ປ່ອຍ ອະດີຕ ນັກເຄື່ອນໄຫວ ເພື່ອສິດທິມະນຸດ ຊາວລາວ

ອຸ່ນແກ້ວ
2022.02.01
ປ່ອຍ ອະດີຕ ນັກເຄື່ອນໄຫວ ເພື່ອສິດທິມະນຸດ ຊາວລາວ ທ້າວ ຄູຄຳ ແກ້ວມະນີວົງ ອະດີຕນັກເຄື່ອນໄຫວ ເພື່ອສິດທິມະນຸຸດ ຊາວລາວ
ຮູບພາບ: ເພຈ Bao Champasak

ທ້າວ ຄູ​ຄຳ ແກ້ວມະນີວົງ ອາຍຸ 38 ອະດີຕ ນັກເຄື່ອນໄຫວ ດ້ານສິດທິມະນຸດ ແລະ ປະຊາທິປະໄຕຊາວລາວ ໄດ້ຖືກຈັບ ຢູ່ບາງກອກປະເທດໄທຍ ໃນວັນທີ 29 ມົກກະຣາ 2022. ແຕ່ຫລ້າສຸດ ໃນວັນທີ 1 ກຸມພາ 2022, ທ້າວ ຄູຄຳ ແກ້ວມະນີວົງ ໄດ້ຖືກປ່ອຍແລ້ວ. ທ້າວ ຄູ​ຄຳ ໄດ້​ໃຫ້​ສຳ​ພາດ ຫຼັງ​ຈາກ​ທີ່​ຖືກ​ປ່ອຍວ່າ:

ນັກ​ຂ່າວ: ເປັນຈັ່ງໃດຫຼັງຈາກເພິ່ນປະກັນໂຕອອກມາລະ?

ຄູ​ຄຳ: “ຫຼັງ​ຈາກທາງທະນາຍປະກັນອອກມາແລ້ວ ຍັງຮູ້ສຶກວ່າຕົກໃຈລະກະ ໃຈຫາຍນະອ້າຍເພາະວ່າ ຫຼັງຈາກທີ່ປະກັນໂຕອອກມາລະ ມີຂໍ້ສັນຍາຕົກລົງວ່າເຮົາຕ້ອງກັກ​​ຢູ່ໃນເຂດບໍລິເວນ ຕາມທີ່ໄດ້ສັນຍາໄວ້ກັບ ຕ.ມ ກັບທະນາຍຫັ້ນນ່າ. ລະກະນັບຈາກນີ້ ໄປ ທຸກ 15 ມື້ ເຮົາຕ້ອງໄປຣາຍງານຕົວ ໄປຣາຍງານຕໍ່ກັບ ຕ​.ມ ຫຼືວ່າ ກັບກວດຄົນເຂົ້າເມືອງ. ບາດນີ້ຄືເງິທີ່ປະກັນ 50,000 ​ບາດ ທີ່ວ່າ ເອຟຊີ ໄທເຮົາ ໄປກູ້ຢືມເຂົາມາກ່ອນ ເຮົາກໍຕ້ອງຄິດເນາະວ່າ ເຮົາກໍຕ້ອງໃຊ້ເຂົາ. ສົມມຸດວ່າ ເຮົາບໍ່ໄດ້ໄປເຮັດວຽກໄກໆ ໄດ້ຄືເກົ່າ ແຕ່ທາງທະນາຍຄວາມເພິ່ນບອກວ່າ ເຮົາໄປໃສກະໄດ້ ແຕ່ວ່າ ເຮົາໄປຄ້າງຄືນຢູ່ໝ້ອງອື່ນບໍ່ໄດ້ ເຮົາຕ້ອງກັບມານອນ ຢູ່ໝ້ອງເດີມ. ບາດນີ້ ເທົ່າທີ່ຂ້ອຍໄປສານແຂວງຫັ້ນ ໄປສານແຂວງ ເຂດດອນເມືອງຫັ້ນ ກ່ອນຊິໄປ ຕ.."

ນັກ​ຂ່າວ: ບອກທາມລາຍ ວ່າ ທຳອິດ ເຮົາຖືກຈັບຫັ້ນນ່າ ຢູ່ໃສ?

ຄູ​ຄຳ: “ຖືກຈັບປະມານ 5 ໂມງເຄິ່ງ ຢູ່ຖານີໄທຍພີບີເອ.”

ນັກ​ຂ່າວ: ຖືກມື້ວັນຫຍັງຫັ້ນນະ?

ຄູ​ຄຳ: “ວັນເສົາ ກະສົ່ງເຮົາມາຢູ່ ສ.ນ ທົ່ງສອງຫ້ອງ. ເຂດຫຼັກ 4 ດອນເມືອງ.”

ນັກ​ຂ່າວ: ແລ້ວເປັນຈັ່ງໃດ ຫຼັງຈາກມື້ຕໍ່ມາຫັ້ນນ່າ?

