ທິດສີໄດ້ຖືກປະກັນໂຕ ອອກຄຸກ

ມະນີຈັນ
2020.09.30
F-Thitsy ທ່ານ ສັງຂານ ພະຈັນທະວົງ ຫລື ທິດສີ ຖືກປະກັນໂຕ ອອກຈາກຄຸກ ທີ 29 ກັນຍາ 2020 ຫລັງຈາກຖືກຕໍາຣວດ ແຂວງຈໍາປາສັກ ຈັບມາໄດ້ 1 ເດືອນກັບ 3 ມື້
Sangkhan Phachanthavong FB page

ທ່ານ ສັງຂານ ພະຈັນທະວົງ ຫລື ທີ່ຮູ້ຈັກກັນດີ ໃນນາມ ທິດສີ ນັກປັນຍາຊົນ ທີ່ມີຊື່ສຽງໃນລາວ ໄດ້ຮັບອະນຸຍາດໃຫ້ປະກັນໂຕໃນວັນທີ 29 ກັນຍາ 2020 ນີ້ຫຼັງຈາກຖືກ ເຈົ້າໜ້າທີ່ຕໍາຣວດ ແຂວງຈໍາປາສັກ ຈັບຂັງຄຸກເປັນເວລາ 1 ເດືອນ ກັບ 3 ມື້ ໃນຂໍ້ຫາ ເວົ້າສຽດສີ ອົງການດໍາເນີນຄະດີ ຂອງຣະບົບຕຸລາການ ຂອງສປປລາວ ແລະ ມີເຈຕນາສ້າງຄວາມເຂົ້າໃຈ ທີ່ບໍ່ຖືກຕ້ອງແກ່ສັງຄົມ. ແຕ່ບໍ່ມີຂ່າວກ່ຽວ ກັບວ່າ ການປະກັນໂຕທ່ານນັ້ນ ແມ່ນໃຜເປັນຜູ້ຮັບປະກັນ ແລະ ໃຊ້ຫລັກຊັພປະກັນຈໍານວນເທົ່າໃດ.

ພາຍຫລັງທີ່ໄດ້ຮັບການປ່ອຍໂຕແລ້ວ ທ່ານ ສັງຂານ ກໍໄດ້ໂພສຂໍ້ຄວາມຜ່ານທາງ ເຟສບຸກສ່ວນໂຕ ໃນມື້ວັນທີ 30 ກັນຍາ ນີ້ພ້ອມທັງລົງ ຮູບພາບໂຕເອງຢືນຢູ່ໜ້າເຮືອນ ໂດຍມີເນື້ອຫາວ່າ “ເໝືອນຕາຍແລ້ວ ເກີດໃໝ່ ມາເລີ່ມຕົ້ນທີ່ຈຸດເດີມ ຂອບໃຈ ສິ່ງສັກສິດ ຂອບໃຈຄວາມ ຍຸຕິທັມ ຂອບໃຈຍາດພີ່ນ້ອງ ຂອບໃຈທຸກຄົນທີ່ຮັກ ແລະເປັນຫ່ວງອຸດົມການ ແລະ ຄວາມຮັກ ທີ່ມີຕໍ່ປະເທດຊາດ ຍັງເໝືອນເດີມເດີ.”

ຫລັງຈາກ ທ່ານ ສັງຂານ ໄດ້ໂພສຂໍ້ຄວາມດັ່ງກ່າວ ກໍມີໝູ່ຄູ່ແລະຊາວລາວ ຫລາຍຄົນໄດ້ພາກັນສະແດງ ຄວາມຮູ້ສຶກຍິນດີທີ່ ທ່ານໄດ້ຮັບ ການປ່ອຍໂຕ ພ້ອມທັງໄດ້ສະແດງ ຄວາມເປັນຫ່ວງເປັນໃຍ ແລະວ່າ ຈະຕິດຕາມ ໃຫ້ກໍາລັງໃຈທ່ານຕໍ່ໄປ.

