ອົງການສາກົລ ສືບຕໍ່ຮຽກຮ້ອງ ໃຫ້ປ່ອຍ ນາງໝວຍ

ໄຊ​ຍາ
2021.09.12
ອົງການສາກົລ ສືບຕໍ່ຮຽກຮ້ອງ ໃຫ້ປ່ອຍ ນາງໝວຍ ນາງໝວຍ ຖືກສານຊັ້ນຕົ້ນ ແຂວງຈຳປາສັກ ຕັດສິນຈຳຄຸກ 5 ປີ ແລະ ປັບໄໝ 20 ລ້ານກີບ ໃນວັນທີ 22 ພຶສຈິກາ 2019 ພາຍຫຼັງ ທີ່ຖືກຈັບ ເມື່ອວັນທີ 12 ກັນຍາ.
ພາບຈາກ: ສື່ອອນລາຍນ໌ ທາງການລາວ

ຄົບຮອບ 2 ປີແລ້ວ ທີ່ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ຍານາງ ໝວຍ ຊາວບ້ານ ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກຈັບຂັງຄຸກ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ໃນຂນະທີ່ ຫຼາຍອົງກອນ ດ້ານສິດທິມະນຸດ ສາກົລ ກໍໄດ້ສະແດງ ຄວາມເປັນຫ່ວງ ເປັນໄຍ ຕໍ່ຍານາງໝວຍ ຕລອດມາ ແລະ ທວງໃຫ້ ທາງການລາວ ປ່ອຍໂຕ ຍານາງໝວຍ ອອກຈາກຄຸກ. ເຊິ່ງແຕ່ລະ ອົງການສາກົລ ກໍຍັງ ມີຄວາມເຊື່ອໝັ້ນວ່າ ສິ່ງຍານາງໝວຍ ໄດ້ເຮັດໄປນັ້ນ ບໍ່ເໝາະສົມ ກັບການຖືກ ຕັດສິນໂທດ ຂັງຄຸກ ເປັນເວລາ 5 ປີ ແລະ ການລົງໂທດ ດັ່ງກ່າວ ຖືວ່າ ຮຸນແຮງເກີນໄປ. ດັ່ງ ດຣ ບຸນທອນ ຈັນທະລາວົງ-ວີເຊີ,  ປະທານ ອົງການ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍານີ້ວ່າ:

“ໃນໂອກາດ ຄົບຮອບ 2 ປີ ໃນການຈັບກຸມ ຍານາງໝວຍ ຫຼື ຍານາງ ຮວາຍເຮືອງ ໄຊຍະບູລີ ພວກເຮົາ ອົງການ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ຈຶ່ງທວງ ມາຍັງ ທາງການພັກ-ຣັຖ ສປປ ລາວ ຈົ່ງປ່ອຍ ຍານາງໝວຍ ໃຫ້ມີ ອິສຣະພາບ ຢ່າງຮີບດ່ວນ ການທີ່ນາງໝວຍ ໄດ້ສະແດງ ຄວາມຄິດຄວາມເຫັນ ຢູ່ໃນສື່ສັງຄົມ ອອນລາຍນ໌ ມັນບໍ່ແມ່ນ ຄວາມຜິດພາດ ອັນໃດ ທີ່ຈະລົງໂທດ ເຖິງ 5 ປີ.”

ດຣ ບຸນທອນ ໄດ້ກ່າວຕື່ມວ່າ ການທີ່ ທາງການລາວ ອ້າງວ່າ ການຈັບຍານາງ ໝວຍ ຍ້ອນຜູ້ກ່ຽວ ໄດ້ລະເມີດ ຕໍ່ກົດໝາຍອາຍາ ມາຕຣາ 117 ນັ້ນ ແມ່ນເປັນ ການກ່າວອ້າງ ບໍ່ສົມເຫດສົມຜົລ ແລະ ກໍເປັນ ການພະຍາຍາມ ຈຳກັດສິດທິ ການສະແດງ ຄວາມຄິດເຫັນ ຂອງປະຊາຊົນ ຕໍ່ການເຮັດວຽກ ຂອງເຈົ້າໜ້າທີ່ ທາງການລາວ ເຊິ່ງຍານາງໝວຍເອງ ກໍໄດ້ສະແດງ ຄວາມຄິດເຫັນ ກ່ຽວກັບ ການຊ່ອຍເຫຼືອ ຜູ້ປະສົບ ພັຍນໍ້າຖ້ວມ ຢູ່ແຂວງພາກໃຕ້ ເທົ່ານັ້ນ.