ຄູ​ຄຳ: “ນອນ​ຢູ່ຫັ້ນ 2 ມື້ ບາດນີ້ ບາດນີ້ ຫຼັງຈາກ 2 ມື້ ພາເຮົາໄປຂຶ້ນສານແຂວງ ຢູ່ດອນເມືອງ ເພື່ອເສັຽຄ່າປັບ ຂໍ້ຫາ Visa Over Stay ຫຼື ວີຊາໝົດອາຍຸ ແມ່ນຫຍັງຕ່າງໆ ໄລ່ລວມກັນມາ. ບາດນີ້ ສົ່ງເຮົາໄປສານ ຕອນທີ່ເຮົາໃຫ້ປາກຄຳຢູ່ສານຫັ້ນ ສານເພິ່ນກະຖາມວ່າ ຍອມຮັບບໍ່ ເຮົາກະບອກວ່າ ຍອມຮັບ ແຕ່ວ່າ ເຮົາມີເຫດຈຳເປັນວ່າ ເຮົາບໍ່ສາມາດກັບໄປຕໍ່ວີຊາໄດ້ ຫຼື ພາປອດໄດ້ ບາດນີ້ ທາງເຈົ້າໜ້າທີ່ຕຳຣວດບອກວ່າ ຄ່າປັບປະມານ 20,000 ບາດ. ບາດນີ້ ສານເພິ່ນປັບໃຫ້ແຕ່ 3,000 ບາດ. ຫຼັງຈາກນັ້ນ ເພິ່ນເອົາມາໄວ້ ສ.ນ ທຸ່ງສອຫ້ອງກ່ອນ ຈຶ່ງສົ່ງໄປ ຕ..”

ນັ​ຂ່າວ: ຄາດຫວັງຈັ່ງໃດນີ້ ຫຼັງຈາກອອກມາລະ​?

ຄູ​ຄຳ: “ຕອນນີ້ ຄາດຫວັງຄື ນຶ່ງຕອນເຫດການທີ່ເກີດຂຶ້ນກັບເຮົາໃໝ່ໆ ເຮົາຮູ້ສຶກວ່າ ເຮົາຕົກໃຈ.”

ນັກ​ຂ່າວ: ມັນ ທາມລາຍ ນີ້ ວັນທີ?

ຄູ​ຄຳ: “ວັນເສົາ ວັນເສົາ ວັນທີ 29 ປະມານ 5 ໂມງເຄິ່ງ ຍາມແລງ ລົງບັນທຶກປະຈຳວັນ. ໃນຂໍ້ຫາທີ່ວ່າ ຢູ່.ນ ຖືວ່າ ເຮົາຢູ່ເກີນກຳນົດ.”

ນັກ​ຂ່າວ: ມາຢູ່ ທຸ່ງສອງຫ້ອງປະມານ 2 ວັນ ມື້ໃດລະເພິ່ນສົ່ງໄປສານ?

ຄູ​ຄຳ: “ຢູ່ 2 ມື້ ລະເພິ່ນສົ່ງໄປສານແຂວງ ໄປຮັບຂໍ້ກ່າວຫາເສັຽຄ່າປັບ ເຮົາລະຍອມຮັບຂໍ້ກ່າວຫາທີ່ໄດ້ບັນທຶກໄວ້ວ່າ​. ເຮົາໄປສານວັນຈັນ. ແລ້ວຈາກສານຈົນເກືອບຄໍ່າພຸ້ນໃດອ້າຍ. ແລ້ວຈາກສານປະມານ 4-5 ໂມງແລງນີ້ລະ. ຕອນທຳອິດຄິດວ່າ ຊິໄດ້ຢູ່ໃນ ຕ.ມ ເລີຍ ເພາະວ່າ ມື້ອື່ນທະນາຍຕ້ອງຫາວິທີປະກັນ. ຕຳຣວດເພິ່ນເອົາຂຶ້ນຣົດໄປຝາກ ບາດນີ້ ພໍດີນອນຢູ່ນີ້ ນຶ່ງຄືນ. ບາດນີ້ ປະມານຫຼັງທ່ຽງ ທະນາຍຖ້າຢູ່ ຕ.ມ ມາຕັ້ງແຕ່ ມາຮອດບ່າຍ 2 ໂມງ ຈົນຊາເຣື່ອງຊິຮອດຈົນຮອດ 6 ໂມງແລງ.”

ນັກ​ຂ່າວ: .ມ ໂຕສວນພລູຫັ້ນແມ່ນເບາະ?

ຄູ​ຄຳ: “ແມ່ນຈັ່ງ​ໄດ້ປະກັນອອກມາ ທາງທະນາຍບອກວ່າ ເຮົາຕ້ອງໄປຣາຍໂຕທຸກໆ 15 ມື້. ກະດີໃນຢູ່ ເຮົາຫາຊີວິດໃໝ່ ລະກະເລີ່ມຕົ້ນໃໝ່.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ສິ​ດ​ທິ​ມະ​ນຸດ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ເຣື່ອງນີ້ ແລະ ເຫັນ​ວ່າ ທ້າວ ຄູ​ຄຳ ບໍ່​ຄວນ​ຈະ​ຖືກ​ຈັບ ແລະ ລາວ​ຄວນ​ຈະ​ຖືກ​ສົ່ງ​ໄປ​ປະ​ເທດ​ທີ 3 ເພື່ອ​ຄວາມ​ປອດ​ພັຍ​ຂອງ​ລາວ.