ກ່ຽວກັບເຣື່ອງທີ່ວ່ານີ້ RFA ໄດ້ຕິດຕໍ່ຫາຫ້ອງການຕໍາຣວດ ສືບສວນ-ສອບສວນ ແຂວງຈໍາປາສັກ ໃນມື້ວັນທີ 30 ຕຸລາ 2020 ເພື່ອຂໍຮູ້ ຣາຍລະອຽດ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕອບພຽງແຕ່ວ່າ ບໍ່ຮູ້ ແລະ ບໍ່ມີ ຄໍາເຫັນໃດໆຕໍ່ ກໍຣະນີດັ່ງກ່າວ. ແຕ່ເຈົ້າໜ້າທີ່ ອົງການອັຍການ ປະຊາຊົນ ແຂວງຈໍາປາສັກ ທີ່ຂໍສງວນ ຊື່ແລະສຽງ ໄດ້ໃຫ້ ການຢືນຢັນຕໍ່ RFA ໃນມື້ວັນທີ 30 ຕຸລາ ນີ້ວ່າ:

“ທ່ານ ສັງຂານ ພະຈັນທະວົງ ໄດ້ຮັບອະນຸຍາດ ໃຫ້ປະກັນໂຕແທ້ ແຕ່ຍັງຈະມີການສັ່ງຟ້ອງສານອີກຕື່ມ ຕາມຂັ້ນຕອນ ຂອງກົດໝາຍ.”

ພາຍຫລັງໄດ້ຮັບຂ່າວກ່ຽວກັບ ທ່ານ ສັງຂານ ພະຈັນທະວົງ ໄດ້ຖືກໃຫ້ປະກັນໂຕ ອອກຈາກຄຸກແລ້ວ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການພົນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ປະເທດ ເຢັຽຣະມັນ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

“ພວກເຮົາ ອົງການພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ພ້ອມດ້ວຍຊຸມຊົນລາວ ໃນທົ່ວໂລກ ທີ່ຮ້ອງຂໍຄວາມເປັນທັມ ມີຄວາມພາກ ພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ ທ່ານ ສັງຂານ ພະຈັນທະວົງ ຫລືວ່າ ທິດສີ ໄດ້ຖືກປ່ອຍໂຕ ໃຫ້ມີອິສຣະພາບແລ້ວ. ການ ປ່ອຍໂຕ ທ່ານ ສັງຂານ ພະຈັນທະວົງ ຄັ້ງນີ້ສະແດງໃຫ້ເຫັນວ່າ ການຜັກດັນ ຂອງພວກເຮົາ ຢູ່ໃນເວທີສາກົລ ເຮັດໃຫ້ທາງການ ສປປລາວ ຕ້ອງ ໄດ້ປ່ອຍໂຕບຸກຄົນ ທີ່ຖືກກ່າວຫາ ທາງການເມືອງ ທີ່ຖືກຈັບກຸມ.”   

ແລະທ່ານ ຟຽວ ໂຣເບີດເສິນ ຮອງຜູ້ອໍານວຍການ ອົງການ Human Rights Watch ປະຈໍາ ພາກພື້ນ ເອເຊັຽ-ປາຊີຟິກ ກໍກ່າວວ່າ ຕົນຮູ້ສຶກຍິນດີ ທີ່ທາງເຈົ້າໜ້າທີ່ຕໍາຣວດ ອະນຸຍາດໃຫ້ ທ່ານ ສັງຂານ ໄດ້ຮັບການປະກັນໂຕ ໃນເບື້ອງຕົ້ນ, ແລະກໍຫວັງວ່າ ພາກສ່ວນ ທີ່ກ່ຽວຂ້ອງຈະເຂົ້າໃຈໃນສິ່ງທີ່ ທ່ານ ສັງຂານ ໄດ້ສະແດງຄວາມຄິດຄວາມເຫັນ ແລະ ບໍ່ເອົາຜິດລາວ ທ່ານກ່າວຕໍ່ RFA ໃນມື້ວັນທີ 30 ກັນຍານີ້ວ່າ:

“ມັນເໝາະສົມທີີ່ປ່ອຍເຂົາອອກ. ຫວັງວ່າຣັຖບານລາວ ຈະເຂົ້າໃຈວ່າ ເມື່ອປະຊາຊົນ ສະແດງຄວາມຄິດເຫັນ ທັງໃນເຟສບຸກ ແລະ ໃນທີ່ ສາທາຣະນະ ຣັຖບານຄວນເຂົ້າໃຈວ່າ ປະຊາຊົນມີຫຼັກຖານ ມີເຣື່ອງສໍາຄັນທີ່ຣັຖບານຄວນຟັງ. ເມື່ອປະຊາຊົນເວົ້າ ຣັຖບານກະຕ້ອງຟັງ, ກະຕ້ອງນັບຖືສິດທິຂອງເຂົາ.”

