ ໃນບາງກອກ, ຕໍ່ມາ ໝູ່ຜູ້ນຶ່ງ ໄດ້ໄປ ຜິດຖຽງວິວາດ ກັບນັກຮ້ອງປະຈໍາຮ້ານນັ້ນ ແລະ ທ້າວທັດສະໄນ ໄດ້ໄປຫ້າມ ເລີຍຖືກທໍາຮ້າຍຮ່າງກາຍ ເຮັດໃຫ້ຜູ້ກ່ຽວ ລົ້ມລົງ ຫົວຟາດ ໃສ່ພື້ນ ແລ້ວຕໍ່ມາ ກໍເສັຽຊີວິດ ໃນວັນທີ 13 ມົກກະຣາ.
ປັັດຈຸບັນ ທາງຄອບຄົວ ທີ່ເຮັດວຽກຢູ່ໄທຍ໌ ກໍາລັງຮຽກຮ້ອງ ຂໍຄວາມເປັນທັມ ຈາກສະຖານທູດລາວ ປະຈໍາບາງກອກ ແລະ ກະຊວງຍຸຕິທັມ ຂອງໄທຍ໌ ດັ່ງອ້າຍຂອງ ທ້າວ ທັດສະໄນ ຜູ້ເສັຍຊີວິດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ມົກກະຣານີ້ວ່າ:
"ໄປມີເຣື້ອງ ກັບນັກຮ້ອງໃນຮ້ານ ຜູ້ເປັນນ້ອງຂ້ອຍນີ້ ເຂົ້າໄປຫ້າມ ຈົນລົງມາຮອດຂ້າງລ່າງແລ້ວ ວ່າບັນຍາກາດ ຢູ່ທາງລຸ່ມ ເຂົາກໍໄກ່ເກັ່ຍກັນ ວ່າໃຫ້ກັບບ້ານ ກໍາລັງເດີນ ຖ້າຣົດນີ້ແຫລະ ບາດນີ້ ນັກຮ້ອງ ເຂົາບໍ່ຍອມ ເຂົາກໍລົງມານໍາ ມາໄລ່ຕີໝໍ ໝູ່ຢູ່ຫັ້ນອີກ ບາດນີ້ ໝໍນ້ອງ ຂອງຂ້ອຍ ຊິແລ່ນໄປຊ່ວຍ ກໍເລີຍຖືກເຂົາເຕະລັດ ຫົວໄປຟາດໃສ່ ຂອບຖນົນ.”
ອ້າຍ ຂອງຜູ້ເສັຽຊີວິດ ເວົ້າວ່າ ຫລັງຈາກ ນ້ອງຊາຍເສັຽຊີວິດ ທາງຄອບຄົວ ກໍໄດ້ໄປແຈ້ງ ຄວາມກັບເຈົ້າໜ້າທີ່ຕໍາຣວດ ໃນພື້ນທີ່ເກີດເຫດ ຊື່ງທາງເຈົ້າໜ້າທີ່ ກໍໄດ້ເອີ້ນ ໂຕຄູ່ກໍຣະນີ ມາໄກ່ເກັຽ ຄ່າເສັຍຫາຍ ໂດຍທາງຝ່າຍ ຜູ້ເສັຽຊີວິດ ໄດ້ຮຽກຮ້ອງ 1 ລ້ານບາດ ແຕ່ຄູ່ກໍຣະນີ ບໍ່ຍອມ ແລະ ບອກວ່າ ຈະຈ່າຍໃຫ້ພຽງແຕ່ 1 ແສນບາດ ເທົ່ານັ້ນ, ຊື່ງທາງຄອບຄົວ ບໍ່ຍອມຮັບ ກໍເລີຍຕົກລົງກັນ ບໍ່ໄດ້, ຈາກນັ້ນ ທາງເຈົ້າໜ້າທີ່ ຕໍາຣວດ ໄດ້ລົງບັນທຶກໄວ້ ແຕ່ກໍບໍ່ໄດ້ກັກຕົວ ຄູ່ກໍຣະນີໄວ້ ແຕ່ຢ່າງໃດ.
ອ້າຍຂອງຜູ້ເສັຍຊີວິດ ກ່າວຕໍ່ໄປວ່າ ຫລັງຈາກ ທາງຄອບຄົວ ຂອງທ້າວ ທັດສະໄນ ໄດ້ໄປຂໍຄວາມຊ່ວຍເຫລືອ ຈາກສະຖານທູດລາວ ປະຈໍາ ບາງກອກ ກໍໄດ້ຮັບ ຄໍາແນະນໍາວ່າ ບໍ່ຟ້າວເຜົາສົບ ຂອງຜູ້ຕາຍເທື່ອ ຍ້ອນຈະບໍ່ມີຫລັກຖານ ໃນການຮຽກຮ້ອງ ຄ່າເສັຽຫາຍ ແລະ ພ້ອມກັນນັ້ນ ກໍແນະນໍາໃຫ້ ທະນາຍຄວາມ ຄົນໄທຍ໌ ມາຊ່ວຍເຫລືອ ທາງດ້ານກົດໝາຍ ແລະ ນໍາເອົາເອກະສານ ໄປຮ້ອງຂໍຄວາມຊ່ວຍເຫຼືອ ຈາກກະຊວງ ຍຸຕິທັມ ຂອງໄທ. ສ່ວນສົບ ຂອງຜູ້ເສັຽຊີວິດນັ້ນ ປັດຈຸບັນ ຍັງຖືກເກັບໄວ້ ຢູ່ ໂຮງໝໍສີຣິຣາດ ໃນບາງກອກ.
ກ່ຽວກັບ ເຣື້ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາບາງກອກ ເພື່ອຂໍຣາຍລະອຽດ ເພີ້ມຕືື່ມ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ອະນຸຍາດ ໃຫ້ສັມພາດ ທາງໂທຣະສັບ. ໃນຂນະດຽວກັນ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຣວດ ປະຈໍາສະຖານີຕໍາຣວດ ບາງຍີ່ຂັນ ແຕ່ບໍ່ມີ ຜູ້ຮັບສາຍ.
ຢ່າງໃດກໍຕາມ ທ້າວທັດສະໄນ ຜູ້ເສັຽຊີວິດ ເປັນຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ໄທຍ໌ ແບບຖືກຕ້ອງຕາມກົດໝາຍ ມີທັງໜັງສືເດີນທາງ ແລະ ໜັງສື ອະນຸຍາດເຮັດວຽກ ຢ່າງຄົບຖ້ວນ.