ຍ​າງ ອັງຄະນາ ນິຣິໄພຈິດ ອາດີດກັມການສິດທິມະນຸດໄຊຍະຊົນແຫ່ງປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“[ຄູຄຳ ແກ້ວມະນີວົງ] ເປັນຄົນທີ່ໄດ້ ສຖານະລີ້ພັຍຈາກ UNHCR ເພາະສະນັ້ນ ເຂົາກໍຕ້ອງມີສິດ ທີ່ຈະພັກອາໄສຢູ່ປະເທດໄທຍ ຈົນກວ່າຈະສາມາດຍ້າຍໄປປະເທດທີ 3 ໄດ້.”

ການ​ສົ່ງລາວກັບຄືປະເທດ ມັນຈະເກີດຄວາມອັນລາຍຕໍ່ລາວ ຍ້ອນວ່າ ຈະຖືກທໍລະມານ.

ຍາ​ນາງ ອັງຄະນາ ນິຣະໄພຈິດ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

ຄືຕ້ອງບອກວ່າ ໃນການທີ່ສົ່ງລາວກັບປະເທດລາວ ຖ້າຫາກວ່າ ກັບໄປແລ້ວ ຄືເຊື່ອວ່າ ຖ້າລາວກັບໄປແລ້ວ ລາວຈະໄດ້ຮັບອັນລາຍ ອັນລາຍກໍເຊັ່ນວ່າ ອາຈະຖືກທັມຮ້າຍ ອາຈະຖືກທໍລະມານ ຫຼື ເຂົາອາຈະຫາຍສາບສູນໄປ.”

ລາວ​ຍັງ​ບໍ່​ທັນ​ໄດ້ເດີນ​ທາງ​ໄປ​ປະ​ເທດ​ທີ 3 ລາວ​ກໍ​ຍັງ​ຕ້ອງ​ຢູ່​ປະ​ເທດ​ໄທ​ຍ​ກ່ອນ.

ຍາ​ນາງ ອັງ​ຄະ​ນາ ນິ​ຣະ​ໄພ​ຈິດ ໄດ້​ກ່າວ​ຕື່ມ​ວ່າ:  

ຄື ບໍ່ມີໃຜຢາກຈະຢູ່ປະເທດໄທຍ ໄປດົນດົນດອກ ແຕ່ວ່າ ເຂົາຢາກຈະເດີນທາງໄປປະເທດທີ 3 ແຕ່ຖ້າ​​ຫາກປະເທດທີ 3 ຍັງບໍ່ທັນໄດ້ຮັບເຂົາໄປ ເຂົາກໍມີສິດທີ່ຈະຢູ່ໃນປະເທດໄທຍ ລະຫວ່າງການລໍໄດ້ ເພາະວ່າ ຂັ້ນເຂົາກັບໄປແລ້ວ ໄດ້ຮັບອັນລາຍ.”

ໃນ​ຂະ​ນະ​ທີ່ ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸດ, ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້, ຫລື FIDH ກ່າວຕໍ່ ວິທຍຸເອເຊັຽເສຣີ.

ຄວາມຈິງ ກໍຄື ທ້າວ ຄູຄຳ ຖືຈັບ ຍ້ອນໜັງສືເດີທາງ ຫຼື ໜັງສືເດີນທາງໄດ້ຫຼາຍປີ. ທ້າວ ຄູນຄຳ ບໍ່ຄວນຈະຖືກສົ່ງກັບຄືນປະເທດລາວ ແລະ ສະຖານທູດຕ່າງປະເທດ ຄວນໃຫ້ການຊ່ວຍເຫຼືອລາວໃຫ້ໄປຢູ່ປະເທທີ 3 ຍ້ອນວ່າ ມັນເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າ ທ້າວ ຄູຄຳ ຍັງຢູ່ໃນຄວາມສ່ຽງທີ່ຈະຖືກຈັບ ແລະ ຖືກສົ່ງຕົວກັບຄືນປະເທດ.”

ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ໄດ້​ເຂົ້າ​ມາ​ຢູ່​ປະ​ເທດ​ໄທ​ຍ ແຕ່​ປີ 2002, ຕໍ່​ມາ​ໄດ້​ລາວ​ໄດ້ ​ເຄື່ອນ​ໄຫວທາງ​ດ້ານ​ສິ​ທິ​ມະ​ນຸດ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ມາ​ໄດ້​ຫຼາຍ​ປີ. ແຕ່​ເມື່ອ 2-3 ປີ ຜ່ານ​ມາ ລາວ​ກໍ​ໄດ້ຢຸດ​ເຊົາ​ການ​ເຄື່ອນ​ໄຫວ ກິ​ກັມ​ດັ່ງ​ກ່າວ ຍ້ອ​ນ​ເຫດ​ຜົ​ລ​ທາງ ​ດ້ານ​ຄວາມ​ປອດ​ພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.