ພ້ອມດຽວກັນນີ້ ຊາວລາວທ່ານນຶ່ງ ຜູ້ຂໍສງວນຊື່ ກໍໄດ້ສະແດງຄວາມເຫັນຕໍ່ RFA ໃນມື້ດຽວກັນນີ້ວ່າກໍຣະນີ ທ່ານ ສັງຂານ ຖືກຈັບແລ້ວຖືກ ອະນຸຍາດໃຫ້ປະກັນໂຕນັ້ນ, ຕົນກໍບໍ່ຮູ້ຣາຍລະອຽດຄັກແນ່ ກ່ຽວກັບການປະກັນໂຕນັ້ນ. ແຕ່ຖ້າພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາວ່າເຣື່ອງທີ່ ທ່ານ ສັງຂານ ໄດ້ເວົ້າຜ່ານທາງສື່ສັງຄົມອອນລາຍ ກ່ອນໜ້ານີ້ບໍ່ມີມູລຄວາມຈິງ ກໍອາຈຜິດຕາມກົດໝາຍອາຍາ. ແຕ່ຄັນຖ້າ ຄວາມເວົ້ານັ້ນ ມີມູລຄວາມຈິງ ກໍອາຈຫລຸດ ຈາກຂໍ້ກ່າວຫາຕ່າງໆ, ທ່ານກ່າວ:

“ໄດ້ຍິນຂ່າວຖືກຈັບເນາະ ມີການປະກັນໂຕ ວິຈານນີ໋ ກະຄວາມໝາຍວ່າ ຖ້າວ່າມັນບໍ່ມີມູລຄວາມຈິງເນາະ ມັນເກີນຂອບເຂດ ກະຜິດ ກົດໝາຍປະມວນອາຍາ ຂອງລາວຫັ້ນແຫຼະ ການໃສ່ຮ້າຍເຈົ້າໜ້າທີ່ນີ໋ນະ ມີຄວາມຈິງບໍ່.”  

ກ່ຽວກັບເຣື່ອງນີ້ ນັກກົດໝາຍລາວ ຜູ້ຂໍສງວນຊື່ ກໍກ່າວຕໍ່ RFA ໃນມື້ວັນທີ 30 ຕຸລາ ນີ້ວ່າ ເຖິງແມ່ນທ່ານ ສັງຂານ ໄດ້ຮັບສິດ ໃຫ້ ປະກັນໂຕ ກໍຕາມ ແຕ່ເຊື່ອວ່າ ທາງອົງການ ອັຍການ ຍັງຈະຕ້ອງສັ່ງຟ້ອງ ໃຫ້ສານຕັດສິນ ອີກເທື່ອນຶ່ງ ຕາມຂັ້ນຕອນ ຂອງກົດໝາຍ:

“ຕາມກົດໝາຍແລ້ວ ຄັນລາວຖືກປະກັນໂຕ ໄປກະຢ່າ ແຕ່ວ່າອັຍການຕ້ອງສັ່ງຟ້ອງໃຫ້ສານ ຕັດສິນວ່າ ລາວ ສິມີຄວາມຜິດ ໃນສະຖານ ໃດເນາະ ຕ້ອງລໍໃຫ້ສານຕັດສິນກ່ອນວ່າ ເພິ່ນສິມີຄວາມຜິດ ໃນຂໍ້ຫາ ໃດແດ່.”

ທ່ານ ສັງຂານ ພະຈັນທະວົງ ຫຼື ທິດສີ ຖືກເຈົ້າໜ້າທີ່ຕໍາຣວດ ຈັບຢູ່ເຮືອນຂອງທ່ານເອງຢູ່ບ້ານຫຼັກ 14 ເມືອງບາຈຽງຈະເລີນສຸກ ແຂວງ ຈໍາປາສັກ ໃນມື້ວັນທີ 26 ສິງຫາ ຜ່ານມາ ແລະໄດ້ຮັບການປະກັນໂຕ ໃນມື້ວັນທີ 29 ກັນຍາ ນີ້.