ໃນຂນະທີ່ ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອສິດທິມະນຸດ ທີ່ນະຄອນຫຼວງ ປາຣີສ໌, ປະເທດຝຣັ່ງ ກ່າວວ່າ ທາງອົງກອນ ຂອງຍານາງ ກໍຂໍທວງໃຫ້ ທາງການ ລາວຢຸດ ການປາບປາມ ສິດທິເສຣີພາບ ໃນການສະແດງ ຄວາມຄິດເຫັນ ຂອງປະຊາຊົນ ແລະ ໃຫ້ປ່ອຍໂຕ ຜູ້ຖືກຂັງຄຸກ ຍ້ອນການສະແດງ ຄວາມຄິດເຫັນ ທາງສື່ສັງຄົມ ອອນລາຍນ໌ ເປັນຕົ້ນ ຍານາງໝວຍ.

“ເຖິງເວລາແລ້ວ ທີ່ສປປລາວ ຈະຕ້ອງຢຸດ ເປັນຣະບອບ ປາບປາມ ສິດເສຣີພາບ ໃນການສະແດງ ອອກຄວາມຄິດເຫັນ ແບບສັນຕິວິທີ ແລະ ຈະຕ້ອງປ່ອຍໂຕ ຜູ້ຖືກຈຳຄຸກ ຍ້ອນຄວາມຄິດເຫັນ ຂອງໂຕເອງ ເຊັ່ນໝວຍ, ຫຼອດຄຳ, ສົມພອນ ແລະ ສຸການ.”

Nang Mouay-03.jpeg
ຍານາງ ໝວຍ ຖືກກັກຂັງ ຢູ່ຄຸກບັງເຢາະ ຢູ່ ບ້ານໂນນສະຫວ່າງ ຮ່ອມ 6 ນະຄອນປາກເຊ ແຂວງຈຳປາສັກ.

ຍານາງ ວະນິດາ ໄດ້ກ່າວຕື່ມວ່າ ກໍເຖິງເວລາ ອັນສົມຄວນແລ້ວ ທີ່ທາງການລາວເອງ ຈະຕ້ອງຍົກເລີກ ຂໍ້ກົດໝາຍ ທັງໝົດ ທີ່ບໍ່ສອດຄ່ອງ ກັບມາຕຣາ 19 ຂອງສົນທິສັນຍາ ສາກົລ ວ່າດ້ວຍ ສິດທິພົລເຮືອນ ແລະ ການເມືອງ ຂອງສະຫະປະຊາຊາດ ເຊິ່ງສປປລາວ ມີໜ້າທີ່ ປະຕິບັດ ຕາມມາຕຣາ ດັ່ງກ່າວ.

ຍານາງ ອັງຄະນາ ນີລະໄພຈິດ, ອະດີດ ກັມການ ສິດທິມະນຸດແຫ່ງຊາດ ປະຈຳ ປະເທດໄທຍ ກ່າວວ່າ ຍານາງເອງ ກໍມີຄວາມ ເປັນຫ່ວງເປັນໄຍ ຕໍ່ຊະຕາກັມ ຂອງຍານາງໝວຍ ທີີ່ຖືກກັກຂັງ ຢູ່ໃນຄຸກ ແຂວງຈຳປາສັກ ແລະ ຢາກຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ມີການພິຈາຣະນາ ຄະດີ ດັ່ງກ່າວຄືນໃໝ່ ພ້ອມທັງ ໃຫ້ທາງຄອບຄົວ ຍານາງໝວຍ ຫາທະນາຍຄວາມ ມາສູ້ຄະດີ ອີກເທື່ອ ນຶ່ງເພື່ອຄວາມເປັນທັມ.

