ນາງໝວຍ ຍັງຖືກຫ້າມຢ້ຽມ

0:00 / 0:00

ບຸກຄົນທີ່ຮູ້ເລື້ອງ ກໍຣະນີ ຂອງ ນາງ ໝວຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 25 ກັນຍາ ວ່າ, ຈົນມາເຖິງປັດຈຸບັນ ເຈົ້າໜ້າທີ່ ຕຳຣວດ ຍັງບໍ່ອະນຸຍາດໃຫ້ ນາງ ໝວຍ ພົບບຸກຄົນພາຍນອກໄດ້, ບໍ່ວ່າຈະເປັນ ຍາດພີ່ນ້ອງ ຫລື ໝູ່ຄູ່ ທີ່ຈະເຂົ້າໄປຢ້ຽມ.

ນອກຈາກນີ້ ຫ້ອງການ ປກສ ແຂວງຈຳປາສັກ ຍັງບໍ່ມີການເປີດເຜີຍຄວາມຄືບໜ້າ ຄະດີ ນາງ ໝວຍ ຢ່າງເປັນທາງການ ຍ້ອນກຳລັງຢູ່ ໃນຣະຫ່ວາງ ການສືບສວນ ສອບສວນ ແລະ ຮວມຮ່ວມຂໍ້ມູນຫລັກຖານ. ດັ່ງເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ກ່າວວ່າ:

"ຢູ່ໃນເຮົານີ້ ກະບໍ່ຮູ້ ຄັນພ້ອມແລ້ວ ເພິ່ນກະຊິເຊີນໝົດຫັ້ນແຫລະ ເພິ່ນຈະອອກຢູ່ ແຕ່ບໍ່ທັນພ້ອມຂໍ້ມູນ ອີຫຍັງຕ່າງໆ."

ປັດຈຸບັນ, ເຈົ້າໜ້າທີ່ຍັງບໍ່ສາມາດໃຫ້ຄຳຕອບໄດ້ວ່າ ຈະມີການອະນຸຍາດ ໃຫ້ມີການປະກັນໂຕໄດ້ຫລືບໍ່. ດັ່ງທ່ານກ່າວຕື່ມອີກວ່າ:

"ໂຕນີ້ ບໍ່ຮູ້ນຳແລ້ວໃດ໊, ບໍ່ທັນຈັກ, ມີແຕ່ວ່າເຮັດໃບປະກັນຢູ່ ຈັກໄດ້ຜົນ ຜ່ານຫລືບໍ່ຜ່ານ ກະບໍ່ຮູ້ຄືກັນ, ແລ້ວແຕ່ພຸ້ນລະກະແລ້ວ ຍັງມິດຢູ່ ບໍ່ທັນວ່າຈັ່ງໃດ."

ນາງ ໝວຍ ຖືກເຈົ້າໜ້າທີ່ຕຳຣວດ ຈັບຕົວໃນ 12 ກັນຍາ ໃນຂໍ້ຫາໂຄສະນາ ຕ້ານ ສປປລາວ ແລະ ຕໍ່ມາເຈົ້າໜ້າທີ່ຕຳຣວດ, ແຂວງ ຈຳປາສັກ ໃຫ້ສຳພາດ ຕໍ່ສື່ມວນຊົນວ່າ ນາງ ໝວຍ ຮັບສາຣະພາບແລ້ວ ແລະ ມີຂໍ້ມູນວ່າ ນາງ ໝວຍ ມີການພົວພັນ ກັບກຸ່ມຄົນບໍ່ດີ ທັງພາຍໃນ ແລະ ຕ່າງປະເທດ.

ເຖິງຢ່າງໃດກໍຕາມ, ອົງການຈັດຕັ້ງສາກົນ ທີ່ເຮັດວຽກເລື້ອງ ສິດທິມະນຸດ ກໍສະແດງຄວາມເປັນຫ່ວງວ່າ ນາງໝວຍ ຈະຖືກບັງຄັບໃຫ້ ສາຣະພາບ ແລະ ບໍ່ໄດ້ຮັບຄວາມເປັນທັມ ຍ້ອນວ່າ ລາວບໍ່ສາມາດ ເຂົ້າເຖີງການຊ່ວຍເຫລືອ ຂອງທະນາຍຄວາມໄດ້.