ສາລະວັນ ລົງວິໄນ ສະມາຊິກພັກ 4 ຄົນ ຍ້ອນສໍ້ລາດບັງຫຼວງ

ຈຳປາທອງ
2024.04.30
ສາລະວັນ ລົງວິໄນ ສະມາຊິກພັກ 4 ຄົນ ຍ້ອນສໍ້ລາດບັງຫຼວງ ຢູ່ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022.
Photo: RFA

ທາງການແຂວງສາລະວັນ ລົງວິໄນສະມາຊິກພັກ ປະຊາຊົນ ປະຕິວັດລາວ 4 ຄົນ ຍ້ອນພົວພັນກັບການສໍ້ລາດບັງຫລວງ ໃນໂຄງການ ມູນຄ່າຄວາມເສຍຫາຍ 15.93 ຕື້ກີບ ແຕ່ເກັບຄືນໄດ້ແລ້ວ 4.85 ຕື້ກີບ.

ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງ ແຂວງສາລະວັນ ລາຍງານໃນໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງສາລະວັນ ຂອງທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ ໃນມື້ວັນທີ 26 ເມສາ 2024 ນີ້ວ່າ ທີ່ຜ່ານມາ ໄດ້ກວດກາພົບເຫັນສະມາຊິກພັກ ລະເມີດກົດລະບຽບຂອງພັກ ໂດຍເຂົ້າໄປພົວພັນກັບການສໍ້ລາດບັງຫລວງ ແລະໄດ້ປະຕິບັດວິໄນ ພວກກ່ຽວທັງໝົດ 4 ຄົນ. ໃນນັ້ນ ໄດ້ລົບຊື່ອອກຈາການເປັນສະມາຊິກພັກ 3 ຄົນ, ໂຈະການຮ່ວມຊີວິດພັກຊົ່ວຄາວ 1 ຄົນ.

ຈາກການກວດກາໂຄງການລົງທຶນ ຂອງລັດ ທີ່ມີມູນຄ່າ 10 ຕື້ລົງມາ ຈໍານວນ 17 ໂຄງການ ລວມທັງໂຄງການກໍ່ສ້າງອ່າງເກັບນໍ້າ ວັງແຄນ ເມືອງລະຄອນເພັງ ແລະທັງການເກັບລາຍຮັບເຂົ້າງົບປະມານ 1 ເມືອງ ພົບວ່າ ມີມູນຄ່າເສຽຫາຍ 15.93 ຕື້ກີບ, ສາມາດເກັບຄືນໃຫ້ລັດໄດ້ 4.85 ຕື້ກີບ ແລະຍັງຄ້າງຢູ່ 11.08 ຕື້ກີບ.

ແຕ່ລາຍລະອຽດອື່ນໆ ຮວມທັງຊື່ ແລະຕໍາແໜ່ງສະມາຊິກພັກ ຜູ້ສໍ້ລາດບັງຫລວງນັ້ນ ທາງການລາວ ບໍ່ໄດ້ເປີດເຜີຍໃຫ້ຮູ້ແຕ່ຢ່າງໃດ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງສາລະວັນທ່ານນຶ່ງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ເມສານີ້ເຖິງການສໍ້າລາດບັງຫລວງນັ້ນວ່າ ສ່ວນຫລາຍມີແຕ່ຖືກລົງວິໄນ, ໄລ່ອອກຈາກການເປັນສະມາຊິກພັກ, ແຕ່ບໍ່ຖືກໃສ່ຄຸກ.

ຄັນວ່າອອກຊື່ທາງການ ກໍຖືວ່າຂ້ອນຂ້າງວ່າຊັດເຈນ ສ່ວນຫລາຍນັ້ນຖືກແຕ່ວ່າປະຕິບັດວິໄນ ອອກຈາກເປັນສະມາຊິກພັກ ໜັກແລ້ວໂຕນີ້ ສໍ້ລາດມັນກໍມີຫລາຍກໍລະນີເນາະ ດຽວນີ້ມັນມີນັກລົງທຶນມາ ໄປເຮັດໂຄງການໃດນຶ່ງນີ້ ປະມູນໄດ້ໃນລາຄາເທົ່ານີ້ ແຕ່ເຮັດບໍ່ສົມລາຄາ ກໍມີການຮົ່ວໄຫລ 2 ມາກໍມີແຕ່ລັກສະນະວ່າ ງົບປະມານບໍ່ຜ່ານສະພາຫັ້ນນ່າ.