“ຄັນຫາກ ຍານາງໝວຍ ໄດ້ເຮັດ ຄວາມຜິດແທ້ ກໍຄວນໃຫ້ມີ ການພິຈາຣະນາຄະດີ ແລະ ສືບສວນສອບສວນ ຄືນໃໝ່ ຢ່າງເປັນທັມ ໂດຍທີ່ ທາງຄອບຄົວ ຍານາງໝວຍເອງ ກໍມີສິດ ທີ່ຈະຫາ ທະນາຍຄວາມ ເຂົ້າໄປແກ້ຕາງ ໃນຂັ້ນສານ ເຊິ່ງຕອນນີ້ ຫຼາຍຄົນເອງ ກໍເກືອບ ທີ່ຈະບໍ່ຮັບຮູ້ ຊະຕາກັມ ຂອງຍານາງໝວຍເລີຍ.”

ທ່ານ ຟີວລ໌ ໂຣເບີດເຊິນ ຈາກ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳເອເຊັຽ ກ່າວວ່າ  ຜູ້ທີ່ໃຫ້ ການສນັບສນູນ ການຊ່ອຍເຫຼືອລາວ ກໍຕ້ອງຍົກເຣື່ອງ ຍານາງໝວຍ ຂຶ້ນມາ ພິຈາຣະນາ ເພື່ອໃຫ້ ຣັຖບານລາວ ປ່ອຍໂຕ ຍານາງໝວຍ ທັນທີ.

“ສິ່ງທີ່ສຳຄັນ ກໍຄື ຣັຖບານລາວ ກໍຕ້ອງເຂົ້າໃຈວ່າ ເຮັດແບບນີ້ ກັບປະຊາຊົນ ຄົນນຶ່ງ ທີ່ເຂົາໃຊ້ສິດ ຂອງເຂົາ ທີ່ຈະຮຽກຮ້ອງ ຂໍຄວາມເປັນທັມ ມັນບໍ່ເໝາະສົມ ມັນບໍ່ຖືກຕ້ອງນັ້ນ ມັນເປັນສອງປີ ທີ່ຢູ່ໃນຄຸກນັ້ນ ເຊິ່ງຍັງ ບໍ່ມີຫຍັງ ຄືບໜ້າເລີຍ ມັນເປັນເຣື່ອງ ທີ່ໜ້າເສົ້າໃຈ ກໍເປັນສິ່ງ ທີ່ການຕ່າງປະເທດ ແລະ ຣັຖບານຕ່າງໆ ທີ່ເປັນຜູ້ໃຫ້ ບໍຣິຈາກ ສນັບສນູນ ຣັຖບານລາວ ກໍຕ້ອງ ຍົກເຣື່ອງ ຍານາງໝວຍ ໄປໃຫ້ ຣັຖບານລາວຟັງ ກໍຕ້ອງຮຽກຮ້ອງ ໃຫ້ເຂົາຖືກປ່ອຍ ທັນທີເລີຍ.

ທາງດ້ານ ເຈົ້າໜ້າທີ່ ເມືອງໂພນທອງ ໄດ້ກ່າວວ່າ ມາຮອດ ປັຈຈຸບັນ ທ່ານເອງ ກໍບໍ່ຮູ້ສະພາບ ເປັນຢູ່ ຂອງຍານາງໝວຍ ທີ່ຢູ່ໃນຄຸກ ແຕ່ຢ່າງໃດ ກໍຕາມ ກໍເຫັນ ຄອບຄົວ ແລະ ຍາດພີ່ນ້ອງ ສາມາດ ໄປຢ້ຽມຢາມ ແລະ ສົ່ງເຂົ້າ-ສົ່ງນໍ້າ ໃຫ້ແກ່ ຍານາງໝວຍ ໄດ້ຕາມປົກກະຕິ ເຊິ່ງໄດ້ຮັບ ອະ ນຸຍາດ ຈາກພາກສ່ວນ ທີ່ກ່ຽວຂ້ອງ.

“ໄປຢູ່ ໄປຢ້ຽມຢາມ ກໍປົກກະຕິ ຢູ່ສົ່ງເຂົ້າ-ສົ່ງນໍ້າ ຕາມລະບຽບ ຕາມກົດໝາຍ ຫັ້ນແຫຼະ ເພິ່ນກາໃຫ້ ຄວາມພ້ອມ ໃຫ້ຄວາມເຫັນໃຈ ໃຫ້ຄວາມຮ່ວມມື ຫັ້ນແຫຼະ.”