ອີງຕາມເອກສານ ທີ່ຖືກເຜີຍແຜ່ທາງສື່ສັງຄົມອອນລາຍ ຊຶ່ງເປັນໃບສເນີ ຂອງ ອົງການອັຍການປະຊາຊົນ ແຂວງຈໍາປາສັກ ແລະ ສານ ປະຊາຊົນ ແຂວງຈໍາປາສັກ ລົງວັນທີ 19 ສິງຫາ 2020 ໄປຍັງຫົວໜ້າ ຄະນະໂຄສະນາ ອົບຮົມ ແຂວງຈໍາປາສັກ ທີ່ໄດ້ຣະບຸວ່າ ມີບຸກຄົນ ຊື່ ສັງຂານ ພະຈັນທະວົງ ໄດ້ອ້າງວ່າ ແກ້ຄວາມຝັນຊຶ່ງມີເນື້ອໃນ ເວົ້າສຽດສີ ໃສ່ອົງການ ດໍາເນີນຄະດີ ຂອງຣະບົບຕຸລາການ ສປປລາວ ດ້ວຍການລົງເນື້ອຄວາມ ໃສ່ຮ້າຍປ້າຍສີ ຕໍ່ອົງການ ດໍາເນີນຄະດີ ຊຶ່ງເຫັນວ່າຜູ້ກ່ຽວ ມີເຈຕນາເພື່ອໃຫ້ສັງຄົມ ເຂົ້າໃຈຜິດ ແລະ ເຫັນດີນໍາ ເນື້ອໃນຂອງຜູ້ກ່ຽວ ໄດ້ໂພສ ລົງ ເຟສບຸກ ຊຶ່ງການກະທໍາ ດັ່ງກ່າວ ຈະສ້າງຄວາມເຊື່ອມເສັຽ ໃຫ້ແກ່ອົງການ ອໍານາດຣັຖ ໂດຍສະເພາະ ແມ່ນຕໍ່ ອົງການຕຸລາການ ອົງການດໍາເນີນຄະດີ ເປັນຕົ້ນ ຕໍາຣວດ, ອົງການອັຍການປະຊາຊົນ, ສານປະຊາຊົນແຕ່ລະຂັ້ນ ກ້າວໄປເຖິງ ການເຮັດໃຫ້ ປະຊາຊົນ ຂາດຄວາມສັດທາ, ຂາດຄວາມເຊື່ອໝັ້ນ ຕໍ່ການດໍາເນີນຄະດີ ຂອງຣະບົບຕຸລາການ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 06, 2020 02:35 PM

ດີໃຈນຳທິດສີ ທີ່ໄດ້ຮັບການປະກັນຕົວ ອອກຈາກຄຸກ ຊຶ່ງຖືວ່າ ລາວກໍເປັນຄົນໂຊກດີຜູ້ນຶ່ງ ເມື່ອປຽບທຽບໃສ່ ນາງໝວຍ ແລະ ຄົນງານລາວ 3 ຄົນທີ່ຖືກຈັບ ຫລັງຈາກທີ່ ເຂົາເຈົ້າກັບມາຈາກປະເທດໄທ. ຂ້າພະເຈົ້າ ກໍຢາກຈະຮູ້ວ່າ ຍາດພີ່ນ້ອງ ຂອງທິດສີ ມີວິທີການແນວໃດ ຈຶ່ງສາມາດປະກັນໂຕລາວ ອອກມາໄດ້ ໃນຂະນະທີ່ ລາວກໍໄດ້ປະນາມການເຮັດວຽກ ຂອງເຈົ້າໜ້າທີ່ລັດ ເຊັ່ນດຽວກັນ ກັບພວກ ທີ່ຖືກຈັບນັ້ນ. ມັນເປັນແບບທີ່ ທິດສີ ເວົ້າແທ້ໆວ່າ ລະບົບຍຸຕິທຳ ຂອງລາວ ບໍ່ສັກສິດ ແລະ ມີປະສິດທິພາບ ເພາະວ່າ ຄົນງານລາວ ຕັດສິນຈຳຄຸກ ຫລາຍຮອດ 20 ປີ ໃນຂະນະທີ່ ນາງໝວຍ ຖືກຕັດສິນ ຈຳຄຸກ 5 ປີ. ຂ້າພະເຈົ້າ ຄຶດວ່າ ພັກລັດ ແລະ ເຈົ້າໜ້າທີ່ ຂັ້ນສູງ ກືນບໍ່ເຈົ້າຄາຍບໍ່ອອກ ຍ້ອນການກະທຳ ທີ່ບໍ່ເປັນທຳ ຂອງພວກເພິ່ນ.