ທ່ານກ່າວຕຕໍ່ໄປເຖິງໜ່ວຍງານທີ່ກ່ຽວຂ້ອງວ່າ ກໍຕ້ອງກວດກາກັນຕໍ່ໄປວ່າ ມີການພົວພັນເຖິງລະດັບໃດ ເພາະການສໍ້ລາດບັງຫລວງ ໂດຍສະເພາະທີ່ກ່ຽວ ຂ້ອງກັບໂຄງການຂະໜາດໃຫຍ່ ທີ່ນັກລົງທຶນຕ່າງປະເທດ ເຂົ້າມາສໍາປະທານ ຊຶ່ງສ່ວນໃຫຍ່ກໍຈະກວດພົບ ແລະເວົ້າແລ້ວ ກໍເປັນຜູ້ທີ່ມີອໍານາດໃນການຕັດສິນບັນຫາ ທີ່ພົວພັນກັບການສໍ້ລາດບັງຫລວງ.

ສ່ວນຫລາຍມັນແມ່ນໂຄງການໃຫຍ່ໆ ທີ່ວ່າ ການລົງທຶນຂອງຕ່າງປະເທດ ຜູ້ມີອໍານາດໃນການຕັດສິນ ກໍມີແຕ່ຜູ້ມີອໍານາດໃຫຍ່ໆຫັ້ນເນາະ ພົວພັນຈົນຮອດສ່ວນໃດກໍຕ້ອງໄດ້ເບິ່ງກັນໄປ.

ກ່ຽວກັບເລື້ອງການສໍ້ລາດບັງຫລວງຢູ່ລາວ ຊາວລາວຜູ້ນຶ່ງເວົ້າວ່າ ທີ່ຜ່ານມາກໍມີລາຍງານຂ່າວຢູ່ຕະຫລອດ ຊຶ່ງຕົນເອງກໍຄິດວ່າ ໃນປັດຈຸບັນນີ້ກໍຍັງມີອີກຫລາຍ ບໍ່ໝົດເທື່ອ ເພາະເຈົ້າໜ້າທີ່ກວດກາໃນລາວ ປະຕິບັດຈິງຈັງບໍ່ໄດ້ ຍ້ອນຜູ້ມີອໍານາດເຂົ້າມາກ່ຽວຂ້ອງ. ແລະຢູ່ລາວກໍມີນັກລົງທຶນເຂົ້າມາສໍາປະທານໂຄງການໃຫຍ່ໆກັນຫລາຍ ຊຶ່ງຜູ້ໂກງກິນໄດ້ ກໍມີແຕ່ຜູ້ມີອໍານາດເທົ່ານັ້ນ, ໄດ້ເປີເຊັນໃນການເຊັນອະນຸມັດຕ່າງໆ.

ສ່ວນໃຫຍ່ຜູ້ໃຫຍ່ແຫລະສ່ວນຫລາຍ ມັນເວົ້າກັນບໍ່ໄດ້ ກິນມັນກໍບໍ່ໄດ້ກິນຜູ້ດຽວເນາະ ລາງເທື່ອກໍກິນຫລາຍຄົນ ຍົກໂຕຢ່າງວ່າ ບາງທີກໍເຊັນໂຄງການອີ່ຫຍັງຫັ້ນນ່າ ໂຄງການໃຫຍ່ກໍກິນໃຫຍ່ ໂຄງການນ້ອຍກະກິນໜ້ອຍຫັ້ນລະ ເປັນບັນຊີຄັງເງິນເຫັນເງິນຫລາຍ ກໍໃຊ້ໄປນໍາອີ່ຫຍັງນໍາຫັ້ນແຫລະ ໂອ້ຍ ເພິ່ນເຮັດໄດ້ບໍ່ ຄັນໄດ້ກໍດີຫັ້ນແຫລະ ມັບໍ່ໄດ້ດອກ.