ສ່ວນນັກກົດໝາຍ ຢູ່ແຂວງຈຳປາສັກ ທີ່ຂໍສງວນຊື່ ແລະ ສຽງ ກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ທ່ານເອງ ກໍຮູ້ສຶກວ່າ ເປັນຫ່ວງ ຕໍ່ຊະຕາກັມ ຂອງຍານາງໝວຍ ແຕ່ທະນາຍຄວາມ ຫຼາຍຄົນເອງ ກໍບໍ່ສາມາດ ເຂົ້າໄປ ຊ່ອຍເຫຼືອ ໃນຄະດີ ດັ່ງກ່າວໄດ້ ເພື່ອໃຫ້ ຍານາງໝວຍ ລອດພົ້ນ ຈາກຂໍ້ຫາ ດັ່ງກ່າວ ເນື່ອງຈາກ ເປັນຂໍ້ກ່າວຫາ ກ່ຽວກັບ ດ້ານການເມືອງ ເຊິ່ງມີ ຄວາມໜັກໜ່ວງ ກວ່າຫຼາຍຄະດີ.

ຍານາງຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ທີ່ມີ ອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ ຕຳຣວດ ແຂວງຈຳປາສັກ ຈັບໂຕ ເມື່ອວັນທີ 12 ກັນຍາ 2019 ໃນຂໍ້ຫາ ໂຄສະນາຕ້ານ ສປປລາວ ພາຍຫຼັງ ຍານາງ ໝວຍ ໄດ້ຖ່າຍ ທອດສົດ ຜ່ານສື່ສັງຄົມ ອອນລາຍນ໌ ແລະ ສະແດງ ຄວາມຄິດເຫັນ ກ່ຽວກັບ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ທີ່ຊ່ອຍເຫຼືອ ຜູ້ປະສົບພັຍ ນໍ້າຖ້ວມ ແຂວງພາກໃຕ້ ຂອງລາວ. ຕໍ່ມາ ໃນວັນທີ 22 ພຶສຈິກາ 2019 ສານຊັ້ນຕົ້ນ ແຂວງຈຳປາສັກ ກໍໄດ້ຕັດສິນ ໃຫ້ຈຳຄຸກ ຍານາງໝວຍ ເປັນເວລາ 5 ປີ ແລະ ປັບໄໝ ເງິນ 20 ລ້ານກີບ ຕາມກົດໝາຍ ອາຍາ ມາດຕຣາ 117 ເຊິ່ງປັຈຈຸບັນ ຍານາງໝວຍ ຖືກຂັງ ຢູ່ຄ້າຍຄຸມຂັງ ແຂວງຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ບໍ່ປະສົງອອກຊື່ເນາະ
Sep 13, 2021 10:17 AM

ພັກຣັຖະບາລ ພັກພວກລູກຫຼານມັນຄໍຣັປຊັ່ນ ນ້ຳທ່ວມເນື່ອງຈາກເຂື່ອນເຊນ້ຳນ້ອຍແຕກ ທີ່ເອົາເງິນຄຳ ເຄື່ອງຊ່ວຍເຫຼືອ ແຕ່ບໍ່ເຮັ່ງຮີບຊ່ວຍເຫຼືອປະຊາຊົນທີ່ເດືອດຮ້ອນ ຫຼາຍບໍລິສັດ ບໍລິຈາກເຂົ້າ ນ້ຳປາ ນ້ຳຕານ ໝີ່ເຫຼືອງ ນ້ຳ ເສື້ອຜ້າ ຜ້າຮົ່ມ ບໍ່ເຫັນເຄືອງຮອດປະຊາຊົນຊ້ຳ ແຕ່ຊ້ຳພັດກັກໄວ້ 3-6 ເດືອນ ໂດນໄປແລະລືມໄປກໍ່ໄປແບ່ງກັນໃນໜ່ວຍງານຂອງລັຖະບາລເນາະ.