ພ້ອມດຽວກັນນີ້ ຊາວລາວອີກຜູ້ນຶ່ງກໍເວົ້າເຖິງການກວດພົບຜູ້ສໍ້ລາດບັງຫລວງນີ້ວ່າ ຖ້າກວດກາເອົາຈິງຈັງ ແມ່ນຈະພົບຢູ່ທຸກແຂວງ, ບໍ່ແມ່ນມີແຕ່ຢູ່ແຂວງສາ ລະວັນເທົ່ານັ້ນ. ສ່ວນໃຫຍ່ຈະເປັນລະດັບຜູ້ໃຫຍ່ ມີອໍານາດ ເສັ້ນສາຍກັນທັງນັ້ນ ທີ່ສໍ້ໂກງເງິນບ້ານ1ເງິນເມືອງ ແລະໂດຍສະເພາະແມ່ນຈາກໂຄງການຕ່າງໆ, ຍົກໂຕຢ່າງໂຄງການ ກໍ່ສ້າງເສັ້ນທາງ ກໍມີການໂກງກິນຕະຫລອດ ແບ່ງເປີເຊັນກັນກິນຫລາຍຄົນ ລວມເຖິງການເກັບພາສີໃນຮ້ານຄ້ານ້ອຍໆ ທີ່ເກັບໃນລາຄານຶ່ງ ແຕ່ໄປຂຽນບິນເຂົ້າລັດອີກລາຄານຶ່ງ ແລ້ວກໍແບ່ງເຂົ້າກະເປົາຕົນເອງ.

ຄໍລັບຊັນມັນບໍ່ມີມື້ຈົບດອກ ສົມມຸດເຮັດທາງຈັ່ງຊີ້ ເຈົ້ານາຍນີ້ພັດກິນນໍາອັນນີ້ ກະໄປໃຫ້ຜູ້ເຊັນຶະນຸມັດອີກ ກະກິນນໍາກັຍແບບນັ້ນລະ ເກັບເງິນພາສີຈັ່ງຊີ້ ຮ້ານເລັກໆນ້ອຍໆຊີ້ນ່າ 80 ພັນກີບຊີ້ໄປຂຽນໃສ່ 50 ພັນ 30 ພັນເຂົາເອົາ ຜູ້ໃດເຮັດອີ່ຫຍັງກະກິນນໍາອັນນັ້ນນ່າ ຂ້ອຍກະຍອມລະ ຢູ່ລາວ. 

ກ່ອນໜ້ານີ້ ໃນໄລຍະເດືອນຕຸລາ 2023 ທີ່ຜ່ານມາ ທາງການແຂວງຫົວພັນ ກໍໄດ້ປະຕິບັດວິໄນພະນັກງານ-ລັດຖະກອນ 55 ຄົນຍ້ອນລະເມີດກົດລະບຽບພັກ ແລະລັດ ມົ້ວສຸມກັັບຢາເສບຕິດແລະອື່ນໆ ຊຶ່ງໃນນັ້ນຖືກຕິຕຽນ 19 ຄົນ, ກ່າວເຕືອນ 5 ຄົນ, ໂຈະການເຊົ້າຮ່ວມຊີວິດພັກ 13 ຄົນ, ປົດຕໍາແໜ່ງ 2 ຄົນ ແລະໄລ່ອອກຈາກພັກ 16 ຄົນ ແຕ່ບໍ່ໄດ້ມີການເປີດເຜີຍຊື່ ແລະໜ່ວຍງານຂອງຜູ້ຖືກປະຕິບັດວິໄນ ໃຫ້ຮູ້ລາຍລະອຽດ ແຕ່ຢ່າງໃດ.

ນອກຈາກນີ້ ໃນປີ 2023, ອີງຕາມຄໍາເວົ້າຂອງທ່ານ ວິໄລວັນ ບຸດດາຄໍາ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ອົງການກວດກາແຫ່ງລັດ ໄດ້ກວດພົບຜົນເສຽຫາຍໃນປີ 2023 ຈາກການສໍ້ລາດບັງຫລວງທີ່ເກີດຂຶ້ນ ໃນໂຄງການລົງທຶນຂອງລັດ ມູນຄ່າເສຽຫາຍຫລາຍກວ່າ  800 ຕື້ກີບ ແລະ 16 ລ້ານໂດລາສະຫະຣັຖ ໂດຍມີຜູ້ພົວພັນ 34 ຄົນ. ໃນນັ້ນ ໄດ້ສືບສວນ-ສອບສວນແລ້ວ 19 ຄົນ ແລະອີກ 15 ຄົນຢູ່ລະຫວ່າງການກັກໂຕ ຊຶ່ງພວກກ່ຽວ ໄດ້ກະທໍາຜິດໃນຫລາຍຂໍ້ຫາ ທັງການສວຍໃຊ້ ໜ້າທີ່ຕໍາແໜ່ງ, ໃຫ້ແລະຮັບສິນບົນ, ຍັກຍອກສໍ້ໂກງຊັບສິນຂອງລັດ, ປອມແປງເອກກສານ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.